ຍີ່ປຸ່ນອຸກໃຈ ທະເລສະອາດເກີນໄປ ຈົນປາແລະພືດ ບໍ່ມີອາຫານກຽມແກ້ກົດໝາຍຜ່ອນຜັນການປ່ອຍນ້ຳເປື້ອນລົງທະເລ


ແຫຼ່ງຂ່າວລາຍງານໜຶ່ງເຜີຍກັບສຳນັກຂ່າວຈິຈິຈາກຍີ່ປຸ່ນວ່າ ກະຊວງສິ່ງແວດລ້ອມຍີ່ປຸ່ນມີແຜນການນຳໃຊ້ມາດຕະການຕ່າງໆ ເພື່ອຢຸດຢັ້ງບໍ່ໃຫ້ທະເລເຊໂຕະ ສະອາດເກີນໄປ ເຊິ່ງທາງກະຊວງເຊື່ອວ່າ ສະພາວະດັ່ງກ່າວຈະເຮັດໃຫ້ທະເລຂາດສານອາຫານຈົນສາຫຼ່າຍມີສີຈືດ ແລະ ປະຊາກອນປາຫຼຸດລົງ ເຊິ່ງເປັນຜົນເສຍຕໍ່ອຸດສາຫະກຳປະມົງໃນທ້ອງຖິ່ນ.

ແຫຼ່ງຂ່າວລາຍນີ້ຍັງບອກອີກວ່າ ກະຊວງສະເໜີຈະຮ່າງແກ້ໄຂກົດໝາຍສະບັບໜຶ່ງ ທີ່ຈະອະນຸຍາດໃຫ້ມີການຜ່ອນຜັນມາດຕະການອະນຸລັກສິ່ງແວດລ້ອມເຂົ້າສູ່ການພິຈາລະນາຂອງລັດຖະສະພາໃຫ້ໄວທີ່ສຸດໃນຕົ້ນປີໜ້າ.

ສ່ວນກົດໝາຍກ່ຽວກັບການອະນຸລັກສິ່ງແວດລ້ອມ ໂດຍສະເພາະທີ່ທະເລເຊໂຕະ ມີການສະເໜີເຂົ້າສູ່ລັດຖະສະພາຍີ່ປຸ່ນຄັ້ງທຳອິດເມື່ອປີ 1975 ຍ້ອນວ່າ ໃນຂະນະນັ້ນທະເລເຊໂຕະມີນ້ຳເປື້ອນຈາກໂຮງງານອຸດສາຫະກຳໄຫຼລົງປະລິມານຫຼາຍ.

ຄາດວ່າຮ່າງກົດໝາຍສະບັບແກ້ໄຂນີ້ ຈະອະນຸຍາດໃຫ້ຜູ້ບໍລິຫານເທສະບານເມືອງບາງແຫ່ງ ທີ່ຢູ່ອ້ອມຮອບທະເລເຊໂຕະ ຖິ້ມນ້ຳເປື້ອນ, ປ່ອຍນ້ຳອອກຈາກເຂື່ອນ ແລະ ອ່າງເກັບນ້ຳໄດ້ບາງສ່ວນ ເພື່ອເພີ່ມເກືອທີ່ມີສານອາຫານລົງສູ່ທະເລ ໂດຍສະເພາະໃນລະດູການເຮັດສວນສາຫຼ່າຍ ລະຫວ່າງຊ່ວງລະດູໃບໄມ້ຫຼົ່ນ ຈົນຮອດລະດູໃບໄມ້ປົ່ງໃນປີຕໍ່ໄປ.

ທີ່ມາ: https://www.sanook.com/news/8283122/