ປົກເວັບ 2026 07 30T214310 775

ໂຮງໝໍມະຫາວິທະຍາໄລ ຫວຽດດຶກ (Việt Đức) ທີ່ຮ່າໂນ້ຍ ສ້າງຂີດໝາຍສຳຄັນທາງການແພດ ດ້ວຍຜົນສຳເລັດການຜ່າຕັດປ່ຽນຖ່າຍອະໄວຍະວະເພດຊາຍຈາກຜູ້ບໍລິຈາກທີ່ສະໝອງຕາຍ ເປັນຄັ້ງທຳອິດໃນປະເທດ. ຜົນສຳເລັດນີ້ແນໃສ່ຟື້ນຟູຄຸນນະພາບຊີວິດຄົນເຈັບຢ່າງສົມບູນ ແລະ ເປີດໂອກາດການປິ່ນປົວໃໝ່ ໃຫ້ແກ່ຜູ້ສູນເສຍອະໄວຍະວະຈາກມະເຮັງ ຫຼື ອຸບັດຕິເຫດ. ຕາມການລາຍງານຂອງ vietnamnews

ຄົນເຈັບໃນກໍລະນີປະຫວັດສາດນີ້ ເປັນຊາຍອາຍຸ 43 ປີ ເຊິ່ງເຄີຍຜ່ານການຜ່າຕັດຕັດອະໄວຍະວະເພດບາງສ່ວນອອກ ເມື່ອ 4 ປີກ່ອນ. ຕະຫຼອດໄລຍະເວລາທີ່ຜ່ານມາ, ສຸຂະພາບຂອງລາວແມ່ນແຂງແຮງດີ ແລະ ລະບົບຂັບຖ່າຍປັດສະວະຍັງເຮັດວຽກໄດ້ປົກກະຕິ.

ເຖິງຢ່າງໃດກໍຕາມ, ເນື່ອງຈາກຄວາມຍາວຂອງອະໄວຍະວະທີ່ຍັງເຫຼືອສັ້ນເກີນໄປ, ຄົນເຈັບຈຶ່ງປະເຊີນກັບຄວາມຫຍຸ້ງຍາກຫຼາຍໃນການມີເພດສຳພັນ ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄຸນນະພາບຊີວິດ ແລະ ສະພາບຈິດໃຈຂອງລາວ. ພາຍຫຼັງການປຶກສາຫາລືຮ່ວມກັນຂອງຊ່ຽວຊານຫຼາຍພາກສ່ວນ ໂດຍຜ່ານການປະເມີນຢ່າງລະອຽດທັງດ້ານຄລີນິກ, ລະບົບພູມຄຸ້ມກັນ, ຈິດວິທະຍາ ແລະ ຫຼັກຈັນຍາບັນ, ຄະນະແພດຈຶ່ງລົງຄວາມເຫັນວ່າ ຄົນເຈັບມີເງື່ອນໄຂຄົບຖ້ວນສຳລັບການເຂົ້າຮັບການຜ່າຕັດປ່ຽນຖ່າຍໃນຄັ້ງນີ້.

ຮອງສາດສະດາຈານ ດຣ. ຫງວຽນ ກວາງ (Nguyễn Quang), ຜູ້ອຳນວຍການສູນຊາຍເວດວິທະຍາ ໄດ້ເປີດເຜີຍວ່າ ຂັ້ນຕອນການຜ່າຕັດປະກອບມີການສ້າງໂຄງສ້າງທາງກາຍຍະວິພາກຂອງອະໄວຍະວະເພດຂຶ້ນມາໃໝ່ ເຊັ່ນ: ທໍ່ປັດສະວະ ແລະ ກ້າມຊີ້ນທີ່ກ່ຽວຂ້ອງກັບການແຂງຕົວ (corpus spongiosum ແລະ corpora cavernosa) ໄປພ້ອມໆກັບການຜ່າຕັດຈຸລະສັນຍະກຳ ເພື່ອເຊື່ອມຕໍ່ເສັ້ນເລືອດແດງ, ເສັ້ນເລືອດດຳ ແລະ ເສັ້ນປະສາດຂະໜາດນ້ອຍ. ການປະສົມປະສານລະຫວ່າງເຕັກນິກການສ້າງໃໝ່ ແລະ ຈຸລະສັນຍະກຳຕະຫຼອດການຜ່າຕັດ ຮຽກຮ້ອງໃຫ້ມີຄວາມຊັດເຈນໃນລະດັບສູງສຸດ ເພື່ອຮັບປະກັນການຢູ່ລອດຂອງເນື້ອເຍື່ອທີ່ປ່ຽນຖ່າຍ ແລະ ຊ່ວຍໃຫ້ການຟື້ນຟູການເຮັດວຽກຂອງອະໄວຍະວະກັບມາເປັນປົກກະຕິ.

