ຂ່າວດີ ! ບຸນນະມັດສະການພຣະທາດຫຼວງປີນີ້ ຂີ່ລົດເມຟຣີ!


 ບຸນນະມັດສະການພຣະທາດຫຼວງປີນີ້ ຂີ່ລົດເມຟຣີ 3 ສາຍທາງ:

ໄອເຕັກ-ດົງໂດກ, ໄອເຕັກ-ດົງຄຳຊ້າງ ແລະ ໄອເຕັກ-ຕະຫຼາດເຊົ້າ-ສີໄຄ-ຕາດທອງ ເລີ່ມແຕ່ວັນທີ 29-31 ຕຸລາ ເຊິ່ງລົດເມຈະແລ່ນບໍລິການ 5 ຖ້ຽວຕໍ່ມື້ ຈາກ 9 ໂມງເຊົ້າເຖິງ 9 ໂມງແລງ ການບໍລິການລົດເມຟຣີຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງບໍລິສັດລາວເວີນ (Lao World Public Company)  ກັບລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແນໃສ່ເພື່ອສົ່ງເສີມໃຫ້ປະຊາຊົນນຳໃຊ້ຂົນສົ່ງສາທາລະນະລະຫວ່າງງານບຸນປະເພນີພຣະທາດຫຼວງປີນີ້

ສາຍທີ 1: ໄອເຕັກ-ທາດຫຼວງ-ດົງໂດກ

ສາຍທີ 2: ໄອເຕັກ-ໜອງໄຮ-ດົງຄຳຊ້າງ

ແລະ ສາຍທີ 3: ໄອເຕັກ-ຕະຫຼາດເຊົ້າ-ສີໄຄ-ຕາດທອງ

ທີ່ມາ: https://www.facebook.com/laotiantimes/posts/3516876251691645

https://web.facebook.com/VientianeCity2Bus/photos/pcb.1330624113948153/1330624097281488