ວັດສະດຸໃນອະນາຄົດ ດິນຈີ່ທີ່ເຮັດຈາກ “ເຫັດ” ສາມາດສ້ອມແຊມຕົວເອງໄດ້ ແລະ ເປັນມິດກັບສິ່ງແວດລ້ອມ


ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ຫຼື UNEP ໄດ້ລະບຸວ່າ ການເຮັດດິນຈີ່ນັ້ນຕ້ອງໄດ້ໃຊ້ວັດຖຸດິບທີ່ປ່ອຍແກ໊ສຄາບອນໄດອັອກຊາຍເຖິງ 40% ຕໍ່ປີ, ດັ່ງນັ້ນຫຼາຍພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ມີການຄິດຄົ້ນ ແລະ ຫາວັດສະດຸທົດແທນດິນຈີ່ໃນຮູບແບບຕ່າງໆຫຼາຍຮູບແບບ ຈົນມີວິສະວະກອນທີ່ຄິດຄົ້ນ “ດິນຈີ່ທີ່ເຮັດຈາກເຫັດ” ໄດ້ສຳເລັດ.

ດິນຈີ່ເຫັດນີ້ ສາມາດລົດການປ່ອຍແກ໊ສເຮືອນແກ້ວໃນອຸດສາຫະກຳການກໍ່ສ້າງ, ສາມາດຍ່ອຍສະຫຼາຍໄດ້ຖ້າຫາກວ່າຈະທຸບຕຶກຖິ້ມ, ສາມາດທົນໄຟ ຫຼື ອຸນຫະພູມສູງໄດ້ເປັນຢ່າງດີ ແລະ ຍັງສາມາດສ້ອມແຊມຕົວເອງໄດ້ໃນເວລາໄດ້ຮັບຄວາມເສຍຫາຍ ເປັນວັດສະດຸທົດແທນທີ່ເປັນຄວາມຫວັງໃນການປ່ອຍແກ໊ສເຮືອນແກ້ວໃນອະນາຄົດ.

ທີມຜູ້ຄິດຄົ້ນບອກວ່າ ດິນຈີ່ນີ້ເຮັດມາຈາກ “ໄມຊີລຽມ” ຫຼື ເສັ້ນໃຍຣາທີ່ເປັນໂຄງສ້າງຂອງເຫັດ ມີຄ່າຄາບອນເປັນກາງ, ມີນ້ຳໜັກ, ແຂງແຮງ-ທົນທານ, ບິດງໍໄດ້, ສາມາດເຕີບໃຫຍ່ສ້ອມແຊມຕົວເອງ ແລະ ມີຄຸນສົມບັດກັນຄວາມຮ້ອນ-ທົນໄຟ. ກຸ່ມເສັ້ນໃຍໄມຊີລຽມຂອງເຫັດຈະສາມາດເຕີບໃຫຍ່ເປັນເນື້ອຂອງວັດສະດຸໂຄງສ້າງຕາມຮູບຕ່າງໆ ຈາກນັ້ນເມື່ອມັນຖືກອົບດ້ວຍຄວາມຮ້ອນຈະເຮັດໃຫ້ເຊື້ອຕາຍລົງ ເຊິ່ງຈະເຮັດໃຫ້ເນື້ອວັດສະດຸມີຄວາມແຂງຂຶ້ນ.

ຂັ້ນຕອນການຜະລິດແມ່ນເລີ່່ມຈາກເອົາໄມຊີລຽມມາປະສົມກັບຂີ້ເຫຍື້ອຈາກການກະສິກຳ (ເຟືອງ, ຂີ້ແກບ,​ແກນສາລີ…) ແລ້ວຖິ້ມໄວ້ປະມານ 2 ອາທິດ ຈາກນັ້ນໃຊ້ຄວາມຮ້ອນເພື່ອຂ້າເຊື້ອຣາເຮັດໃຫ້ມັນແຂງຕົວ.

ນອກຈາກນີ້ ເຊື້ອຣາຍັງຕອບສະໜອງຕໍ່ແຮງກະຕຸ້ນໄຟຟ້າ ເຊິ່ງອາດຈະເປີດໂອກາດໃຫ້ກຳແພງ ຫຼື ຝາມີໂອກາດປະຕິກິລິຍາທີ່ຕອບສະໜອງກັບສິ່ງແວດລ້ອມໄດ້, ຍິ່ງໄມຊີລຽມເຕີບໃຫຍ່ຂຶ້ນຍິ່ງມີໂອກາດກືນກິນວັດສະດຸທີ່ຊ່ວຍໃຫ້ໂຄງສ້າງຂອງມັນແຂງແຮງຂຶ້ນອີກ,​ ດັ່ງນັ້ນຈຶ່ງໃຊ້ໄມຊີລຽມທີ່ຕາຍແລ້ວ 2 ຊັ້ນ ທາງນອກຊັ້ນໜຶ່ງ ແລະ ທາງໃນອີກຊັ້ນໜຶ່ງ ເມື່ອບໍ່ໄດ້ຫົດນ້ຳ ໄມຊີລຽມທີ່ຢູ່ທາງໃນກໍຈະບໍ່ຈະເລີນເຕີບໂຕຈົນກວ່າຈະເຖິງເວລາທີ່ຈຳເປັນ.

ທາງດ້ານ NASA ເອງກໍມີແຜນທີ່ຈະສ້າງຖານທີ່ຢູ່ ດ້ວຍການເອົາໄມຊີລຽມໄປປູກຢູ່ດາວອັງຄານ ແລະ ດວງຈັນ ເພື່ອວ່າຈະບໍ່ຕ້ອງຂົນເອົາວັດສະດຸໜັກໆຂຶ້ນໄປກັບຍານອະວາກາດ.

ຂອບໃຈຂໍ້ມູນຈາກ:

https://www.khaosod.co.th/newspaper-column/sci-tech/news_5897790

https://www.bbc.com/thai/features-51161304