Fernando Redondo ບໍ່ໄດ້ໄປເຕະບານໂລກ ພຽງເພາະວ່າຜົມຍາວເກີນໄປ


ບານເຕະໂລກປີ 1998 ເຊິ່ງກ່ຽວກັບ ເຣດອນໂດ້ ໂດຍກົງ ເພາະໃນໄລຍະນັ້ນເຄັ່ງຄັດເຖິງກົດລະບຽບ ບໍ່ວ່າຈະເປັນທາງດ້ານຈິດໃຈ ແລະ ສະພາບການເຄື່ອນໄຫວ ລວມທັງເລື່ອງຂອງການແຕ່ງໂຕ.

ດານຽວ ພາສຊາເຣລລ່າ (Daniel Passarella) ອະດີດກອງຫຼັງກັບຕັນທີມຊາດ Argentina ເປັນຄົນທີ່ມັກກົດລະບຽບ ແລະ ເຄັ່ງເລື່ອງກົດກັບລູກທີມຂອງຕົນເອງ ໃນເວລານັ້ນກ່ອນບານໂລກທີ່ຝຣັ່ງ ຈະເລີ່ມຂຶ້ນ ພາສຊາເຣລລ່າ ໄດ້ປະກາດກົດຂອງການເປັນນັກເຕະ ອາເຈນຕິນາ ວ່າ: “ໃຜທີ່ຜົມຍາວເກີນໄປ ຈະບໍ່ໄດ້ໄປເຕະບານໂລກ”

ນອກຈາກນີ້ ຍັງກ່າວໃຫ້ລູກທີມໄດ້ຮູ້ວ່າ: ຖ້າຄົນໃດຜົມຍາວ ຈະເຮັດໃຫ້ນັກເຕະເສຍປຽບກັບຄູ່ແຂ່ງໃນຫຼາຍໆດ້ານ ທັງເຮັດໃຫ້ບໍ່ສະດວກໃນການເຕະບໍ່ຄ່ອງແຄ້ວໃນການຫຼິ້ນ ແລະ ອາດຈະເຮັດໃຫ້ທີມຄູ່ແຂ່ງດຶງຜົມເພື່ອຫຍຸດເກມກໍເປັນໄດ້.

ໃນການປະກາດກົດລະບຽບຄັ້ງນີ້ ເປັນກົດທີ່ເວົ້າແທ້ເຮັດຈິງ ຈົນນັກເຕະຊື່ວ່າ ບາຕິສຕູຕ້າ ຕ້ອງຍອມໄປຕັດຜົມໃຫ້ສັ້ນລົງ ແຕ່ Fernando Redondo ບໍ່ຍອມຕັດຜົມ ເພາະເຂົາເຊື່ອວ່າການເຕະບານ ຖ້າຈະຫຼິ້ນໃຫ້ດີ ມັນບໍ່ກ່ຽວກັບຜົມຍາວ ແລະ ເວົ້າຢືນຢັນວ່າ: ຈະບໍ່ຕັດຜົມແນ່ນອນ ແລະ ຈະຈົ່ງຜົມຍາວໄປເຕະບານໂລກອີກ.

Fernando Redondo ຖືວ່າເປັນນັກເຕະທີ່ະໂມສອນທີ່ໄດ້ຮ່ວມທີມນໍາ ຕ່າງກໍພາກັນຍ້ອງວ່າເຂົາເປັນນັກເຕະຄົນໜຶ່ງທີ່ຫຼິ້ນບານໄດ້ດີໂດຍລະດັບໜຶ່ງ ແຕ່ຜ່ານໄລຍະຂອງແຕ່ລະປີ ບາງຄັ້ງກໍອາດຫຼິ້ນບານບໍ່ຄ່ອຍດີພໍປານໃດ, ແຕ່ເຂົາເປັນນັກເຕະທີ່ອົດທົນ ມີຄວາມສູ້ຊົນພໍໂຕ, ມີຄວາມແຕກຕ່າງໃນການຫຼິ້ນ ອ່ານເກມກວ່າການໃຊ້ກໍາລັງ, ເຊິ່ງໄດ້ກ້າວເຂົ້າມາຫຼິ້ນໃຫ້ ອາເຈນຕິໂນສ ຕັ້ງແຕ່ອາຍຸ 15 ປີ ຮັບຕໍາແໜ່ງເປັນຜູ້ບັນຊາເກມ ຖືວ່າເປັນຕຳແໜ່ງທີ່ດີທີ່ສຸດ ແລະ ຕະລຶງໄປພ້ອມໆກັນ ເພາະອາຍຸຍັງນ້ອຍກໍສາມາດຮັບຜິດຊອບໃນໜ້າທີ່ນີ້ໄດ້.

ຊື່ສຽງຂອງ  Fernando Redondo ໝົດລົງຕັ້ງແຕ່ຍ້າຍທີມໄປຢູ່ກັບທີມ ມິລານ ເພາະການບາດເຈັບທີ່ຮຸນແຮງ ແລະ ບໍ່ສະດວກໃນການລົງແຂ່ງ ເຮັດໃຫ້ເຂົາບໍ່ໄດ້ເຕະບານເປັນເວລາ 2 ປີ ທໍາອິດທີ່ຢູ່ກັບທີມ.

ການພັກໂຕ 2 ປີ ເຮັດໃຫ້ ເຣດອນໂດ້ ໝົດຟອມໃນການເຕະໄປຫຼາຍພໍສົມຄວນ. ໃນປີ 2002-2004 ເຊິ່ງໄດ້ເຕະບານອີກຄັ້ງ ແຕ່ກັບກາຍເປັນວ່າບໍ່ແມ່ນໂຕຫຼັກຂອງທີມ. ໃນທີ່ສຸດກໍຍື້ບໍໄຫວ ເຣດອນໂດ້ ປິດຕໍານານກອງກາງໂຕຮັບຜູ້ນໍາເທຣນ ດີບ ລາຍອິ້ງ ເພເມກເກີ (Deep-lying Playmaker)

ຄົນທໍາອິດຂອງໂລກລົງຢ່າງນ່າເສຍດາຍ ເຫຼືອພຽງແຕ່ຄິບວີດີໂອເກົ່າໄວ້ເປັນພຽງຄວາມຊົງຈໍາເທົ່ານັ້ນ.

Daniel Passarella

ຂອບໃຈຂໍ້ມູນຈາກ:

เฟร์นันโด เรดอนโด : ตัวรับอัจฉริยะที่อดเล่นฟุตบอลโลกเพราะ “ผมยาวเกินไป” | MAIN STAND – YouTube

Fernando Redondo: The Pure Essence of Elegance – Managing Madrid