ແຂວງເຊກອງເປີດພິທີການແຂ່ງຂັນກິລາບານເຕະຊາວໜຸ່ມ-ເຍົາວະຊົນ ຕັ້ງແຕ່ວັນທີ 28 ມັງກອນຮອດ 4 ມີນາ 2021


ໃນວັນທີ 28 ມັງກອນ 2021 ທີ່ຜ່ານມາ ພະແນກສຶກສາທິການ ແລະ ກິລາແຂວງເຊກອງ ຮ່ວມກັບສະຫະພັນບານເຕະແຂວງເຊກອງ ໄດ້ມີພິທີເປີດການແຂ່ງຂັນບານເຕະຊາວໜຸ່ມ-ເຍົາວະຊົນ, ເພື່ອເປັນການສ້າງຂະບວນການວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ, ເຊິ່ງເລີ່ມແຂ່ງຂັນ 28 ມັງກອນເຖິງ 4 ມີນາ 2021 ນີ້.

ທີມທີ່ເຂົ້າຮ່ວມການແຂ່ງຂັນແມ່ນມີ 2 ປະເພດກິລາຄື: ບານເຕະຊາຍ ແລະ ບານເຕະຍິງ, ມີທີມເຂົ້າຮ່ວມການແຂ່ງຂັນ 26 ທີມ. ໃນສະໜາມກິລາແມ່ນສະໜາມກິລາແຂວງ 2 ເດີ່ນ: ເດີ່ນໃນ ແລະ ເດີ່ນນອກ.

ຮຸ່ນເຍົາວະຊົນທີມຊາຍຊະນະເລີດຈະໄດ້ຮັບເງິນຮາງວັນ 1,000,0000 ກີບ ຮອງຊະນະເລີດຈະໄດ້ຮັບເງິນຮາງວັນ 700,000 ກີບ, ອັນດັບທີສາມຈະໄດ້ຮັບເງິນຮາງວັນ 400,000 ກີບ, ສ່ວນທີມປະເພດຊາຍທົ່ວໄປຊະນະເລີດຈະໄດ້ຮັບເງິນຮາງວັນ 5,000,000 ກີບ, ຮອງຊະນະເລີດຈະໄດ້ຮັບເງິນ 3,000,000 ກີບ, ອັນດັບສາມແມ່ນຈະໄດ້ຮັບເງິນ 1,500,000 ກີບ.

ທີມຍິງທີ່ໄດ້ເແຊ້ມຈະໄດ້ຮັບເງິນຮາງວັນ 2,000,000 ກີບ, ຮອງຊະນະເລີດ 2,000,000 ກີບ, ອັນດັບສາມ 1,000,000 ກີບ. ນອກຈາກນີ້ ຍັງມີຮາງວັນນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດ ເງິນຮາງວັນຈະໄດ້ 500,000 ກີບ, ກໍາມະການດີເດັ່ນຈະໄດ້ເງິນຮາງວັນ 500,000 ກີບດ້ວຍກັນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/%E0%BB%80%E0%BA%8A%E0%BA%81%E0%BA%AD%E0%BA%87%E0%BA%A7%E0%BA%B1%E0%BA%99%E0%BA%99%E0%BA%B5%E0%BB%89-Sekong-today-878076365564492

https://www.facebook.com/watch/live/?v=2746216822269067&ref=watch_permalink