ວິກິດຊີ້ນໝູຂາດຕະຫຼາດ! ດັນລາຄາຊີ້ນງົວເພີ່ມ, ຮ້ານອາຫານຕ້ອງປັບຕົວໜີຕາຍ
ການສະໜອງຊີ້ນໝູຕາມຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນ ພວມຂາດແຄນໜັກ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລາມໄປໃນຫຼາຍແຂວງ, ເຊິ່ງໄດ້ຊຸກຍູ້ໃຫ້ຜູ້ບໍລິໂພກ ແລະ ຫົວໜ່ວຍທຸລະກິດຕ້ອງຊອກຫາທາງເລືອກອື່ນມາທົດແທນ.
ເຖິງແມ່ນວ່າ ຈະຍັງບໍ່ທັນມີການຢັ້ງຢືນການລະບາດໃນນະຄອນຫຼວງວຽງຈັນກໍຕາມ, ແຕ່ມາດຕະການຄວບຄຸມການເຄື່ອນຍ້າຍໝູ ແລະ ຊີ້ນໝູທີ່ເຂັ້ມງວດ ໄດ້ສົ່ງຜົນກະທົບຕໍ່ການສະໜອງພາຍໃນນະຄອນຫຼວງແລ້ວ.
ບາງຕະຫຼາດລາຍງານວ່າ ຊີ້ນໝູແມ່ນຫາຊື້ຍາກຫຼາຍ, ຂະນະທີ່ບາງແຫ່ງແມ່ນບໍ່ມີຂາຍເລີຍ. ພາວະຂາດແຄນດັ່ງກ່າວ ຍັງໄດ້ເພີ່ມຄວາມຕ້ອງການໃນການບໍລິໂພກຊີ້ນງົວ ເຊິ່ງດັນໃຫ້ລາຄາປັບຕົວສູງຂຶ້ນ.
ແມ່ຄ້າໃນຕະຫຼາດບຶງທາດຫຼວງ ກ່າວກັບສຳນັກຂ່າວ ວ່າ ຊີ້ງົວທີ່ລາວຂາຍກໍຕ້ອງຂຶ້ນລາຄາເພາະຄົນຊື້ຊີ້ນງົວຫຼາຍຂຶ້ນ.
ນາງກ່າວວ່າ “ແຕ່ກີ້ເອື້ອຍໄປຊື້ມາຂາຍຊີ້ນງົວໂລໜຶ່ງ 160,000 ກີບ ແຕ່ບາດໝູຂາດຕະຫຼາດ ດຽວນີ້ ໄປຊື້ມາມາກໍໂລລະ 170,000 ກີບແລ້ວ”
“ເອື້ອຍກໍເອົາມາຂາຍໂລລະ 175,000-180,000 ກີບ” ແມ່ຄ່າກ່າວ.
ທ່ານ ສົມຍົດ ຄຳປະເສີດ, ຜູ້ຈັດການຕະຫຼາດອົດຊີ ກ່າວວ່າ ລາຄາຊີ້ນງົວໄດ້ເພີ່ມຂຶ້ນຢ່າງໄວວາ ເນື່ອງຈາກຊີ້ນໝູຫາຊື້ຍາກຂຶ້ນ.
“ແມ່ຄ້າກໍເປັນພຽງຄົນກາງ. ລາຄາຢູ່ໂຮງຂ້າສັດດຽວນີ້ກໍເກືອບ 200,000 ກີບຕໍ່ກິໂລແລ້ວ ນັບຕັ້ງແຕ່ຊີ້ນໝູເລີ່ມຂາດຕະຫຼາດ,” ທ່ານກ່າວ.
ທ່ານ ກ່າວອີກວ່າ ປັດຈຸບັນ ທາງຕະຫຼາດ ກຳລັງປຶກສາຫາລື ກ່ຽວກັບການໃຫ້ໂຊນຂາຍໝູ ສາມາດນຳຊີ້ນອື່ນເຂົ້າມາຂາຍກ່ອນໄດ້ ເພື່ອບັນເທົາຄວາມຫຍຸງ້ຍາກໃນໄລຍະນີ້ໃຫ້ກັບແມ່ຄ້າຊາວຂາຍ.
ການຂາດແຄນດັ່ງກ່າວ ຍັງໄດ້ສ້າງຄວາມກົດດັນຕໍ່ທຸລະກິດຮ້ານອາຫານຂະໜາດນ້ອຍ ທີ່ເພິ່ງພາຊີ້ນໝູເປັນຫຼັກ.
ເຈົ້າຂອງຮ້ານປີ້ງຫູໝູແຫ່ງໜຶ່ງ ຢູ່ບ້ານຮ້ອງໄກແກ້ວ, ເມືອງຈັນທະບູລີ ໄດ້ອັດວິດີໂອ ໂຕເອງລົງໃນບັນຊີສັງຄົມອອກນລາຍໂຕເອງ ໂດຍໄດ້ອະທິບາຍເຖິງ ຍອດຂາຍຕົກລົງຢ່າງໜ້າໃຈຫາຍ ຫຼັງຈາກການລະບາດເລີ່ມສົ່ງຜົນກະທົບຕໍ່ການສະໜອງ.
ລາວບອກວ່າ ກ່ອນໜ້ານີ້ ທາງຮ້ານເຄີຍໃຊ້ຊີ້ນໝູປະມານ 70 ຫາ 80 ກິໂລ, ແຕ່ປັດຈຸບັນໃຊ້ພຽງ 30 ກິໂລຕໍ່ມື້, ເຊິ່ງບາງຄັ້ງກໍຍັງຂາຍບໍ່ໝົດ, ເຮັດໃຫ້ເຈົ້າຂອງຮ້ານຕ້ອງຊອກຫາວິທີອື່ນ ເພື່ອປະຄອງທຸລະກິດໃຫ້ຢູ່ລອດ.
