ແມ່ຍິງໄຕ້ຫວັນໄປຖອນແຂ້ວ 20 ເຫຼັ້ມພ້ອມກັນ ປາກົດວ່າເສຍຊີວິດ


ແມ່ຍິງຊາວໄຕ້ຫວັນ ອາຍຸ 34 ປີ ມີອາການເຈັບແຂ້ວ ແພດຈຶ່ງຕັດສິນໃຈຖອນແຂ້ວແມງຂອງລາວອອກ ໃຊ້ເວລາດົນເຖິງ 5 ຊົ່ວໂມງ ກ່ອນຈະແຈ້ງພໍ່ຂອງລາວວ່າ ໄດ້ຖອນແຂ້ວອອກ 20 ເຫຼັ້ມ, ເມື່ອຖືກຖາມວ່າເປັນຫຍັງຈຶ່ງຖອນແຂ້ວອອກເຖິງ 20 ເຫຼັ້ມໃນເວລາດຽວກັນ ແພດຈຶ່ງບອກວ່າ “ຈະຖອນແຂ້ວເຫຼັ້ມດຽວ ຫຼື 20 ເຫຼັ້ມ ກໍບໍ່ແຕກຕ່າງຫຍັງກັນດອກ”

ຫຼັງຈາກນັ້ນລາວໄດ້ກັບບ້ານ ລາວມີອາການບໍ່ດີ ກ່ອນຈະເປັນລົມໝົດສະຕິ ຄອບຄົວຈຶ່ງຮີບນຳໂຕສົ່ງໂຮງໝໍທັນທີ. ຜ່ານໄປ 9 ວັນ ແພດແຈ້ງກັບຍາດພີ່ນ້ອງຜູ່ປ່ວຍວ່າ ຜູ່ປ່ວຍມີອາການສະໝອງຕາຍ ຄອບຄົວຈຶ່ງຕັດສິນໃຈຖອດເຄື່ອງຊ່ວຍຫາຍໃຈອອກດ້ວຍຄວາມປວດໃຈ.

ແພດທີ່ຖອນແຂ້ວໃຫ້ລາວ ຊີ້ແຈງວ່າ ລາວໄດ້ອະທິບາຍລາຍລະອຽດກ່ຽວກັບການຜ່າຕັດໃຫ້ລາວຮູ້ແລ້ວ ແລະ ໃຫ້ດົມຢາສະຫຼົບກ່ອນຜ່າຕັດ, ຫຼັງຈາກທີ່ຜ່າຕັດແລ້ວ ແພດໄດ້ສັງເກດອາການຂອງລາວໄດ້ 2 ຊົ່ວໂມງ ກ່ອນຈະອະນຸຍາດໃຫ້ກັບບ້ານໄດ້.

ຂະນະທີ່ຜົນການຊັນນະສູດອອກມາວ່າ ລາວເສຍຊີວິດຍ້ອນອາການປອດບວມ ແຕ່ຄອບຄົວຕັ້ງຂໍ້ສົງໄສວ່າ ສາເຫດຂອງການເສຍຊີວິດຂອງລາວມາຈາກການຖອນແຂ້ວ ເນື່ອງຈາກລູກສາວເປັນຄົນມີສຸຂະພາບແຂງແຮງດີມາຕະຫຼອດ ອາການມາເປັນໜັກຫຼັງຈາກຖອນແຂ້ວ ຈຶ່ງເຮັດເລື່ອງໃຫ້ມີການກວດສອບເພີ່ມເຕີມ.

ທີ່ມາ: https://litd-team.monday.com/boards/728423200/pulses/873530226