ໜີ້ສິນສາທາລະນະ ເອເຊຍ-ຟາຊີຟິກ ສູງສຸດໃນຮອບ 18 ປີ

ຈາກການສຳຫຼວດຂອງຄະນະກຳມາທິການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ສຳລັບເອເຊຍ ແລະ ປາຊີຟິກ (UN ESCAP) ພົບວ່າປະເທດທີ່ມີຄວາມສ່ຽງສູງຕໍ່ບັນຫາໜີ້ສິນໃນພູມີພາກເອເຊຍ-ປາຊີຟິກ ມີຈຳນວນຫຼາຍຂຶ້ນ ສອດຄ່ອງກັບການສູງຂຶ້ນຂອງໜີ້ສາທາລະນະ ແລະ ຕົ້ນທຶນການຊຳລະໜີ້.

ໃນປີ 2019 ອັດຕາສ່ວນໜີ້ສາທາລະນະຕໍ່ GDP ໂດຍສະເລ່ຍໃນປະເທດກຳລັງພັດທະນາ ໃນພູມີພາກນີ້ຢູ່ທີ່ລະດັບສູງສຸດໃນຮອບ 11 ປີ ທີ່ 40,6% ຕໍ່ມາ ຕົວເລກດັ່ງກ່າວເພີ່ມຂຶ້ນເປັນ 49,5% ຂອງ GDP ໃນປີ 2021 ເປັນຜົນມາຈາກແຮງໝູ່ຂອງມາດຕະການກະຕຸ້ນເສດຖະກິດຂະໜາດໃຫຍ່ຕ່າງໆ ແລະ ລາຍໄດ້ຂອງລັດຖະບານທີ່ລົດລົງ ອັນເປັນຜົນມາຈາກການແຜ່ລະບາດຂອງໂຄວິດ-19 ໂດຍ 2 ໃນ 3 ຂອງເສດຖະກິດໃນພູມີພາກມີໜີ້ດັ່ງກ່າວ ເຖິງລະດັບສູງສຸດນັບແຕ່ປີ 2008.

ເລຂາທິການສະຫະປະຊາຊາດເປີດເຜີຍໃນລາຍງານວ່າ ໜີ້ສາທາລະນະທີ່ເພີ່ມຂຶ້ນຫຼັງຈາກການລະບາດໃຫຍ່ ປະກອບກັບທ່າອ່ຽງການເຕີບໂຕທາງເສດຖະກິດທີ່ອ່ອນແອລົງ ແລະ ອັດຕາສ່ວນໜີ້ສິນ ລວມທັງຂອງລັດຖະບານໃຫ້ຄົງທີ່ໃນລະດັບປັດຈຸບັນ ໄດ້ພາຍໃນປີ 2027 ຍົກເວັ້ນຈີນ ແລະ ປະເທດກຳລັງພັດທະນາ. ໂດຍການຂາດທຶນຫຼັກເປັນປັດໄຈສຳຄັນທີ່ສົ່ງຜົນໃຫ້ໜີ້ສິນສາທາລະນະ ໃນພູມີພາກສູງຂຶ້ນ ຂະນະທີ່ການອ່ອນຄ່າຂອງສະກຸນເງິນຍັງເປັນສ່ວນສຳຄັນທີ່ເຮັດໃຫ້ໜີ້ສາທາລະນະເພີ່ມຂຶ້ນໃນຫຼາຍປະເທດ.

ນອກຈາກນີ້ ເຄິ່ງໜຶ່ງຂອງປະເທດກຳລັງພັດທະນາ ໃນນີ້ມີພາກເອເຊຍ-ປາຊີຟິກ ເພິ່ງພາໜີ້ຕ່າງປະເທດເປັນຫຼັກ ເຊິ່ງສ່ວນໃຫຍ່ເປັນສະກຸນເງິນໂດລາ ຄິດເປັນສັດສ່ວນຫຼາຍກວ່າ 20% ຂອງ GDP ໃນລະບົບເສດຖະກິດຂອງ 12 ປະເທດ.

ປະເທດທີ່ມີບັນຫາລະດັບຂອງໜີ້ສິນສູງ ອາດຈຳເປັນຕ້ອງມີການປັບໂຄງສ້າງໜີ້ລ່ວງໜ້າທີ່ວ່ອງໄວ ແລະ ພຽງພໍ ໃນຂະນະທີ່ຄວາມພະຍາຍາມທີ່ຈະນຳໄປສູ່ກົນໄກການແກ້ບັນຫາໜີ້ລະຫວ່າງປະເທດ ແລະ ການປັບໂຄງສ້າງກອບການເຮັດວຽກກໍຕ້ອງເລັ່ງດຳເນີນການເຊັ່ນດຽວກັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/