ເຄີຍສົງໄສບໍ່ວ່າເປັນຫຍັງນັກວິທະຍາສາດຈຶ່ງນິຍົມໃຊ້ໜູມາທົດລອງແທນສັດຊະນິດອື່ນ?


​ນັກວິ​ໄຈ​ສອງ​ຄົນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ UC Davis (University of California, Davis) ໄດ້​ຮັບ​ທຶນ​ ​ 2,3 ລ້ານໂດລາສະ​ຫະ​ລັດ ເພື່ອ​ສຶກ​ສາ​ການ​ປ່ຽນ​ແປງ​ທາງ​ຮ່າງ​ກາຍລວມ​ໄປ​ເ​ຖິງ​ສ່ວນ​ປະ​ກອບ​ຕ່າງໆ​ເຊັ່​ນ: ໂຄງ​ສ້າງ​ໂມ​ເລ​ກຸນພາຍ​ໃນເນື້ອເຍື່ອ, ​ກ້າມຊີ້ນ ແລ​ະ ອະໄວຍະວະຕ່າງໆ​ຂອງ​ໜູ.

ພາຍໃຕ້ກະຊວງກະສິກໍາຂອງສະຫະລັດ (USDA), ສັດ​ເຫຼົ່າ​ນີ້ໄດ້ຮັບການປົກປ້ອງ​ຄຸ້ມ​ຄອງຜ່ານກົດໝາຍສະຫວັດດີການສັດ ເຊິ່ງເປັນກົດໝາຍຂອງລັດຖະບານກາງດຽວໃນສະຫະລັດທີ່ຄວບຄຸມການປິ່ນປົວສັດໃນການຄົ້ນຄວ້າ, ງານວາງສະແດງ, ການຂົນສົ່ງ, ແລະ ໂດຍຕົວແທນຈໍາໜ່າຍ.

ນັກ​ວິ​ໄຈ​ໃຊ້​ໜູຫຼາຍກວ່າ 1.500 ໂຕ​ໃນ​ໄລ​ຍະ​ເວ​ລາ 6 ປີ​ ແລະ ພວກ​ເຂົາເ​ຝິກ​ມັນ​ໃຫ້​ຮ່າງ​ກາຍ​ມີ​ຄວາມ​ທົນ​ທານ​ທຽບ​ເທົ່າ​ກັບ​ມະ​ນຸດ​​ ໂດຍໃຫ້ແລ່ນ​ເທິງເຄື່ອງ​ແລ່ນ ຫຼື Treadmill . ຫຼັງ​ຈາກ​ນັ້ນ​ພວກ​ໜູ​ກໍ​ຈ​ະ​ຖືກຍຸຕິ​ຊີ​ວິດ​ເພື່ອ​ທີ່​ນັກ​ວິ​ໄຈ​ຈະ​ໄດ້​ຜ່າ ແລະ ວິ​ເຄາະ​ທຳ​ຄວາມ​ເຂົ້​າໃຈ​​ເຖິງ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ກ້າມຊີ້ນ ແລະ ອື່ນໆ.

ອີງຕາມມູນນິທິສໍາລັບການຄົ້ນຄວ້າຊີວະວິທະຍາ (FBR)​ ລະ​ບຸ​ວ່າ “ນັກຄົ້ນຄວ້າສຶກສາໜູເພາະວ່າພວກມັນຄ້າຍຄືກັນກັບຄົນທາງກຳມະພັນ” ແລະ “ປະມານ 95% ຂອງສັດທົດລອງທັງໝົດແມ່ນໜູ ແລະ ເປັນ​ໜູ​ທີ່​ລ້ຽງ​ໄວ້ສໍາລັບການຄົ້ນຄວ້າໂດຍສະເພາະ.” ນີ້​​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຳ​ນວນ​ໜູ​ທີ່ຖືກ​ໃຊ້​ໃນ​ການ​ທົດ​ລອງວ່າ​ມັນຫຼາຍ​ຂະ​ໜາ​ດ​ໃດ ແລະ ເປັນ​ຫຍັງ​ຈຶ່ງ​ໃຊ້​ໜູ​ ຄືບໍ່​ໃຊ້ ​ກົບ, ໝູ ຫຼື ໄກ່​ແທນ?

ສາເຫດທີ່ຄົນນິຍົມໃຊ້ໜູທົດລອງຫຼາຍກວ່າສັດປະເພດອື່ນນັ້ນມີຫຼາກຫຼາຍສາເຫດດ້ວຍກັນເຊິ່ງສາມາດຈັດແບ່ງເປັນໝວດໝູ່ໄດ້ດັ່ງນີ້:

  1. ດ້ານ​ກຳມະພັນ
  • ໜູມີ​ກຳມະພັນ​ທີ່​ຄ້າຍ​ກັບ​ມະ​ນຸດທັງລະ​ດັບ​ກາ​ຍະ​ພາບ, ລະ​ດັບ​ຢີນ ຫຼື ​ໃນ​ດ້​ານ​ລະ​ບົບ​ປະ​ສາດ.
  • ໜູ​ສາ​ມາດ​ປະ​ສົມ​ພັນ​ກັບ​ຍາດ​ພີ່​ນ້ອງ​ຕົນ​ເອງ​ໄດ້​ໂດຍ​ບໍ່​ເຮັດ​ໃຫ້​ເກີດ​ຢີນ​ດ້ອຍ ຫຼື ມີ​ຜົນ​ກະ​ທົບ​ດ້ານ​ພັນ​ທຸ​ກຳ ແລະ ຍັງ​​ເປັນ​ຜົນ​ດີ​ເຮັດ​ໃຫ້ໄດ້​ລະ​ຫັດ​ກຳມະພັນໃກ້​ຄຽງ​ກັນ​.
  1. ດ້ານການໃຊ້ງານ
  • ໜູມີຂະໜາດໂຕທີ່ນ້ອຍດັ່ງນັ້ນເວລານຳມາທົດລອງຈຳນວນຫຼາຍເຮັດໃຫ້ປະຢັດພື້ນທີ່ໄດ້, ສາມາດຈັດເກັບໄດ້ງ່າຍ.
  • ລາຄາຖືກ ແລະ ຫາ​ຊື້​ງ່າຍ.
  • ມີວົງຈອນການສືບພັນທີ່ສັ້ນ ຫຼື ງ່າຍໆຄືມັນສາມາດອອກລູກໄດ້ເທື່ອລະຫຼາຍຕົວ, ອອກລູກໄດ້ຫຼາຍເທື່ອ ເຮັດໃຫ້ງ່າຍຕໍ່ການຜະລິດມາໃຊ້ໃນການທົດລອງ.
  • ວົງຈອນຊີວິດສັ້ນຄື​ໜູມີອາຍຸຢູ່ປະມານ 12 ​ເດືອນ​ເຖິງ 3,5 ປີ​ເທົ່າ​ນັ້ນ ​ເໝາະ​ກັບ​ການ​ທົດ​ລອງ​ໄລ​ຍະ​ສັ້ນ.
  • ໜູ​ເປັນ​ສັດ​ທີ່​ເອົາ​ຕົວ​ລອດ​ເກັ່ງ ​​ບໍ່​ຄ່ອຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ແວດ​ລ້ອມ.

​ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/