Anker PowerCore Magnetic 5K ພາວເວີແບ້ງ MagSafe ສາກແບບໄຮ້ສາຍສຳລັບ iPhone 12


Anker ຜູ້ຜະລິດແບັດເຕີຣີ່ສຳຮອງ ແລະ ອຸປະກອນເສີມຊື່ດັງໄດ້ເປີດຕົວ Anker PowerCore Magnetic 5K ພາວເວີແບ້ງຄວາມຈຸ 5000mAh ພ້ອມແມ່ເຫຼັກ MagSafe ໃນຕົວ ສຳລັບ iPhone 12 series ໂດຍສະເພາະ. ວິທີສາກແມ່ນເອົາພາວເວີແບ້ງແປະຫຼັງຂອງໂທລະສັບກໍສາມາດສາກແບບໄຮ້ສາຍໄດ້ທັນທີ ເຊິ່ງມີຂະໜາດກະທັດຮັດ, ພົກພາສະດວກ ແລະ ມີການເຄືອບຜິວແບບດ້ານ.

Anker Power Core Magnetic 5K ນັ້ນມາພ້ອມກັບແມ່ເຫຼັກທີ່ສາມາດດູດຕິດແໜ້ນກັບຫຼັງໂທລະສັບ iPhone 12 ໄດ້ແບບທັນທີ ເຊິ່ງຕົວພາວເວີແບ້ງນີ້ສາມາດບັນຈຸແບັດເຕີຣີ່ໄດ້ເຖິງ 5000mAh ສາມາດສາກ iPhone 12 mini, iPhone 12 ແລະ iPhone 12 Pro ໄດ້ປະມານ 1 ຮອບ ສ່ວນ iPhone Pro Max ທີ່ມີແບັດເຕີຣີ່ຫຼາຍກວ່າໝູ່ ກໍສາມາດສາກໄດ້ຢູ່ເກືອບໆ 75%.

ຖ້າຢູ່ໃນໂຫມດທີ່ບໍ່ໄດ້ດູດກັບເຄື່ອງໂທລະສັບ ພາວເວີແບ້ງຈະສາມາດສາກເຂົ້າ ແລະ ປ່ອຍໄຟອອກຜ່ານທາງ Port USB–C ໄດ້ສູງສຸດ 10w ແບບຕໍ່ສາຍກົງ ແຕ່ຖ້າຢູ່ໃນໂຫມດການສາກໄຮ້ສາຍຜ່ານ Mag Safe ຈະຈ່າຍໄຟສູງສຸດຢູ່ທີ່ 5w ແທນ.

ນອກຈາກນີ້ Anker Power Core Magnetic 5K ຍັງສາມາດໃຊ້ຮ່ວມກັບເຄສທົ່ວໄປທີ່ບໍ່ມີ Mag Safe ໄດ້ນຳອີກດ້ວຍ ແຕ່ທັງນີ້ຕົວເຄສນັ້ນໆຈະຕ້ອງມີຄວາມໜາບໍ່ເກີນ 5 ມມ. ແລະ ມີພື້ນຜິວຮຽບນຽນ ຖ້າບໍ່ດັ່ງນັ້ນແມ່ເຫຼັກອາດມີແຮງດູດບໍ່ຫຼາຍພໍ.

ການເປີດຈຳໜ່າຍແບັດເຕີຣີ່ສຳຮອງຮຸ່ນນີ້ຂອງ Anker ກໍຖືວ່າເປັນການຕັດໜ້າ Apple ທີ່ມີແຜນວ່າຈະເປີດຕົວ Smart Battery Pack With Mag Safe, ໂດຍ Anker Power Core Magnetic 5K ມີລາຄາຢູ່ທີ່ $34.

ຂອບໃຈຂໍ້ມູນຈາກ: