ນາຊາສົ່ງຍານອະວາກາດ ລົງຢຽບດາວເຄາະນ້ອຍ ເບນນູ ໄດ້ຄັ້ງທຳອິດໃນປະຫວັດສາດ


ພາບນາທີທີ່ນັກວິທະຍາສາດຂອງນາຊາ ທີ່ກຳລັງດີໃຈກັນສຸດຂີດ ເມື່ອຍານສຳຫຼວດໂອໄຣຊິສ-ເຣັກ ລົງສຳຜັດພື້ນຜິວດາວເຄາະນ້ອຍເບນນູ ຄັ້ງທຳອິດໃນປະຫວັດສາດ ສົ່ງແຂນກົນເກັບຕົວຢ່າງຝຸ່ນຫີນກັບມາສູ່ໂລກ.

ເມື່ອວັນທີ 21 ຕຸລາ 2020 ເວັບໄຊ ເດລີເມລ ລາຍງານເຜີຍແຜ່ຄລິບວິດີໂອ ບັນທຶກພາບເຫດການທີມນັກວິທະຍາສາດຂອງອົງການບໍລິຫານການບິນແລະ ອະວາກາກດແຫ່ງຊາດສະຫະລັດ (NASA) ສຸດດີໃຈ ໃນຂະນະທີ່ຍານສຳຫຼວດໂອໄຣຊິສ-ເຣັກ (Osiris-Rex) ຂອງນາຊາ ໄດ້ລົງສຳຜັດພື້ນຜິວຂອງດາວເຄາະນ້ອຍເບນນູ (Bennu) ເຊິ່ງຢູ່ຫ່າງຈາກໂລກເປັນໄລຍະທາງປະມານ 200 ລ້ານໄມລ໌ (ປະມານ 320 ລ້ານກິໂລແມັດ) ເມື່ອເວລາປະມານ 18:15 ນາທີ ຂອງວັນອັງຄານທີ 20 ຕຸລາທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ນາຊາໄດ້ມີການຖ່າຍທອດສົດນາທີແຫ່ງຄວາມລຸ້ນລະທຶກ ຍານໂອໄຣຊິສ-ເຣັກ ລົງສຳຜັດແຕະພື້ນຜິວດາວເຄາະນ້ອຍເບນນູເປັນຄັ້ງທຳອິດໃນປະຫວັດສາດຂອງການສົ່ງຍານສຳຫຼວດໄປລົງສູ່ພື້ນຜິວເທິງດາວເຄາະນ້ອຍດວງນີ້, ຈາກນັ້ນ ຍານສຳຫຼວດໂອໄຣຊິສ-ເຣັກ ໄດ້ໃຊ້ອຸປະກອນແຂນກົນເກັບຕົວຢ່າງຝຸ່ນ, ຫິນ ບໍລິເວນພິກັດເປົ້າໝາຍທີ່ຖືກເອີ້ນວ່າ “ໄນຕິງເກລ” ກັບມາສູ່ໂລກ.

ບັນດານັກວິທະຍາສາດໃຫ້ຄວາມສົນໃຈ ດາວເຄາະນ້ອຍເບນນູ ເນື່ອງຈາກເຊື່ອວ່າດາວເຄາະນ້ອຍນີ້ມີສ່ວນປະກອບຕ່າງໆ ທີ່ມາຈາກລະບົບສຸລິຍະໃນຍຸກເລີ່ມຕົ້ນ ພ້ອມທັງດາວເຄາະນ້ອຍເບນນູຍັງຖືເປັນດາວເຄາະນ້ອຍໃກ້ໂລກ ແລະ ເປັນໜຶ່ງໃນດາວເຄາະນ້ອຍທີ່ມີໂອກາດຈະເຂົ້າປະທະກັບໂລກ.

ດາວເຄາະນ້ອຍເບນນູ ມີຄວາມກວ້າງປະມານ 510 ແມັດ ເປັນວັດຖຸທາງດາຣາສາດ ເຊື່ອວ່າເທິງດາວປະກອບດ້ວຍຫິນ ແລະ ຝຸ່ນ ທີ່ມັນກຳຄວາມລັບທີ່ໜ້າສົນໃຈກ່ຽວກັບລະບົບສຸລິຍະໃນຍຸກເລີ່ມຕົ້ນເມື່ອປະມານ 4,500 ລ້ານປີກ່ອນ. ໂດຍຍານດັ່ງກ່າວໄດ້ໄປໂຄຈອນຮອບດາວເຄາະນ້ອຍເບນນູຕັ້ງແຕ່ປີ 2018 ຈະກັບໄປໂຄຈອນຮອບດາວເຄາະຕໍ່ໄປຈົນຮອດປີໜ້າ ແລະ ຈະມຸ່ງໜ້າມາສູ່ໂລກໃນປີ 2023.

ຮຽບຮຽງໂດຍ: Alounny

ຂອບໃຈຂໍ້ມູນຈາກ:https://www.thairath.co.th/news/foreign/1958080?cx_testId=7&cx_testVariant=cx_1&cx_artPos=0&cx_rec_section=news&cx_rec_topic=foreign#cxrecs_s

https://www.thairath.co.th/news/foreign/1958629