ພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືການນໍາໃຊ້ ລະບົບພິສູດຕົວຕົນ ຜ່ານທາງເອເລັກໂຕຣນິກ (e-KYC) ລະຫວ່າງ ທະນາຄານ ພັດທະນາລາວ ແລະ ບໍລິສັດເອັສບີແລັບ 856 ຈຳກັດ


ພິທີຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ 02 ຝ່າຍ ໄດ້ແກ່ ທ່ານ ພຸດສາລາ ອົມດາລາ ຮອງຜູ້ອໍານວຍການ ທພລ ແລະ ທ່ານ ນ. ສົມຈິດ ພົມມະທັນສີ ປະທານ ບໍລິສັດ SB LAB 856 ຈໍາກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ພ້ອມກັນນີ້ຍັງມີ ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ປທສ, ຄະນະບໍລິຫານງານທັງ 02 ຝ່າຍ ເຂົ້າຮ່ວມ ຢ່າງພ້ອມພຽງ.

ຈຸດປະສົງແມ່ນເພື່ອ ໃຫ້ລູກຄ້າຂອງ ທພລ ມີຄວາມສະດວກສະບາຍໃນການຢັ້ງຢືນຕົວຕົນເວລາລົງທະບຽນນຳໃຊ້ບໍລິການອີເລັກໂທນິກຂອງ ທພລ, ໂດຍສະເພາະແມ່ນການລົງທະບຽນນຳໃຊ້ LDB Wallet, LDB Trust ເປັນຕົ້ນ.

ທີ່ມາ: https://www.facebook.com/LaoDevelopmentBank/posts/3791872064170074