ທາງຮ້ານໄດ້ເລີ່ມຫັນມາຂາຍປີ້ງເປັດ ແລະ ປີ້ງໄກ່ທາແຈ່ວປາແດກ ເປັນເມນູເສີມ ພ້ອມກັບຫຼຸດເມນູຊີ້ນໝູລົງ.
ເຈົ້າຂອງຮ້ານກ່າວວ່າ ການປ່ຽນແປງດັ່ງກ່າວແມ່ນມີຄວາມຈຳເປັນ ເພື່ອໃຫ້ຮ້ານສາມາດເປີດຕໍ່ໄປໄດ້ ແລະ ເພື່ອປົກປ້ອງຊີວິດການເປັນຢູ່ຂອງລູກນ້ອງ ໃນຂະນະທີ່ສະຖານະການຍັງບໍ່ແນ່ນອນ.
ການລະບາດຂອງເຊື້ອພະຍາດ ພະຍາດອະຫິວາໝູອາຟຣິກາ ຮອບໃໝ່ນີ້ ໄດ້ເກີດຂຶ້ນຕັ້ງແຕ່ ຕົ້ນເດືອນ ສິງຫາທີ່ຜ່ານມາ ແລະ ໄດ້ແຜ່ລາມໄປຫຼາຍແຂວງໃນທົ່ວປະເທດ, ບັນດາແຂວງຕ່າງໆໄດ້ອອກມາມີມາດຕະການທີ່ເຂັ້ມງວດເພື່ອສະກັດກັນ ປາກົດການດັ່ງກ່າວ.
ເພື່ອເປັນການຕອບໂຕ້ກັບການລະບາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຮີບຮ້ອນສົ່ງທີມງານວິຊາການລົງສົມທົບກັບແຂວງ, ເມືອງ ແລະ ບ້ານ ທີ່ໄດ້ຮັບຜົນກະທົບ ເພື່ອຄວບຄຸມການລະບາດ ຕາມຫຼັກວິຊາການ.
ນອກຈາກນີ້, ຍັງໄດ້ມອບໝາຍໃຫ້ກະຊວງດັ່ງກ່າວ ສົມທົບກັບຊາວກະສິກອນທີ່ໄດ້ຮັບຜົນກະທົບ ເພື່ອປະເມີນຄວາມເສຍຫາຍ ແລະ ກະກຽມແຜນການຊົດເຊີຍ ຕາມດຳລັດ ວ່າດ້ວຍການຂ້າສັດ, ທຳລາຍຊາກສັດ ແລະ ການຊົດເຊີຍ ສະບັບເລກທີ 174/ລບ.
ລັດຖະບານ ຍັງຕ້ອງການໃຫ້ສ້າງແຜນຟື້ນຟູ ເພື່ອຊ່ວຍໃຫ້ຊາວກະສິກອນຜູ້ລ້ຽງໝູທີ່ໄດ້ຮັບຜົນກະທົບ ສາມາດກັບມາລ້ຽງໝູໄດ້ເປັນປົກກະຕິ.
ອີກມາດຕະການສຳຄັນໜຶ່ງ ແມ່ນການຫ້າມນຳເຂົ້າປະເພດໝູ ແລະ ຊີ້ນໝູຈາກຕ່າງປະເທດຊົ່ວຄາວ ໃນໄລຍະທີ່ມີການລະບາດ. ການເຄື່ອນຍ້າຍໝູ ແລະ ຊີ້ນໝູລະຫວ່າງແຂວງ ແລະ ເມືອງ ກໍຖືກຈຳກັດເຊັ່ນກັນ ເພື່ອປ້ອງກັນບໍ່ໃຫ້ແຜ່ລາມຕື່ມອີກ.
ລັດຖະບານ ຍັງໄດ້ຮ້ອງຂໍໃຫ້ອົງການສຸຂະພາບສັດສາກົນ (WOAH) ຊ່ວຍສະໜອງງົບປະມານ, ອຸປະກອນ, ຢາຂ້າເຊື້ອ ແລະ ຢາສັດຕະວະແພດ ສຳລັບວຽກງານຄວບຄຸມພະຍາດ.
ພ້ອມກັນນີ້, ຍັງໄດ້ສັ່ງການໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຄົ້ນຄວ້າຄວາມເປັນໄປໄດ້ ໃນການສ້າງກອງທຶນເງິນແຮສຸກເສີນ ເພື່ອຮັບມືກັບການລະບາດຂອງພະຍາດສັດ.
ມາດຕະການເຫຼົ່ານີ້ ແມ່ນແນໃສ່ປົກປ້ອງການຜະລິດໝູ ແລະ ການສະໜອງສະບຽງອາຫານ, ແຕ່ຜົນກະທົບຂອງມັນໄດ້ແຜ່ລາມໄປໄກກວ່າເຂດຟາມລ້ຽງແລ້ວ ເຊິ່ງເຮັດໃຫ້ຜູ້ບໍລິໂພກຕ້ອງຈ່າຍເງິນຫຼາຍຂຶ້ນສຳລັບຊີ້ນປະເພດອື່ນ ແລະ ບີບບັງຄັບໃຫ້ທຸລະກິດຂະໜາດນ້ອຍຕ້ອງປ່ຽນແປງວິທີການຄ້າຂາຍ.
#LaoXperts #ອະຫິວາໝູອາຟຣິກາ #ວິກິດຊີ້ນໝູ #ພະຍາດໝູ #ລາຄາຊີ້ນງົວ #ເສດຖະກິດລາວ #AfricanSwineFever


