ປົກເວັບ 2026 07 30T145233 167

ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານພັດທະນາລາວ ຫຼື LDB  ໄດ້ຢືນຢັນຕໍ່ມວນຊົນວ່າ ການດຳເນີນງານຂອງ ທະນາຄານທຸລະກິດໃນລາວ ແລະ LDB ຍັງຄົງມີຄວາມໝັ້ນຄົງ, ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍຂອງ ສປປ ລາວ.

ທັງສອງສະຖາບັນໄດ້ຈັດກອງປະຊຸມຖະແຫຼງຂ່າວຮ່ວມກັນ ທີ່ສຳນັກງານໃຫຍ່ຂອງທະນາຄານ LDB ໃນນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມາ ເພື່ອຊີ້ແຈງກ່ຽວກັບຂໍ້ມູນທີ່ໄດ້ຖືກເຜີຍແຜ່ຕາມສື່ສັງຄົມອອນລາຍ.

ງານດັ່ງກ່າວໄດ້ມີການຖ່າຍທອດສົດ ເພື່ອໃຫ້ຂໍ້ມູນທີ່ຊັດເຈນແກ່ລູກຄ້າ, ພາກທຸລະກິດ, ອົງການຈັດຕັ້ງ ແລະ ມວນຊົນທັງໃນລາວ ແລະ ຕ່າງປະເທດ.

ທະນາຄານກາງ ລະບຸວ່າ ທະນາຄານພັດທະນາລາວ ຍັງຄົງມີຄວາມໝັ້ນຄົງທາງດ້ານການເງິນ, ດຳເນີນງານຢ່າງໂປ່ງໃສ ແລະ ປະຕິບັດຕາມກົດໝາຍ ພ້ອມທັງລະບຽບການດ້ານທະນາຄານຂອງລາວ.

ທ່ານນາງ ມະນີພອນ ອິນຕາວັນ, ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ທະນາຄານແຫ່ງ ສປປ ລາວ ກ່າວວ່າ ທາງອົງການຂອງຕົນໄດ້ຮັບຊາບເຖິງຂໍ້ມູນ ແລະ ຮູບພາບທີ່ເຜີຍແຜ່ຕາມສື່ສັງຄົມອອນລາຍກ່ຽວກັບທະນາຄານພັດທະນາລາວແລ້ວ.

ທະນາຄານກາງໄດ້ຕິດຕາມບັນຫາດັ່ງກ່າວ, ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ສ້າງຕັ້ງຄະນະກຳມະການຂຶ້ນມາເພື່ອແກ້ໄຂບັນຫານີ້. ນອກຈາກນີ້ ຍັງໄດ້ເຮັດວຽກຢ່າງໃກ້ຊິດກັບທາງທະນາຄານເພື່ອວາງແຜນຮັບມືກັບບັນຫາດັ່ງກ່າວ.

“ຜ່ານການຕິດຕາມແລະເຮັດວຽກຮ່ວມກັບ LDB ມາຮອດປະຈຸບັນໂດຍລວມ LDB ແມ່ນມີຄວາມເຂັ້ມແຂງໝັ້ນຄົງເຄື່ອນໄຫວທຸລະກິດສອດຄ່ອງກັບກົດໝາຍຂອງສປປລາວ.” ທ່ານກ່າວໃນການຖ່າຍທອດສົດ

ທະນາຄານພັດທະນາລາວໄດ້ສືບຕໍ່ພັດທະນາການດຳເນີນງານ ແລະ ເຄືອຂ່າຍການບໍລິການຂອງຕົນ ພາຍຫຼັງການປັບປຸງໂຄງສ້າງໃໝ່ໃນປີ 2021. ປັດຈຸບັນທະນາຄານມີທຶນຈົດທະບຽນ 1.200 ຕື້ກີບ ແລະ ມີແຜນທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຖານທຶນຂອງຕົນຕື່ມອີກໃນຊຸມປີຕໍ່ໜ້າ.

