ໂອໂຊນ (Ozone) ແມ່ນຫຍັງ?


ເຮົາມັກຈະໄດ້ຍິນຄຳວ່າ “ໂອໂຊນ” ຫຼາຍຄັ້ງ ໂດຍສະເພາະເມື່ອກ່າວເຖິງພາວະໂລກຮ້ອນ (Global warming) ປາກົດການເຮືອນແກ້ວ (Greenhouse Effect) ຫຼື ພາວະພູມອາກາດທີ່ມີການປ່ຽນແປງ (Climate Change) ແຕ່ຮູ້ຫຼືບໍ່ວ່າ ໂອໂຊນແມ່ນຫຍັງ ? ມີຜົນຕໍ່ສິ່ງທີ່ມີຊີວິດເທິງໂລກແນວໃດ?  ແລະ ດີຕໍ່ຮ່າງກາຍມະນຸດແທ້ຫຼືບໍ່​?

ໂອໂຊນຄືໂມເລກຸນທີ່ປະກອບຂຶ້ນຈາກອະຕອມຂອງອອກຊິເຈນ 3 ອະຕອມ ມີໂຄງສ້າງທີ່ບໍ່ສະຖຽນ ດັ່ງນັ້ນຈຶ່ງສາມາດປ່ຽນກັບໄປເປັນກາສອອກຊິເຈນໄດ້, ໂລກເຮົາມີຊັ້ນບັນຍາກາດປົກຄຸມຢູ່ ໂດຍແບ່ງເປັນຊັ້ນໆ ຕາມອຸນຫະພູມ ແລະ ຄວາມສູງຈາກພື້ນດິນ ດັ່ງນັ້ນລະດັບຄວາມສູງຂອງຊັ້ນບັນຍາກາດຈຶ່ງອາດມີການປ່ຽນແປງໄປຕາມການປ່ຽນແປງຂອງອຸນຫະພູມໃນແຕ່ລະລະດູການ.

  1. ຊັ້ນໂທຣໂຟສະເຟຍ  (Troposphere) ເປັນຊັ້ນບັນຍາກາດທີ່ຢູ່ສູງຈາກພື້ນດິນ 0-15 ກິໂລແມັດ ໂດຍອຸນຫະພູມຈະລົດລົງຕາມລຳດັບຄວາມສູງທີ່ສູງຂື້ນ ໃນບັນຍາກາດຊັ້ນນີ້ມີໂອໂຊນຢູ່ ແຕ່ເປັນໂອໂຊນທີ່ເກີດຈາກກິດຈະກຳຕ່າງໆຂອງມະນຸດ ເຊິ່ງຈະເຮັດໜ້າທີ່ເປັນສານອອກຊິແດນ ແຍກອະຕອມຂອງຂອງອອກຊິເຈນອອກຈາກສານປະກອບອື່ນໆ ລວມເຖິງອອກຊິເຈນໃນຮ່າງກາຍມະນຸດ ຫຼື ສັດດ້ວຍ ຈຶ່ງເປັນອັນຕະລາຍຕໍ່ສຸຂະພາບຫຼາຍກວ່າເປັນປະໂຫຍດ
  2. ຊັ້ນສະຕາໂຕສະເຟຍ (Stratosphere) ເປັນຊັ້ນບັນຍາກາດທີ່ຢູ່ໃນລະດັບ 15-50 ກິໂລແມັດຈາກພື້ນດິນ ໂດຍອຸນຫະພູມຈະເພີ່ມຂຶ້ນຕາມລະດັບຄວາມສູງທີ່ສູງຂຶ້ນ ເນື່ອງຈາກບັນຍາກາດຊັ້ນນີ້ມີໂອໂຊນຢູ່ເຊັ່ນກັນ ແລະ ເປັນໂອໂຊນທີ່ເຮັດໜ້າທີ່ປ້ອງກັນໂລກຈາກລັງສີອັລຕຣາໄວໂອເລັດ (UV)  ທີ່ມາຈາກດວງອາທິດ ເມື່ອໂອໂຊນດູດຊັບພະລັງງານຄວາມຮ້ອນຈາກລັງສີອັລຕຣາໄວໂອເລັດ ຈຶ່ງເຮັດໃຫ້ບັນຍາກາດຊັ້ນນີ້ມີອຸນຫະພູມທີ່ສູງຂຶ້ນນັ້ນເອງ
  3. ຊັ້ນມີໂຊສະເຟຍ (Mesosphere) ເປັນຊັ້ນບັນຍາກາດທີ່ຢູ່ໃນລະດັບຄວາມສູງ 50-80 ກິໂລແມັດຈາກພື້ນດິນ ແຕ່ອຸນຫະພູມໃນຊັ້ນນີ້ຈະລົດລົງຕາມລະດັບຄວາມສູງທີ່ສູງຂຶ້ນ ເນື່ອງຈາກມີໂອໂຊນຢູ່ໜ້ອຍ ແລະ ສາມາດດູດຊັບລັງສີອັລຕຣາໄວໂອເລດຈາກດວງອາທິດໄດ້ພຽງເລັກນ້ອຍເທົ່ານັ້ນ
  4. ເທີໂມສະເຟຍ ຫຼື ໄອໂອໂນສະເຟຍ (Thermosphere or Ionosphere) ເປັນຊັ້ນບັນຍາກາດທີ່ຢູ່ໃນລະດັບສູງ 80-500 ກິໂລແມັດຈາກພື້ນດິນ ໂດຍບັນຍາກາດຊັ້ນນີ້ຈະປະກອບໄປດ້ວຍໄນໂຕເຈນ ແລະ ອອກຊິເຈນເປັນສ່ວນໃຫຍ່ ອຸນຫະພູມໃນຊັ້ນນີ້ຈະຮ້ອນ ເພາະໂມເລກຸນຂອງໄນໂຕເຈນ ແລະ ອອກຊິເຈນດູດຊັບພະລັງງານຄວາມຮ້ອນຈາກແສງອາທິດເອົາໄວ້ຫຼາຍ
  5. ເອັກໂຊສະເຟຍ (Exosphere) ເປັນຊັ້ນບັນຍາກາດຊັ້ນສຸດທ້າຍທີ່ເປັນສ່ວນຕໍ່ລະຫວ່າງບັນຍາກາດໂລກ ແລະ ອະວະກາດ ໂດຍມີຄວາມສູງຈາກພື້ນດິນ 500 ກິໂລແມັດຂຶ້ນໄປ

