ສະຖານີໂທລະພາບຢືນຢັນ! The Powerpuff Girls ສະບັບຄົນສະແດງມາແນ່ນອນໃນຮູບແບບ Series


ເມື່ອເວົ້າເຖິງກາຕູນໜຶ່ງໃນໄວເດັກຂອງຫຼາຍໆຄົນແລ້ວ ແນ່ນອນວ່າ The Powerpuff Girls ສາມວິລະສະຕຣີສາວພະລັງວິເສດຕ້ອງເປັນໜຶ່ງໃນລາຍຊື່ກາຕູນໄວເດັກຂອງຫຼາຍຄົນແນ່ນອນ.

ຫຼ້າສຸດ ເວັບໄຊ vulture.com ລາຍງານວ່າ The Powerpuff Girls ກຳລັງຈະກັບມາອີກຄັ້ງໃນສະບັບຄົນສະແດງແລ້ວ!

The Powerpuff Girls ກາຕູນໃນດວງໃຈເລື່ອງນີ້ມີຕົວລະຄອນຄື ບອດຊຳ, ບັບໂບ ແລະ ບັດເຕີຄັບ ເດັກສາວສາມຄົນທີ່ມີບຸກຄະລິກຕົວລະຄອນທີ່ແຕກຕ່າງກັນ ແຕ່ທີ່ພວກເຂົາມີຄືກັນຄືພະລັງເໜືອມະນຸດ ອັນເກີດຈາກການທົດລອງຜິດພາດຂອງສາສະດາຈານຢູໂທນຽມ.

ແລະ ຫຼ້າສຸດ The CW ສະຖານີໂທລະພາບໃນອາເມຣິກາປະກາດວ່າຈະນຳ The Powerpuff Girls ກັບມາເຮັດອີກຄັ້ງ ແລະ ກຽມສ້າງຕອນທຳອິດສຳລັບທົດລອງກ່ອນເຮັດເປັນຊີຣີແທ້ ເຊິ່ງຄວາມພິເສດຄືມາໃນຮູບແບບຮີໂລສາວອາຍຸ 20 ປີ ທີ່ຮູ້ສຶກວ່າຊີວິດໄວເດັກຖືກລັກໄປກັບການຕໍ່ສູ້ກັບເຫຼົ່າຄົນຮ້າຍ ແຕ່ປາກົດມີເຫດໃຫ້ຕ້ອງກັບມາກອບກູ້ໂລກນຳກັນອີກຄັ້ງ.

ເຊິ່ງຄັ້ງນີ້ແມ່ນຂຽນບົດໂດຍ Diablo Cody ນັກຂຽນບົດຊື່ດັງຜູ້ຄວ້າຮາງວັນ Oscars ມາແລ້ວ ແລະ Heather Regnier ຜູ້ກຳກັບຮູບເງົາຫຼາກຄວາມສາມາດ, ຕ້ອງມາລຸ້ນນຳກັນວ່າ ສະບັບຄົນສະແດງນີ້ຈະຈັດເຕັມ ແລະ ມັດໃຈຜູ້ຮັບຊົມໄດ້ຫຼາຍສ່ຳໃດ ທີ່ສຳຄັນຈະເປັນໃຜທີ່ໄດ້ບົດບາດເຫຼົ່ານີ້ໄປນັ້ນ ແຟນໆຢ່າງພວກເຮົາກໍຕ້ອງຕິດຕາມໄປນຳກັນຕໍ່.

ພາບ: teenvogue.com, vulture.com

ຂອບໃຈຂໍ້ມູນຈາກ: