ສາຍການບິນ Air New Zealand ສະເໜີບໍລິການ “ຖ້ຽວບິນປິດສະໜາ”ທີ່ຜູ້ໂດຍສານຈະບໍ່ຮູ້ເລີຍວ່າຕົນເອງຈະໄປລົງຈອດຢູ່ມຸມໃດຂອງໂລກ!!!!


ສຳນັກຂ່າວຊີເອັນໆ ລາຍງານວ່າ ສາຍການບິນ Air New Zealand ໄດ້ນຳເອົາໂປຣໂມຊັນພິເສດກັບມາສະເໜີລູກຄ້າອີກຄັ້ງໜຶ່ງ ໃນຂະນະທີ່ການເດີນທາງທ່ອງທ່ຽວຫຼຸດໜ້ອຍລົງ ຍ້ອນການລະບາດຂອງໂຄວິດ-19.

ໂປຣໂມຊັນນີ້ມີຊື່ວ່າ “Mystery Breaks” ຫຼື “ຖ້ຽວບິນປິດສະໜາ” ແມ່ນການໃຫ້ລູກຄ້າຈ່າຍຄ່າແພັກເກຈທ່ອງທ່ຽວລາຄາດຽວ ເຊິ່ງລວມຄ່າປີ້ເຮືອບິນ, ຄ່າເຊົ່າລົດ ແລະ ຄ່າທີ່ພັກໂດຍທີ່ບໍ່ຮູ້ລ່ວງໜ້າວ່າ ຈຸດໝາຍປາຍທາງຂອງການລົງຈອດນັ້ນຢູ່ບ່ອນໃດ ແຕ່ຈະຮູ້ກ່ອນເວລາເດີນທາງພຽງ 2 ວັນເທົ່ານັ້ນ.

ທີ່ຜ່ານມາ ນິວຊີແລນປະສົບຜົນສຳເລັດໃນການຄວບຄຸມພະຍາດໂຄວິດ-19 ດ້ວຍຈຳນວນຜູ່ຕິດເຊື້ອສະສົມ 1,531 ລາຍ ແລະ ເສຍຊີວິດ 25 ລາຍ. ແຕ່ຊາວນິວຊີແລນສ່ວນໃຫຍ່ ຍັງບໍ່ສາມາດເດີນທາງໄປທ່ຽວຕ່າງປະເທດໄດ້ ໂດຍທີ່ບໍ່ຖືກກັກໂຕ ນອກຈາກບາງລັດໃນອົດສະຕາລີເທົ່ານັ້ນ ເຮັດໃຫ້ລັດຖະບານຕ້ອງຫັນມາກະຕຸ້ນການທ່ອງທ່ຽວພາຍໃນປະເທດແທນ.

ສຳຫຼັບແພັກເກຈຖ້ຽວບິນປິດສະໜານີ້ມີລາຄາເລີ່ມຕົ້ນທີ່ 599 ໂດລາອົດສະຕາລີ ຫຼື ປະມານ 6 ລ້ານຫ້າແສນກີບ ໂດຍມີໃຫ້ເລືອກ 3 ລະດັບຄື: Great, Deluxe ແລະ Luxury ໂດຍຈະນໍາລູກຄ້າໄປສູ່ 20 ສະຖານທີ່ທ່ອງທ່ຽວໃນນິວຊີແລນ ແລະ ພັກໃນໂຮງແຮມທີ່ເຂົ້າຮ່ວມໂຄງການຂອງ Air New Zealand.

ຢ່າງໃດກໍຕາມ ລູກຄ້າຍັງມີສິດທີ່ະສາມາດເລືອກບາງຢ່າງໃນແພັກເກຈທ່ອງທ່ຽວພິເສດນີ້ໄດ້, ໜຶ່ງແມ່ນສາມາດເລືອກວັນທີທີ່ຈະເດີນທາງໄດ້ ແລະ ສອງແມ່ນສາມາດເລືອກສະຖານທີ່ 1 ແຫ່ງທີ່ບໍ່ຕ້ອງເດີນທາງໄປພັກຜ່ອນຈາກທັງໝົດ 20 ສະຖານທີ່ທີ່ຈະຖືກສຸ່ມເລືອກໃຫ້ໄດ້ອີກດ້ວຍ.

ທີ່ມາ: https://www.voathai.com/a/air-new-zealand-mystery-breaks/5628700.html