ດັ່ງນັ້ນ, ໂອໂຊນທີ່ເປັນປະໂຫຍດສຳລັບການດຳລົງຊີວິດກໍຄື ໂອໂຊນທີ່ຢູ່ໃນຊັ້ນສະຕາໂຕສະເຟຍ ຂະນະທີ່ໂອໂຊນທີ່ຢູໃນລະດັບຕຳ່ກວ່ານັ້ນ ຈະເປັນອັນຕະລາຍຕໍໍ່ມະນຸດ

ສຳລັບໂອໂຊນໃນຊັ້ນສະຕາໂຕສະເຟຍເກີດຈາກການທີ່ລັງສີອັລຕຣາໄວໂອເລດທີ່ມີພະລັງງານສູງມາຕຳກັບ ໂມເລກຸນກາສອອກຊິເຈນ ໃນຊັ້ນສະຕາໂຕສະເຟຍເຮັດໃຫ້ໂມເລກຸນຂອງອອກຊິເຈນແຕກຕົວອອກຈາກກັນ ໂມເລກຸນທີ່ແຕກຕົວອອກຈາກກັນແລ້ວ ຈະໄປຈັບໂມເລກຸນອື່ນໆຂອງກາສອອກຊິເຈນກາຍເປັນຊັ້ນໂອໂຊນ

ແນວໃດກໍຕາມ ໂອໂຊນກໍຖືກທຳລາຍໄດ້ໂດຍລັງສີອັລຕຣາໄວໂອເລັດເຊັ່ນກັນ ເພາະເມື່ອໂອໂຊນດູດລັງສີອັລຕຣາໄວໂອເລັດໄວ້ແລ້ວ ກໍຈະແຕກຕົວກາຍເປັນອະຕອມອິດສະຫຼະຂອງອອກຊິເຈນ 1 ອາຕອມ ແລະ ກາສອອກຊິເຈນ 1 ໂມເລກຸນ

ປັດຈຸບັນໂອໂຊນກຳລັງຖືກທຳລາຍຫຼາຍຈາກສານຟຣີຣອນ (CFC) ແລະ ຮາຣອນ (Haron) ທີ່ໃຊ້ໃນອຸດສະຫະກຳຕ່າງໆ ເນື່ອງຈາກສານດັ່ງກາວມີຄໍຣີນເປັນອົງປະກອບ ເມື່ອສານຟຣີຣອນ ລອຍຕົວສູງຂຶ້ນຊັ້ນສະຕາໂຕສະເຟຍ ແລະ ດູດກືນລັງສີອັນຕາໄວໂອເລັດໄວ້ ຈະເຮັດໃຫ້ໂມເລກຸນຂອງສານຟຣີຣອນ ແຕກຕົວໃຫ້ຄໍຣີນ ແລະ ປະຕິກິລິຍາກັບໂອໂຊນເກີດເປັນຄໍຣີນ ແລະ ເຮັດປະຕິກິລິຍາກັບໂອໂຊນ ເກີດເປັນຄໍຣີນໂມໂນອອກຊາຍ ແລະ ກາສອອກຊິເຈນ.

ເມື່ອບັນຍາກາດໃນຊັ້ນສະຕາໂຕສະເຟຍບໍ່ມີໂອໂຊນ ກໍເຮັດໃຫ້ລັງສີອັລຕຣາໄວໂອເລັດສ່ອງລົງມາຍັງພື້ນໂລກໄດ້ຫຼາຍຂຶ້ນ ເປັນອັນຕະລາຍຕໍ່ມະນຸດຢ່າງໜຶ່ງເພາະເຮັດໃຫ້ສ່ຽງຕໍ່ການເປັນມະເລັງຜິວໜັງສູງຂຶ້ນ ແລະ ຍັງທຳລາຍແບກທີເຣຍ ຫຼື ເຊື້ອຈຸລິນຊີບາງຊະນິດທີ່ມີປະໂຫຍດ ສົ່ງຜົນຕໍ່ລະບົບນິເວດໄດ້ອີກດ້ວຍ.

https://www.trueplookpanya.com/knowledge/content/62433/-blo-sciear-sci-