ອັດຕາຜົນຕອບແທນຕໍ່ຊັບສິນ (ROA) ຂອງທະນາຄານ ແມ່ນຢູ່ທີ່ 1,56%, ໃນຂະນະທີ່ອັດຕາຜົນຕອບແທນຕໍ່ສ່ວນທຶນ (ROE) ແມ່ນ 28%. ອັດຕາສ່ວນໜີ້ບໍ່ກໍ່ໃຫ້ເກີດລາຍຮັບ (NPL) ຂອງທະນາຄານພັດທະນາລາວແມ່ນ 0,01%, ເຊິ່ງສະທ້ອນໃຫ້ເຫັນເຖິງການຄຸ້ມຄອງສິນເຊື່ອທີ່ມີປະສິດທິພາບ.

ທ່ານ ນາງ ມະນີພອນ ອິນທະວັນ ຍັງກ່າວຕື່ມວ່າ ທະນາຄານມີລະບົບການຄຸ້ມຄອງສະພາບຄ່ອງທີ່ທັນສະໄໝ ເຊິ່ງຊ່ວຍໃຫ້ສາມາດຕອບສະໜອງພັນທະການຊຳລະເງິນ ແລະ ຂໍ້ຜູກພັນອື່ນໆຕໍ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດໄດ້ຢ່າງເຕັມສ່ວນ.

ທະນາຄານພັດທະນາລາວ ໄດ້ຮັບການກວດສອບບັນຊີປະຈຳປີໂດຍບໍລິສັດກວດສອບພາຍນອກທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ນອກຈາກນັ້ນ ທະນາຄານແຫ່ງ ສປປ ລາວ ກໍຍັງໄດ້ຕິດຕາມ ແລະ ຄຸ້ມຄອງການດຳເນີນງານຂອງທະນາຄານຢ່າງເປັນປະຈຳ.

ເມື່ອອ້າງອີງເຖິງມາດຕະການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ທ່ານ ນາງ ມະນີພອນ ກ່າວວ່າ ທະນາຄານພັດທະນາລາວ ໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ທະນາຄານໄດ້ລົງທຶນໃສ່ລະບົບການຮູ້ຈັກລູກຄ້າ (KYC) ທີ່ທັນສະໄໝ ແລະ ໄດ້ສົ່ງບົດລາຍງານທີ່ຈຳເປັນໃຫ້ແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLO) ຢ່າງເປັນປະຈຳ.

“ທະນາຄານແຫ່ງສປປລາວຂໍຢັ້ງຢືນມາຍັງບັນດາທ່ານພໍ່ແມ່ປະຊາຊົນບຸກຄົນນິຕິຄົນແລະການຈັດຕັ້ງພາຍໃນແລະຕ່າງປະເທດໃຫ້ໝັ້ນໃຈວ່າ LDB ແມ່ນມີຄວາມໝັ້ນຄົງມີການດຳເນີນທຸລະກິດທີ່ໂປ່ງໃສສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວແລະລະບຽບການທີ່ທະນາຄານແຫ່ງສປປລາວວາງອອກ,” ທ່ານນາງກ່າວ.

ທ່ານ ຟອງສະໝຸດ ດວງໃຈ, ຜູ້ອຳນວຍການໃຫຍ່ ທະນາຄານພັດທະນາລາວ ຈຳກັດ ກ່າວວ່າ ທະນາຄານໄດ້ສ້າງຕັ້ງຂຶ້ນໃນປີ 2003 ແລະ ໄດ້ດຳເນີນງານມາເປັນເວລາ 23 ປີແລ້ວ. ລັດຖະບານຖືຮຸ້ນ 30%, ໃນຂະນະທີ່ພາກເອກະຊົນຖືຮຸ້ນ 70%.

ທ່ານ ຟອງສະໝຸດ ກ່າວວ່າ ທະນາຄານມີໂຄງສ້າງການຄຸ້ມຄອງທີ່ສອດຄ່ອງກັບກົດໝາຍຂອງລາວ ແລະ ມາດຕະຖານສາກົນ. ໂຄງສ້າງນີ້ລວມມີ ສະພາບໍລິຫານ, ຄະນະຜູ້ບໍລິຫານ, ທີມງານບໍລິຫານ ແລະ ພະແນກການສະເພາະດ້ານຕ່າງໆ.

