ຕົວຢູ່ລາວ ແຕ່ຂັບລົດຟິນໆຄືຢູ່ຕ່າງປະເທດໄດ້ ກັບ Drive & Listen – Virtual Drive ເວັບໄຊສຳລັບຄົນໂຫຍຫາການທ່ອງທ່ຽວ


ໃນໄລຍະທີ່ໂລກມີການປ່ຽນແປງ ການທ່ອງທ່ຽວໄປຕ່າງປະເທດແບບເມື່ອກ່ອນກໍເປັນສິ່ງທີ່ຫຼາຍຄົນໃຝ່ຫາ ໄດ້ໄປທ່ຽວກັບຄົນຮັກ, ກັບຄອບຄົວ ດ້ວຍການເຊົ່າລົດຈັກຄັນແລ້ວຂີ່ເລາະແບບ Road Trip ດື່ມດຳ່ກັບບັນຍາກາດຂອງເມືອງນັ້ນຢ່າງເຕັມທີ່.

ພົບກັບ Drive & Listen Virtual Drive ເວັບໄຊທີ່ຈະພາທ່ານໄປທ່ຽວແບບ City Road Trip ປານກັບວ່າໄດ້ໄປເມືອງນັ້ນແບບແທ້ໆໃນເມືອງໃຫຍ່.

“Drive & Listen” ຄືເວັບໄຊທີ່ເກີດຂຶ້ນເພື່ອມອບປະສົບການຂັບລົດທ່ຽວ ໃນບັນດາເມືອງໃຫຍ່ໆທົ່ວໂລກ ບໍ່ວ່າຈະເປັນ New York City, Hamburg, Havana, Amsterdam, Los Angeles, Moscow, Zurich ແລະ ອື່ນໆ 53 ເມືອງທົ່ວໂລກ ໃນຮູບແບບຂອງການຂັບລົດແບບ Virtual Drive.

ເຊິ່ງຄວາມພິເສດຂອງ Drive & Listen ນີ້ກໍບໍ່ໄດ້ມີພຽງແຕ່ການຮັບປະສົບການຂອງການຂັບລົດຊົມເມືອງຈາກມຸມມອງ First-Person Perspective ເທົ່ານັ້ນ ແຕ່ເຮົາຍັງສາມາດຮັບຟັງສຽງຈາກສະຖານີວິທະຍຸທ້ອງຖິ່ນຂອງເມືອງນັ້ນໆ ລວມໄປເຖິງສຽງບັນຍາກາດຂ້າງຖະໜົນຫົນທາງ ຄືກັບວ່າເຮົາໄດ້ຂັບລົດເປີດແວ່ນ ແລະ ຮັບຟັງສຽງຂອງເມືອງນັ້ນໆໄປນຳ.

ເວັບໄຊທີ່ເຮັດຂຶ້ນເພື່ອບັນເທົາຄວາມທຸກຂອງຄົນໂຫຍຫາການທ່ອງທ່ຽວນີ້ ເປັນຜົນງານຂອງ Erkam Seker ນັກສຶກສາປະລິນຍາໂທຊາວຕູລາກີ ທີ່ສຶກສາຢູ່ເມືອງມິວນິກ ປະເທດເຢຍລະມັນ ໂດຍເວັບໄຊນີ້ເຮັດວຽກດ້ວຍການຊວນໃຫ້ຜູ້ຄົນທີ່ຢູ່ໃນເມືອງຕ່າງໆທົ່ວໂລກມາອັບໂຫຼດວີດີໂອຄວາມລະອຽດສູງຂຶ້ນເທິງ  YouTube ຈາກນັ້ນກໍຈະຖືກນຳໄປອັບໂຫຼດຂຶ້ນເວັບໄຊຕໍ່ອີກເທື່ອໜຶ່ງ.

ໃຜທີ່ຢາກໄປຂັບລົດທ່ຽວເມືອງໃຫຍ່ໃນປະເທດຕ່າງໆ ກໍສາມາດເຂົ້າໄປລອງນຳກັນໄດ້ທີ່: https://driveandlisten.herokuapp.com/ 

ພາບ: driveandlisten.herokuapp.com

ຂອບໃຈຂໍ້ມູນຈາກ: