ຫຼັງຈາກປ່ອຍໃຫ້ Samsung ແລະ HUAWEI ສາຍດ່ຽວໃນການວາງຂາຍມືຖືແບບຈໍພັບມາດົນ ຈົນໃນທີ່ສຸດກໍມີຂ່າວລືອອກມາວ່າ Apple ກຳລັງພັດທະນາມືຖືແບບຈໍພັບຂອງຕົນເອງຢູ່, ສ່ວນ iPhone 13 ທີ່ມີຄິວເປີດຕົວໃນປີໜ້າອາດຈະຍັງໃຊ້ Design ເກົ່າຂອງຮຸ່ນທີ່ຜ່ານມາຢູ່ ແຕ່ມີລຸ້ນວ່າຈະເອົາ Touch ID ກັບມາໃຊ້.
ສຳນັກຂ່າວ Bloomberg ໄດ້ລາຍງານວ່າຕອນນີ້ພາຍໃນ Apple ກຳລັງສົນທະນາກັນເຖິງໂອກາດທີ່ຈະເປີດຕົວ iPhone ຮຸ່ນຈໍພັບ ແຕ່ວ່າຂັ້ນຕອນທັງໝົດຍັງຢູ່ໃນຊ່ວງທຳອິດທີ່ກຳລັງເລີ່ມເທົ່ານັ້ນເອງ ຄາດວ່າການຈະເປີດຕົວແທ້ໆກໍໜ້າຈະອີກໃນຮອບຫຼາຍປີຂ້າງໜ້າ.
ໂດຍແຫຼ່ງຂ່າວເຜີຍວ່າ Apple ໄດ້ຄິດວ່າຈະເຮັດ iPhone ຈໍພັບທີ່ມີຂະໜາດ 6.7 ນິ້ວເທົ່າກັບ iPhone 12 Pro Max.
![](https://laox.la/wp-content/uploads/2021/02/image-45.png)
ອີກທັງ iPhone ຈໍພັບທີ່ວ່າຈະມີຄວາມພິເສດເໜືອກວ່າມືຖືຈໍພັບຮຸ່ນອື່ນໆໃນປັດຈຸບັນບ່ອນວ່າຕົວບານພັບຈະຖືກເກັບໄວ້ເປັນຢ່າງດີ ເພື່ອໃຫ້ໄດ້ຕົວເຄື່ອງທີ່ສວຍງາມທີ່ສຸດຄ້າຍຄືກັບ Samsung Z Flip ຂອງ Samsung ນັ້ນເອງ.
![](https://laox.la/wp-content/uploads/2021/02/image-46.png)
ແຕ່ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍລະອຽດວ່າ Apple ຈະເຮັດແນວໃດກ່ຽວກັບ iPhone ຈໍພັບທີ່ວ່າມານີ້ ຈະເອົາມາແທນ iPhone Series ປັດຈຸບັນເລີຍບໍ່? ຫຼືວ່າ ຕັ້ງເພີ່ມຂຶ້ນມາອີກ Series ຄືກັບ Samsung ອີກທັງໃນເລື່ອງຂອງລາຄາກໍຕ້ອງລໍຖ້າຕິດຕາມກັນຕໍ່ໄປ.
![](https://laox.la/wp-content/uploads/2021/02/image-47.png)
ສ່ວນຂອງ iPhone 13 ທາງສຳນັກຂ່າວໄດ້ລາຍງານວ່າ Design ຈະບໍ່ມີອີຫຍັງປ່ຽນແປງຫຼາຍຄ້າຍໆກັບ iPhone 12 ປັດຈຸບັນ ແຕ່ອາດຈະມີ Touch ID ຫຼຶ ເຊັນເຊີສະແກນລາຍນິ້ວມືລຸ່ມໜ້າຈໍໃໝ່ມາໃຫ້ ເນື່ອງຈາກປັດຈຸບັນ Face ID ຖືວ່າບໍ່ຄ່ອຍມີປະສິດທິພາບປານໃດ ເພາະທຸກຄົນຕ່າງກໍຕ້ອງໃສ່ໜ້າກາກອອກຈາກບ້ານນັ້ນເອງ.
ຂອບໃຈຂໍ້ມູນຈາກ: