ມົນລະພິດທາງອາກາດເຮັດໃຫ້ກະດູກຂອງມະນຸດອ່ອນແອລົງ


ເມື່ອ 2-3 ປີທີ່ຜ່ານມາ ມີການຄົ້ນພົບຫຼັກຖານທາງວິທະຍາສາດທີ່ບົ່ງຊີ້ວ່າ ມົນລະພິດທາງອາກາດສົ່ງຜົນກະທົບຕໍ່ບັນຫາສຸຂະພາບເພີ່ມຂຶ້ນເລື້ອຍໆໃນຫຼາຍດ້ານ ບໍ່ວ່າຈະເປັນເລື່ອງສຸຂະພາບຫົວໃຈ, ປອດ, ດວງຕາ ແລະ ເດັກໃນທ້ອງ ຫຼື ແມ່ນແຕ່ສຸຂະພາບຈິດໃຈ, ຫຼ້າສຸດຍັງພົບວ່າ ສາມາດເຮັດໃຫ້ກະດູກເສື່ອມຈົນແຕກຫັັກໄດ້ງ່າຍກ່ອນໄວອັນຄວນ.

ທີມນັກວິໄຈນານາຊາດ ນຳໂດຍສະຖາບັນເພື່ອສຸຂະພາບໂລກ ແຫ່ງບາເຊໂລນາ (ISGlobal) ຂອງສະເປນ ຕີພິມລົງວາລະສານການແພດ JAMA Network Open ໂດຍລະບຸວ່າ ປະຊາກອນໄວຜູ້ໃຫຍ່ຕອນຕົ້ນຂອງເມືອງທີ່ມີຝຸ່ນລະອອງ PM 2.5 ໃນລະດັບສູງ ມີຄວາມສ່ຽງທີ່ຈຳນວນແຮ່ທາດໃນກະດູກລົດໜ້ອຍຖອຍລົງກວ່າປົກກະຕິ.

ມີການວິເຄາະຄວາມສຳພັນລະຫວ່າງປະລິມານຂອງຝຸ່ນ PM 2.5 ຈາກສະຖານທີ່ 23 ແຫ່ງ ອ້ອມຮອບເມືອງໄຮເດີຣາບັດ ຂອງປະເທດອິນເດຍ ກັບຄວາມໜາແໜ້ນຂອງແຮ່ທາດໃນມວນກະດູກສະໂພກ ແລະ ກະດູກສັນຫຼັງຂອງຊາວອິນເດຍ 3,700 ຄົນ ທີ່ອາໄສຢູ່ບໍລິເວນດັ່ງກ່າວ ເຊິ່ງຄົນເຫຼົ່ານີ້ມີອາຍຸສະເລ່ຍ 35.7 ປີ.

ຜົນປາກົດວ່າ ພື້ນທີ່ຕົວຢ່າງທີ່ສຶກສາ ມີຄ່າສະເລ່ຍຂອງລະດັບ PM2.5 ໃນອາກາດຕະຫຼອດທັງປີທີ່ 32.8 ໄມໂຄຣກຼາມ ຕໍ່ລູກບາດແມັດ ເຊິ່ງສູງກວ່າລະດັບປອດໄພທີ່ອົງກອນອະນາໄມກໍານົດໄວ້ເຖິງ 3 ເທົ່າ.

ທີມຜູ້ວິໄຈພົບວ່າ ເມື່ອຝຸ່ນ PM2.5 ເພີ່ມຂຶ້ນທຸກ 3 ໄມໂຄຣກຼາມຕໍ່ລູກບາດແມັດ, ຄວາມໜາແໜ້ນຂອງແຮ່ທາດໃນກະດູກຂອງປະຊາກອນທັງຍິງ ແລະຊາຍຈະລົດລົງ 0.011 ກຼາມຕໍ່ຊັງຕີຕາແມັດໃນກະດູກສັນຫຼັງ ແລະລົດລົງ 0.004 ກຼາມຕໍ່ຊັງຕີຕາແມັດ ສຳຫຼັບກະດູກສະໂພກ, ພ້ອມທັງຍັງພົບວ່າ ຜົງຝຸ່ນດຳ (Black Carbon) ເຊິ່ງເປັນສ່ວນປະກອບຂອງຝຸ່ນ PM2.5 ອາດຈະເປັນໂຕກະຕຸ້ນໃຫ້ເກີດພາວະກະດູກເສື່ອມ ແລະ ໂຣກກະດູກຜ່ອຍໄດ້.

ກ່ອນໜ້ານີ້ເຄີຍມີການວິໄຈຂອງມະຫາວິທະຍາໄລຮາວາດທີ່ເຜີຍແຜ່ເມື່ອ 2017 ເຊິ່ງຢູ່ໃນຊ່ວງມວນກະດູກສະສົມຕົວຈົນມີຄວາມໜາແໜ້ນ ແລະ ແຂງແກ່ນສູງສຸດໃນຊີວິດ ອາດຈະໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດຈົນສະສົມມວນກະດູກໄດ້ໜ້ອຍລົງ ແລະ ມີຄວາມສ່ຽງຈະເປັນໂຣກກະດູກຜ່ອຍສູງກວ່າເກົ່າເມື່ອມີອາຍຸຫຼາຍຂຶ້ນ.

ທີ່ມາ: https://www.bbc.com/thai/international-51008026