ກຽມເອົາຮູບປັ້ນ “ເມດູຊາກັບຫົວຂອງເພີຊີອຸສ” ໄປຕັ້ງໜ້າສານໃນນິວຢອກເພື່ອຢ້ຳບັນຫາການຄຸກຄາມທາງເພດ


“ເມດູຊາ” ໜຶ່ງໃນຕໍານານກຣີກທີ່ໂດ່ງດັງ ແລະ ເຊື່ອວ່າ ຫຼາຍໆຄົນໜ້າຈະຮູ້ຈັກນາງດີຢູ່ແລ້ວ ບໍ່ວ່າຈະເປັນເອກະລັກອັນໂດດເດັ່ນນັ້ນແມ່ນ ຫົວທີ່ເປັນງູ, ຮູບປັ້ນ ”ເພີຊີອຸສກັບຫົວເມດູຊາ” ທີ່ໂດ່ງດັງ, ແຕ່ວ່າຫຼ້າສຸດ ຮູບປັ້ນ “ເມດູຊາກັບຫົວຂອງເພີຊີອຸສ” ກໍາລັງຈະຖືກນໍາໄປຈັດສະແດງທີ່ໜ້າສານໃນນະຄອນນິວຢອກ ເພື່ອເປັນສັນຍາລັກຂອງຄວາມຍຸຕິທຳ ແລະ ສະທ້ອນເຖິງບັນຫາການລ່ວງລະເມີດທາງເພດ.

ປະຫວັດຫຍໍ້ຂອງເມດູຊານັ້ນ ຕາມຕໍານານແລ້ວ ເມດູຊາເປັນຍິງສາວບໍລິສຸດທີ່ມີຜົນສວຍງາມ ແຕ່ມື້ໜຶ່ງນາງຖືກເທບໂພໄຊດອນຂົ່ມຂືນໃນວິຫານແຫ່ງອາທີນາ ແຖມຍັງຖືກເທພີອາທີນາເບິ່ງວ່າເມດູຊານັ້ນ ສ້າງມົນທິນໃຫ້ແກ່ວິຫານ ຈຶ່ງສາບໃຫ້ເມດູຊາກາຍເປັນຜີສາດທີ່ມີຜົມເປັນຮັງງູເປັນຕາຢ້ານ ແລະ ຂັບໄລ່ນາງອອກຈາກວິຫານ.

ແຕ່ໂສກຄະນາດຕະກໍາທີ່ເກີດຂຶ້ນກັບເມດູຊານັ້ນ ບໍ່ໄດ້ໝົດພຽງເທົ່ານັ້ນ ເພາະນາງຍັງກາຍເປັນພາລະກິດ ຂອງເພີຊິອຸສ ມະນຸດເຄິ່ງເທບຜູ່ໂດ່ງດັງ ເຊິ່ງທ້າຍທີ່ສຸດແລ້ວ ນາງກໍຖືກກຳຈັດດ້ວຍການຕັດຫົວ ແລະ ຫົວຂອງນາງຍັງກາຍເປັນໄຊຊະນະຢູ່ເທິງເກາະປ້ອງກັນຂອງເພີຊີອຸສອີກດ້ວຍ.

ເລື່ອງລາວທີ່ເກີດຂຶ້ນກັບເມດູຊາ ສະທ້ອນໃຫ້ເຫັນເຖິງວັດທະນະທຳການຂົ່ມຂືນໃນສັງຄົມທີ່ຜູ່ຊາຍເປັນໃຫຍ່ ທີ່ຜູ້ຖືກກະທຳເບິ່ງວ່າເປັນຝ່າຍຜິດ ແລະ ນີ້ເອງກໍກາຍເປັນແຮງບັນດານໃຈໃຫ້ກັບ ລູເຊຍໂນ ກາບາຕີ (Luciano Garbati) ສິນລະປິນຊາວອາເຈນຕິນາ-ອີຕາລີ ໃນການສ້າງຮູບປັ້ນເມດູຊາກັບຫົວເພີຂີອຸສ ເມື່ອປີ 2008 ເພື່ອຕອບໂຕ້ຮູບປັ້ນເພີຊີອຸສກັບຫົວເມດູຊາ ຜົນງານສຸດໂດ່ງດັງຂອງ ເຊລລິນີ ໃນສະຕະວັດທີ 16.

ທີ່ມາ: https://thematter.co/brief/125897/125897