ນອກຈາກນີ້ ທະນາຄານຍັງມີພະແນກຕ້ານການຟອກເງິນ ແລະ ຄຸ້ມຄອງຄວາມສ່ຽງເປັນຂອງຕົນເອງ ເຊິ່ງຮັບຜິດຊອບໃນການປ້ອງກັນອາດຊະຍາກຳທາງການເງິນ ແລະ ຄຸ້ມຄອງຄວາມສ່ຽງທີ່ກ່ຽວຂ້ອງ. ທ່ານ ຟອງສະໝຸດ ດວງໃຈ ກ່າວວ່າ ທະນາຄານໃຊ້ລະບົບຕ້ານການຟອກເງິນທີ່ທັນສະໄໝ ເຊິ່ງພັດທະນາໂດຍບໍລິສັດຊອບແວຂອງປະເທດເຢຍລະມັນ. ລະບົບນີ້ສາມາດກັ່ນຕອງລູກຄ້າ ແລະ ການເຮັດທຸລະກຳ ທຽບກັບບັນຊີດຳ (Blacklists) ແລະ ບັນຊີລາຍຊື່ການລົງໂທດ (Sanctions lists) ທີ່ອອກໂດຍອົງການສະຫະປະຊາຊາດ (UN), ຫ້ອງການຄວບຄຸມຊັບສິນຕ່າງປະເທດຂອງສະຫະລັດ (OFAC) ແລະ ສະຫະພາບເອີຣົບ (EU).

ທະນາຄານໄດ້ດຳເນີນການກວດສອບຄວາມຖືກຕ້ອງຂອງລູກຄ້າ (Customer Due Diligence) ກ່ອນການເປີດບັນຊີ ແລະ ຕິດຕາມການເຮັດທຸລະກຳຕ່າງໆ ເພື່ອກວດກາການເຄື່ອນໄຫວທີ່ຜິດປົກກະຕິ ຫຼື ໜ້າສົງໄສ. ທັງຍັງລາຍງານການເຮັດທຸລະກຳທີ່ໜ້າສົງໄສຕໍ່ສຳນັກງານຂໍ້ມູນຕ້ານການຟອກເງິນຢ່າງເປັນປະຈຳ ແລະ ຜ່ານການກວດສອບບັນຊີເອກະລາດໃນແຕ່ລະປີ.

“ຕໍ່ກັບແຫຼ່ງຂ່າວທີ່ເຜີຍແຜ່ໃນຊື່ສັງຄົມອອນລາຍທີ່ກ່າວຫາວ່າ LDB ມີສ່ວນກ່ຽວຂ້ອງກັບການຟອກເງິນ ຂ້າພະເຈົ້າຂໍຢັ້ງຢືນວ່າບໍ່ມີມູນຄວາມຈິງເພາະ LDB ໄດ້ດຳເນີນວຽກງານຕ້ານການຟອກເງິນຢ່າງຈິງຈັງເປັນລະບົບແລະມີຄວາມຕໍ່ເນື່ອງ,” ທ່ານ ຟອງສະໝຸດ ກ່າວ.

ທ່ານ ຟອງສະໝຸດ ກ່າວວ່າ ທະນາຄານຈະສືບຕໍ່ປົກປ້ອງຜົນປະໂຫຍດຂອງລູກຄ້າ, ສະໜັບສະໜູນຄວາມໝັ້ນຄົງຂອງລະບົບທະນາຄານ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນ. ທ່ານໄດ້ຮຽກຮ້ອງໃຫ້ລູກຄ້າ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ອົງການຈັດຕັ້ງຕ່າງໆ ທັງໃນລາວ ແລະ ຕ່າງປະເທດ ສືບຕໍ່ໃຫ້ຄວາມໄວ້ວາງໃຈຕໍ່ທະນາຄານ.

ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາລາວ ຍັງໄດ້ຊຸກຍູ້ໃຫ້ມວນຊົນກວດກາຂໍ້ມູນຢ່າງລະມັດລະວັງ ແລະ ອີງໃສ່ແຫຼ່ງຂໍ້ມູນທີ່ເປັນທາງການ ກ່ອນທີ່ຈະແບ່ງປັນ ຫຼື ແຊຣ໌ ຂໍ້ກ່າວອ້າງຕ່າງໆ ກ່ຽວກັບທະນາຄານ ຫຼື ການບໍລິການທາງດ້ານການເງິນ.

