ພິທາ ລິ້ມຈະເຣີນຣັດ ປະກາດໄຊຊະນະ ພ້ອມເປັນແກນນຳຈັດຕັ້ງລັດຖະບານຊຸດຕໍ່ໄປ ແລະ ຈະກ້າວມາເປັນນາຍົກຄົນທີ 30 ຂອງປະເທດໄທ


ໃນໄລຍະ 2-3 ເດືອນທີ່ຜ່ານມາ ປະເທດໄທ ເຕັມໄປດ້ວຍບັນຍາກາດອັນຄຶກຄື້ນກັບການຕໍ່ສູ້ຫາສຽງເລືອກຕັ້ງ ວ່າທີ່ນາຍົກລັດຖະມົນຕີ ຄົນທີ 30 ຂອງປະເທດ ພາຍໃຕ້ຄວາມຫວັງຈະປ່ຽນແປງປະເທດໃຫ້ດີຂຶ້ນ.

ພາຍຫຼັງສຳເລັດການເລືອກຕັ້ງເມື່ອວັນທີ 14 ພຶດສະພາທີ່ຜ່ານມາ ພິທາ ລິ້ມຈະເຣີນຣັດ ປະກາດໄຊຊະນະ ພ້ອມເປັນແກນນຳຈັດຕັ້ງລັດຖະບານຊຸດຕໍ່ໄປ ແລະ ຈະກ້າວມາເປັນນາຍົກ ຄົນທີ 30 ຂອງປະເທດໄທ ພາຍຫຼັງຜົນການນັບຄະແນນຢ່າງບໍ່ເປັນທາງການປາກົດວ່າ ພັກກ້າວໄກທີ່ມີ ພິທາ ເປັນຫົວໜ້າພັກ ແລະ ເປັນແຄນດິເດດ ນາຍົກລັດຖະມົນຕີນັ້ນ ໄດ້ຄະແນນໂຫວດມາເປັນອັນດັບ 1 ຈາກທັງໝົດ 8 ພັກ.

ຕອນບ່າຍຂອງວັນທີ 15 ພຶດສະພາ ພິທາ ລິ້ມຈະເຣີນຣັດ ໄດ້ອອກຖະແຫຼງການລະບຸວ່າ: “ພັກກ້າວໄກພ້ອມເປັນແກນນຳໃນຈັດຕັ້ງລັດຖະບານຊຸດຕໍ່ໄປ ແລະ ຂ້າພະເຈົ້າພ້ອມທີ່ຈະເປັນນາຍົກລັດຖະມົນຕີ ຄົນຕໍ່ໄປຂອງປະເທດໄທ ພ້ອມທີ່ຈະຟັງຄວາມຄິດເຫັນທີ່ແຕກຕ່າງ ເພາະຄວາມຄິດເຫັນທີ່ແຕກຕ່າງຈະເຮັດໃຫ້ຂ້າພະເຈົ້າເປັນນາຍົກທີ່ດີຂຶ້ນ”.

ພິທາ  ກ່າວຕື່ມວ່າ: “ພວກເຮົາພ້ອມທີ່ຈະສົ່ງຄືນສັດທາທີ່ມີຕໍ່ລະບອບປະຊາທິປະໄຕ ລະບົບລັດຖະສະພາ ສ້າງຄວາມໂປ່ງໃສ ແລະ ມີປະສິດທິພາບໃຫ້ກັບລະບົບການເມືອງໄທ ແລະ ຜູ້ແທນລາສະດອນທຸກຄົນ”.

ນອກຈາກນີ້ ໃນການກຽມຈັດຕັ້ງລັດຖະບານຊຸດໃໝ່ ພິທາ ລິ້ມຈະເຣີນຣັດ ຍັງເປີດເຜີຍອີກວ່າ ຕົນ ແລະ ທາງພັກ ໄດ້ຕິດຕໍ່ໄປຫາແກນນຳຂອງອີກ 5 ພັກ ໂດຍສະເພາະ ແກນນຳພັກເພື່ອໄທ ທີ່ມີຄະແນນເປັນອັນດັບ 2 ແລະ ໄດ້ເຊີນມາຮ່ວມຈັດຕັ້ງລັດຖະບານນຳກັນ ແລະ ນອກຈາກ 2 ພັກເຮົາ ກໍຍັງມີ ພັກປະຊາຊາດ, ພັກໄທສ້າງໄທ ແລະ ເສລີລວມໄທ ໂດຍໄດ້ມີການໂອ້ລົມກັນໃນເບື້ອງຕົ້ນ ແລະ ຍັງຈະມີການຕິດຕໍ່ໄປເພີ່ມອີກໜຶ່ງພັກ ລວມສຽງກັນໄດ້ແລ້ວ 309 ສຽງ ເຊິ່ງພຽງພໍແລ້ວກັບການຈັດຕັ້ງລັດຖະບານ.

ພິທາ ລິ້ມຈະເຣີນຣັດ ປັດຈຸບັນອາຍຸ 42 ປີ. ຈົບປະລິນຍາໂທ 2 ໃບທຳອິດ ທີ່ຄະນະການເມືອງການປົກຄອງ ມະຫາວິທະຍາໄລຮາວາດ ສະຫະລັດອາເມຣິກາ. ສ່ວນໃບທີ 2 ຈາກຄະນະບໍລິຫານທຸລະກິດ ສະຖາບັນເທັກໂນໂລຢີແມດຊາຊູເຊດສ໌ (MIT) ສະຫະລັດອາເມຣິກາ. ຖ້າບໍ່ມີຍັງຜິດພາດ ພິທາ ລິ້ມຈະເລີນຣັດ ຍັງຈະກາຍເປັນນາຍົກລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດໃນປະຫວັດສາດປະເທດນຳອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/