ບ່າວປາກິສະຖານສ້າງປະຫວັດສາດ ພິສູດຄວາມຮັກດ້ວຍການຊື້ດິນເທິງດວງຈັນໃຫ້ເມຍ


ໂຊເຮບ ອາເໝັດ (Sohaib Ahmed) ໜຸ່ມປາກິສະຖານຈາກເມືອງຣາວັນປິນດີ ພິສູດຮັກແທ້ດ້ວຍການໃຊ້ເງິນ 45 ໂດລາ ຫຼື ປະມານ 440.000 ກີບ ຊື້ດິນເທິງດວງຈັນ ຜ່ານກຸ່ມນາຍໜ້າ ເພື່ອມອບໃຫ້ເປັນຂອງຂວັນແຕ່ງງານແກ່ພັນລະຍາສຸດທີ່ຮັກ

ໜຸ່ມປາກິສະຖານ ອາຍຸ 23 ປີລາຍນີ້ແຕ່ງງານກັບພັນລະຍາ ມາດິຮາ ອາຍຸ 26 ປີິ ເມື່ອ 6 ເດືອນກ່ອນ ແລະ ໄດ້ຮັບໜັງສືຮັບຮອງຄວາມເປັນເຈົ້າຂອງດິນທີ່ມີເນື້ອທີ່ປະມານ ເຄິ່ງເຮັກຕາ ໃນບໍລິເວນທີ່ເອີ້ນວ່າ Sea of Vapours

ມາດິຮາ ໃຫ້ສຳພາດກັບສະຖານີໂທລະທັດ Samaa TV ວ່າ ຕອນທຳອິດໝູ່ໆກໍບໍ່ໄດ້ເຊື່ອວ່າສາມີຂອງນາງຈະຊື້ຂອງຂວັນສຸດພິເສດຂະໜາດນີ້ໃຫ້ “ທຸກຄົນຄິດວ່າຂ້ອຍຫຼິ້ນຕະຫຼົກ ຂ້ອຍຕ້ອງເອົາເອກະສານໃຫ້ເບິ່ງ ພວກເຂົາຈຶ່ງເຊື່ອ”ມາດິຮາກ່າວ

ກຸ່ມນາຍໜ້າຜູ້ລິເລີ່ມການຕັ້ງຖິ່ນຖານເທິງດວງຈັນ Lunar Settlement Initiative (LSI) ລະບຸວ່າ ການອ້າງກຳມະສິດຈະມີຜົນຕາມກົດໝາຍ ແລະ ເປັນທີ່ຍອມຮັບກໍຕໍ່ເມື່ອມະນຸດຂຶ້ນໄປຕັ້ງຖິ່ນຖານຢ່າງຖາວອນເທິງດວງຈັນແລ້ວ

“ເຈົ້າຂອງທີ່ດິນຈະສາມາດເຂົ້າໄປອາໄສ ຫຼື ພັດທະນາທີ່ດິນຂອງຕົນແນວໃດກໍໄດ້ ໂດຍຢູ່ພາຍໃຕ້ກົດໝາຍ ຫຼື ກົດເກນໃດໆ ທີ່ອາດຈະກຳນົດຂຶ້ນໂດຍລັດຖະບານທີ່ມີອຳນາດອະທິປະໄຕ ແລະ ເປັນອິດສະຫຼະເທິງດວງຈັນ ເຊິ່ງຈະຖືກເລືອກໂດຍພົນລະເມືອງທີ່ນັ້ນ” ເວັບໄຊຂອງນາຍໜ້າກຸ່ມນີ້ລະບຸ

ອາເໝັດ ຍອມຮັບວ່າ ເຂົາໄດ້ແຮງບັນດານໃຈຈາກພະເອກໜຸ່ມຊື່ດັງແຫ່ງວົງການບອນລີວູດ ສຸຊານ ຊິງ ຣາຊະປຸດ (Sushant Singh Rajput) ເຊິ່ງເສຍຊີວິດຈາກການຂ້າຕົວຕາຍ ແລະ ເປັນເຈົ້າຂອງທີ່ດິນເທິງດວງຈັນເຊັ່ນກັນ

ທີ່ມາ:

https://en.dailypakistan.com.pk/12-Oct-2020/meet-the-first-pakistani-to-own-a-plot-on-moon

https://www.facebook.com/astv.aroundtheworld/photos/a.762276233833524/3503332249727895/?type=3