FIFA ກຽມສ້າງປະຫວັດສາດໜ້າໃໝ່ໃນການແຂ່ງຂັນ World Cup 2026 ດ້ວຍການນຳໃຊ້ ແຫວນແຊ້ມ (Championship Rings) ເປັນຄັ້ງທຳອິດ ເພື່ອມອບໃຫ້ແກ່ຜູ້ຊະນະເລີດໃນນັດຊີງຊະນະເລີດລະຫວ່າງ ສເປນ ແລະ ອາເຈນຕິນາ ທີ່ສະໜາມ MetLife Stadium ປະເທດສະຫະລັດອາເມລິກາ ເພື່ອຍົກລະດັບຄວາມຍິ່ງໃຫຍ່ຂອງການແຂ່ງຂັນ.
ການເຄື່ອນໄຫວໃນຄັ້ງນີ້ຖືເປັນການນຳເອົາວັດທະນະທຳກິລາອັນໂດດເດັ່ນຂອງສະຫະລັດອາເມລິກາ ເຊັ່ນ NBA ແລະ NFL ເຂົ້າມາສູ່ການແຂ່ງຂັນບານເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ໂດຍໂຄງການແຫວນແຊ້ມນີ້ຈະຖືກຜະລິດອອກມາຢ່າງຈຳກັດພຽງແຕ່ 2,026 ວົງ ຕາມປີຄຣິດຕະສັກກະລາດຂອງການແຂ່ງຂັນ.
ໃນນັ້ນ, ຈະມີແຫວນສຸດພິເສດ 30 ວົງ ທີ່ຖືກສະຫງວນໄວ້ໃຫ້ກັບນັກເຕະ ແລະ ຄະນະຄູເຝິກຂອງທີມແຊ້ມໂລກ ເຊິ່ງຈະມີການສະຫລັກໝາຍເລກຊີຣີ ແລະ ໃບຢັ້ງຢືນຄວາມເປັນຂອງແທ້ສະເພາະບຸກຄົນ ສ່ວນແຫວນທີ່ເຫຼືອອີກ 1,996 ວົງ ຈະຖືກເປີດໂອກາດໃຫ້ແຟນບານ ແລະ ນັກສະສົມທົ່ວໂລກໄດ້ມີໂອກາດເປັນເຈົ້າຂອງ.
ສຳລັບການອອກແບບຈະມີຄວາມພິເສດໂດຍດ້ານໜຶ່ງຈະເປັນຮູບຂັນລາງວັນ FIFA World Cup ແລະ ອີກດ້ານໜຶ່ງຈະຖືກປັບແຕ່ງໃຫ້ສະທ້ອນເຖິງສີສັນ, ເອກະລັກ ແລະ ສັນຍາລັກຂອງຊາດທີ່ຄວ້າແຊ້ມ.
ຄວາມເປັນໄປໄດ້ໃນການຄອບຄອງລາງວັນອັນຊົງກຽດນີ້ ໄດ້ເພີ່ມຄວາມເຂັ້ມຂຸ້ນໃຫ້ກັບເກມນັດຊີງຊະນະເລີດທີ່ໜ້າຕິດຕາມຢູ່ແລ້ວ ລະຫວ່າງ ສເປນ ແຊ້ມ Euro 2024 ແລະ ອາເຈນຕິນາ ແຊ້ມເກົ່າ World Cup 2022 ໃຫ້ມີຄວາມໝາຍຫຼາຍຂຶ້ນໄປອີກ ໂດຍ FIFA ໄດ້ວາງແຜນທີ່ຈະມອບແຫວນຈຳລອງເທິງເວທີທັນທີຫຼັງສິ້ນສຸດສຽງໝາກຫວີດ ກ່ອນທີ່ຈະຈັດເຮັດແຫວນແທ້ຕາມຂະໜາດນິ້ວມືຂອງຜູ້ຊະນະໃນພາຍຫຼັງ.
ສຳລັບນັດຊີງຊະນະເລີດປະຫວັດສາດທີ່ຈະລະເບີດຄວາມມັນໃນຄືນວັນອາທິດ ວັນທີ 19 ກໍລະກົດ (ຕໍ່ໃສ່ເຊົ້າວັນຈັນ ວັນທີ 20 ກໍລະກົດ) ເວລາ 02:00 ໂມງ. ການຊິງໄຊທີ່ສະໜາມ MetLife Stadium ໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ການຕໍ່ສູ້ເພື່ອຍາດເອົາຂັນລາງວັນອັນຊົງກຽດ ແລະ ຫຼຽນຄຳເທົ່ານັ້ນ ແຕ່ຍັງເປັນການຈາລຶກຊື່ໃນຖານະທີມທຳອິດທີ່ຈະໄດ້ຄອບຄອງສັນຍາລັກແຫ່ງກຽດຕິຍົດຍຸກໃໝ່ຂອງວົງການບານເຕະໂລກຢ່າງແທ້ຈິງ.
#LaoX #FIFAWorldCup2026 #WorldCupFinal #ChampionshipRings #SpainVsArgentina #FootballHistory #MetLifeStadium


