Disney+ ໄຕມາດທຳອິດ ເຜີຍ ຜູ້ໃຊ້ງານຫາຍໄປ 4 ລ້ານຄົນ


Variety ໄດ້ລາຍງານວ່າ Platform Steaming Disney+ ໄດ້ສູນເສຍຜູ້ສະໝັກບໍລິການໄປຮອດ 4 ລ້ານຜູ້ໃຊ້ງານ ໃນໄຕມາດທຳອິດຂອງປິ 2023 ລະຫວ່າງເດືອນມັງກອນ ຫາ ມີນາ ທາງ Disney+ ໄດ້ສູນເສຍຜູ້ໃຊ້ງານຢ່າງຕໍ່ເນື່ອງເປັນຈຳນວນຫຼວງຫຼາຍມາຕັ້ງແຕ່ປີ 2022 ທີ່ຜ່ານມາ ສົ່ງຜົນເຮັດໃຫ້ຜູ້ໃຊ້ງານໃນປັດຈຸບັນຢູ່ທີ່ 157,8 ລ້ານຜູ້ໃຊ້ງານ.

ການເປີດເຜີຍເຖິງຈຳນວນຜູ້ສະໝັກໃຊ້ງານທີ່ລົດລົງ ເກີດຂຶ້ນໃນເວລາທີ່ທຸລະກິດ Steaming ຂອງ Disney ໄດ້ຫຼຸດການຂາດທຶນຈາກການດຳເນີນງານໃນໄຕມາດທຳອິດໄດ້ 400 ລ້ານໂດລາ ຈາກການຂາດທຶດກ່ອນໜ້າ 1.100 ລ້ານໂດລາໃນໄຕມາດກ່ອນໜ້າ ລົງມາເຫຼືອ 659 ລ້ານໂດລາ.

Disney ໄດ້ເລີ່ມບໍລິການ Platform Steaming Disney+ ເມື່ອປາຍປີ 2019 ໂດຍມີເນື້ອຫາຈາກ Star Wars, Marvel, Pixar, National Geographic ແລະ ອື່ນໆອີກຫຼາຍ ໃຫ້ໄດ້ຮັບຊົມ ມີຜູ້ຄົນສົນໃຈເປັນຈຳນວນຢ່າງຫຼວງຫຼາຍຈົນມາ ປີ 2022 ຈຳນວນຜູ້ໃຊ້ງານໄດ້ລົດລົງ ສາເຫດຫຼັກມາຈາກ Disney+ Hotstar ເຊິ່ງເປັນ Platform version ອິນເດຍ ແລະ ບາງສ່ວນໃນເຂດອາຊີຕາເວັນອອກສຽງໃຕ້ ທີ່ມີການສູນເສຍຜູ້ໃຊ້ງານເປັນຈຳນວນຢ່າງຫຼວງຫຼາຍ ເນື່ອງຈາກທາງ Disney ບໍ່ໄດ້ຕໍ່ສັນຍາການຖ່າຍທອດສົດການແຂ່ງຂັນ ຄິກເກດ Indian Premier League

Bob lger CEO ຂອງ Disney ໄດ້ອອກມາລະບຸວ່າ ຜົນປະກອບການທີ່ດີຂຶ້ນສະທ້ອນເຖິງການປັບກົນລະຍຸດ Disney ເຮັດມາຕະຫຼອດ ເພື່ອໃຫ້ບໍລິສັດເຕີບໂຕ ແລະ ປະສົບຄວາມສຳເລັດໄດ້ຢ່າງຍືນຍົງ Disney+ ໄດ້ມາຮອດຈຸດປ່ຽນ ແລະ ກຳໄລພາຍໃນປີໜ້າ ແຕ່ຕອນນີ້ Disney ກຳລັງພົບກັບແຮງກົດດັນທີ່ຈະຕ້ອງເຮັດໃຫ້ Streaming ມີກຳໄລ ໂດຍທີ່ຕະຫຼາດຮູບເງົາ ແລະ ໂທລະທັດແບບດັັ້ງເດິມໄດ້ຫົດຕົວລົງຢ່າງຕໍ່ເນື່ອງ.

ໃນປັດຈຸບັນ  Disney ມີຜູ້ສະໝັກໃຊ້ງານບໍລິການຫຼາຍກວ່າ 231 ລ້ານຄົນຢູ່ເຖິງ 3 Platform Streaming ຄື Disney+  ESPN+ ແລະ Hulu ແຕ່ໃນສ່ວນຂອງ Disney+ ມີຜູ້ໃຊ້ງານທົ່ວໂລກ 158 ລ້ານຄົນ ແຕ່ກໍຍັງຕາມຫຼັງຄູ່ແຂ່ງຢ່າງ Netflix ທີ່ມີຜູ້ໃຊ້ບໍລິການຢູ່ທີ່ 232,5 ​ລ້ານຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/