ບໍລິສັດ IT ລາວ ຄົ້ນພົບຊ່ອງໂຫວ່ຮ້າຍແຮງເທິງລະບົບ NASA ພ້ອມຮັບຈົດໝາຍຮັບຮອງລະດັບໂລກ

​ວົງການຄວາມປອດໄພທາງໄຊເບີຂອງລາວໄດ້ຈາລຶກປະຫວັດສາດໜ້າໃໝ່ ຫຼັງຈາກນັກທົດສອບເຈາະລະບົບຊາວລາວຄົ້ນພົບຊ່ອງໂຫວ່ລະດັບຮ້າຍແຮງສູງສຸດ (P1) ໃນລະບົບຂອງອົງການອະວະກາດລະດັບໂລກ. 

ຜົນງານຄັ້ງນີ້ບໍ່ພຽງແຕ່ຊ່ວຍອຸດຊ່ອງໂຫວ່ທີ່ສຳຄັນ, ແຕ່ຍັງເປັນການພິສູດມາດຕະຖານຄວາມສາມາດຂອງຄົນລາວສູ່ສາຍຕານານາຊາດຢ່າງເຕັມພາກພູມ.

​ເມື່ອວັນທີ 18 ກັນຍາ 2026 ທີ່ຜ່ານມາ, ທີມງານບໍລິສັດ ໄຊເບີຣັດ ຈຳກັດຜູ້ດຽວ (Cyberus) ບໍລິສັດ ຮັກສາຄວາມປອດໄພດ້ານ ໄຊເບີ ອັນດັບຕົ້ນໆຂອງ ປະເທດລາວ ໄດ້ຮັບຈົດໝາຍຂອບໃຈ ແລະ ຢັ້ງຢືນຢ່າງເປັນທາງການ (Letter of Recognition – LOR) ຈາກອົງການ NASA.  ຕາມການລາຍງານຂອງບໍລິສັດດັ່ງກ່າວ.

ການຮັບຮອງດັ່ງກ່າວເກີດຂຶ້ນຫຼັງຈາກທີມງານໄດ້ຊ່ວຍຄົ້ນຫາ ແລະ ລາຍງານຊ່ອງໂຫວ່ປະເພດ Unauthenticated SQL Injection ເຊິ່ງເປັນຄວາມສ່ຽງລະດັບສູງສຸດ (P1 – Critical) ທີ່ແຝງຢູ່ໃນ Subdomain ຂອງລະບົບ NASA ໄດ້ສຳເລັດ.

​ອີງຕາມຈົດໝາຍຈາກ NASA ທີ່ສົ່ງເຖິງນັກວິໄຈຄວາມປອດໄພ (ລະບຸນາມແຝງ 0xJ0cKkY), ທາງອົງການໄດ້ຂຽນຂໍ້ຄວາມຍົກຍ້ອງຢ່າງຊັດເຈນວ່າ: “ຕາງໜ້າໃຫ້ອົງການ NASA ແລະ ນະໂຍບາຍການເປີດເຜີຍຊ່ອງໂຫວ່ (VDP), ພວກເຮົາຂໍສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງທ່ານໃນຖານະນັກວິໄຈດ້ານຄວາມປອດໄພອິດສະຫຼະ. ຄວາມສາມາດໃນການກວດຈັບ ແລະ ລາຍງານຊ່ອງໂຫວ່ດ້ານຄວາມປອດໄພ ແມ່ນທັກສະທີ່ມີຄຸນຄ່າໃນອຸດສາຫະກຳຄວາມປອດໄພດ້ານຂໍ້ມູນຂ່າວສານ. ການລາຍງານຂອງທ່ານໄດ້ຊ່ວຍໃຫ້ NASA ຮັບຮູ້ເຖິງຊ່ອງໂຫວ່ທີ່ບໍ່ມີໃຜຮູ້ມາກ່ອນ ແລະ ຊ່ວຍປົກປ້ອງຄວາມສົມບູນຂອງຂໍ້ມູນຂອງພວກເຮົາ. ຂໍໃຫ້ຮັບຈົດໝາຍສະບັບນີ້ໄວ້ເປັນຕົວແທນແຫ່ງຄວາມຂອບໃຈ ເຊິ່ງຊ່ວຍໃຫ້ NASA ສາມາດສືບຕໍ່ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການສຳຫຼວດອະວະກາດໄດ້ດີຍິ່ງຂຶ້ນ.”  

ບໍລິສັດດັ່ງກ່າວບອກວ່ສ ​ການທີ່ຈະໄດ້ຮັບຈົດໝາຍຮັບຮອງຈາກອົງການລະດັບໂລກນີ້ ຕ້ອງຜ່ານມາດຕະຖານການກວດສອບທີ່ເຄັ່ງຄັດທີ່ສຸດ ໂດຍມີເງື່ອນໄຂສຳຄັນຄື:

​ຕ້ອງເປັນຊ່ອງໂຫວ່ລະດັບ P1 ຫາ P4 ທີ່ມີຜົນກະທົບຕໍ່ລະບົບຢ່າງແທ້ຈິງ.

​ລາຍງານຕ້ອງເປັນມືອາຊີບ ແລະ ຂໍ້ມູນຄົບຖ້ວນ (Summary, Steps to reproduce, Impact, Remediation).

​ຕ້ອງຜ່ານການກວດສອບ ແລະ ຢືນຢັນວ່າໄດ້ຮັບການແກ້ໄຂສຳເລັດແລ້ວ ຈາກທີມ Security ຂອງ NASA ໂດຍກົງ.

​ຊ່ອງໂຫວ່ນັ້ນຕ້ອງບໍ່ເຄີຍຖືກຄົ້ນພົບມາກ່ອນ ແລະ ບໍ່ຊ້ຳຊ້ອນກັບບົດລາຍງານອື່ນ.

​ຜົນສຳເລັດຄັ້ງນີ້ ເປັນຄວາມພາກພູມໃຈຂອງບໍລິສັດ Cyberus ທີ່ສາມາດຍົກລະດັບມາດຕະຖານຄວາມປອດໄພທາງໄຊເບີຂອງລາວໃຫ້ທຽບເທົ່າສາກົນ. ມັນເປັນການຢັ້ງຢືນວ່າບຸກຄະລາກອນໄອທີຂອງລາວມີຄວາມສາມາດໃນການຮັບມືກັບໄພຄຸກຄາມລະດັບສູງ ແລະ ສາມາດສ້າງຜົນງານທີ່ເປັນທີ່ຍອມຮັບໃນລະດັບໂລກໄດ້ຢ່າງແທ້ຈິງ.

​#LaoX#Cyberus #Cyberus_technologies #Cyberus_Laos #Cyber_security #IT #Cybersecurity

Comments are disabled