ປັດຈຸບັນ, ອາການຫຼັງການຜ່າຕັດຂອງຄົນເຈັບຖືວ່າມີທິດທາງທີ່ດີຫຼາຍ ບາດແຜຜ່າຕັດຟື້ນຕົວໄດ້ດີ, ຍັງບໍ່ພົບອາການແຊກຊ້ອນໃດໆ ແລະ ຄົນເຈັບສາມາດຕອບສະໜອງຕໍ່ຢາຕ້ານການປະຕິເສດອະໄວຍະວະໃໝ່ໄດ້ເປັນຢ່າງດີ ໂດຍຢູ່ພາຍໃຕ້ການຕິດຕາມການເຮັດວຽກຂອງລະບົບຂັບຖ່າຍຢ່າງໃກ້ຊິດ.

ດຣ. ເຢືອງ ດຶກ ຮຸ່ງ (Dương Đức Hùng), ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລ ຫວຽດດຶກ ໄດ້ເນັ້ນຢ້ຳວ່າ ຄວາມສຳເລັດຄັ້ງນີ້ເກີດຂຶ້ນໄດ້ຈາກການກຽມຄວາມພ້ອມຢ່າງລະອຽດຖີ່ຖ້ວນຂອງຄະນະແພດ, ການສ້າງມາດຕະຖານການປິ່ນປົວ, ການສຶກສາບົດຮຽນຈາກສາກົນ ແລະ ການປະສານງານຢ່າງແໜ້ນແຟ້ນລະຫວ່າງຊ່ຽວຊານຫຼາຍຂະແໜງການ ນັບຕັ້ງແຕ່ແພດປ່ຽນຖ່າຍອະໄວຍະວະ, ໄປຈົນເຖິງແພດພູມຄຸ້ມກັນວິທະຍາ. ນີ້ຖືເປັນຂີດໝາຍໃໝ່ທີ່ສຳຄັນທີ່ຢັ້ງຢືນເຖິງຄວາມກ້າວໜ້າຂອງລະບົບການປ່ຽນຖ່າຍອະໄວຍະວະໃນຫວຽດນາມ. 

ການຜ່າຕັດປ່ຽນຖ່າຍອະໄວຍະວະເພດ ແມ່ນການປ່ຽນຖ່າຍເນື້ອເຍື່ອປະສົມທີ່ຊັບຊ້ອນ ເຊິ່ງນອກຈາກການຢູ່ລອດຂອງເນື້ອເຍື່ອແລ້ວ ຍັງຕ້ອງໃຊ້ເວລາໃນການປະເມີນການຟື້ນຕົວຂອງຄວາມຮູ້ສຶກ, ການແຂງຕົວ ແລະ ການສະໝານຂອງທໍ່ປັດສະວະ ລວມເຖິງການຕິດຕາມຄວາມສ່ຽງໃນໄລຍະຍາວ.

 ອີງຕາມການລາຍງານຂອງວາລະສານການແພດລະດັບສາກົນ, ປັດຈຸບັນມີການບັນທຶກຜົນສຳເລັດໃນການຜ່າຕັດປ່ຽນຖ່າຍອະໄວຍະວະເພດພຽງແຕ່ 5 ກໍລະນີເທົ່ານັ້ນໃນທົ່ວໂລກ ໂດຍກໍລະນີຫຼ້າສຸດແມ່ນເກີດຂຶ້ນໃນປີ 2018.

ຮູບພາບ: Vietnamnews

#LaoX #ຂ່າວການແພດ #ຫວຽດນາມ #ການຜ່າຕັດປ່ຽນຖ່າຍອະໄວຍະວະ #VietDucHospital #MedicalMilestone

Comments are disabled