ກອງປະຊຸມຖະແຫຼງຂ່າວຮ່ວມ ຍັງໄດ້ໃຫ້ຂໍ້ມູນຫຼ້າສຸດກ່ຽວກັບສະພາບລວມຂອງລະບົບທະນາຄານທຸລະກິດຂອງລາວ. ທ່ານ ນາງ ມະນີພອນ ກ່າວວ່າ ລະບົບທະນາຄານຂອງປະເທດຍັງຄົງມີຄວາມເຂັ້ມແຂງ ແລະ ໝັ້ນຄົງ.

“ໂດຍລວມແລ້ວ, ລະບົບທະນາຄານມີການເຕີບໂຕຢ່າງແຂງແຮງ, ມີຄວາມໝັ້ນຄົງ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເງິນ,” ທ່ານນາງກ່າວ.

ລະບົບການຊຳລະສະສາງ ໄດ້ສືບຕໍ່ມີຄວາມທັນສະໄໝ, ເຮັດໃຫ້ມີການເຊື່ອມໂຍງທີ່ກວ້າງຂວາງຂຶ້ນລະຫວ່າງບັນດາທະນາຄານໃນລາວ ແລະ ສະຖາບັນການເງິນໃນພາກພື້ນ ແລະ ສາກົນ.

ລະບົບທະນາຄານຍັງສືບຕໍ່ມີບົດບາດສຳຄັນໃນການລະດົມ ແລະ ສະໜອງທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ລະບົບທະນາຄານລາວ ບັນທຶກການເຕີບໂຕຂອງຊັບສິນສະເລ່ຍ 23% ຕໍ່ປີ ນັບແຕ່ປີ 2020 ເປັນຕົ້ນມາ. ມາຮອດເດືອນມິຖຸນາ ປີ 2026, ຊັບສິນລວມມີມູນຄ່າຫຼາຍກວ່າ 572 ພັນຕື້ກີບ.

ລະບົບທະນາຄານໂດຍລວມ ຍັງສືບຕໍ່ດຳເນີນງານຢ່າງມີກຳໄລ ແລະ ມີປະສິດທິພາບທີ່ເໝາະສົມ. ອັດຕາຜົນຕອບແທນຕໍ່ຊັບສິນ (ROA) ສະເລ່ຍທົ່ວລະບົບ ແມ່ນຢູ່ທີ່ 1,64%, ໃນຂະນະທີ່ອັດຕາຜົນຕອບແທນຕໍ່ສ່ວນທຶນ (ROE) ສະເລ່ຍແມ່ນ 18%.

ອັດຕາສ່ວນຄວາມພຽງພໍທຶນສະເລ່ຍທົ່ວລະບົບຢູ່ໃນລະດັບ 17%, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງຂະແໜງການດັ່ງກ່າວ ໃນການຄຸ້ມຄອງຄວາມສ່ຽງ ແລະ ຮັກສາຄວາມໝັ້ນຄົງ.

ທະນາຄານແຫ່ງ ສປປ ລາວ ກ່າວວ່າ ຈະສືບຕໍ່ເຮັດວຽກຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ທະນາຄານພັດທະນາລາວ ເພື່ອຮັບປະກັນໃຫ້ການດຳເນີນງານຂອງທະນາຄານເປັນໄປຢ່າງຄ່ອງຕົວ.

ນອກຈາກການອອກມາຊີ້ແຈງຢ່າງເປັນທາງການແລ້ວ, ຫຼັງຈາກທີ່ໄດ້ມີການເຂົ້າໄປກວດສອບຂໍ້ມູນຕົວຈິງຜ່ານເວັບໄຊທາງການຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃນຕ່າງປະເທດ ພົບວ່າ ທະນາຄານພັດທະນາລາວ (ທພລ ຫຼື LDB) ແມ່ນບໍ່ມີຊື່ປາກົດຢູ່ໃນບັນຊີດຳ (Blacklist) ຫຼື ບັນຊີລາຍຊື່ຜູ້ທີ່ຖືກລົງໂທດທາງການເງິນ (Sanctions Lists) ແຕ່ຢ່າງໃດ.

#LaoXperts #LDB #LaoDevelopmentBank #ທພລ #ທະນາຄານພັດທະນາລາວ #BOL #ທຫລ #ທະນາຄານແຫ່ງສປປລາວ

Comments are disabled