7 ປະເທດໃນໂລກ ທີ່ພົບໂຄວິດ-19ກາຍພັນຈາກໂຕມິ້ງ


ປັດຈຸບັນ 7 ປະເທດທົ່ວໂລກ ລວມເຖິງການທົດລອງທາງວິທະຍາສາດ ລາຍງານການພົບໂຕມິ້ງກາຍພັນຂອງເຊື້ອໄວຣັສໂຄວິດ-19 ໃນໂຕມິ້ງທີ່ແຜ່ລະບາດມາສູ່ມະນຸດໄດ້.

ຄວາມບໍ່ແນ່ນອນກ່ຽວກັບຜົນກະທົບຂອງໂຄວິດ-19 ສາຍພັນໃໝ່ໃນໂຕມິ້ງ ເຮັດໃຫ້ເດັນໝາກ ເຊິ່ງເປັນຜູ່ຜະລິດຂົນມິ້ງລາຍໃຫຍ່ທີ່ສຸດໃນໂລກ ກຳຈັດໂຕມິ້ງທົ່ວປະເທດເມື່ອຕົ້ນເດືອນພະຈິກທີ່ຜ່ານມາ.

ການກຳຈັດມິ້ງເລີ່ມໂດຍການວິໄຈຈາກໜ່ວຍງານດ້ານສາທາລະນະສຸກຂອງເດັນໝາກ statens Serum Institut (SSI) ເຊິ່ງຊີ້ໃຫ້ເຫັນວ່າ ເຊື້ອໂຄວິດ-19 ໃນມິ້ງສາຍພັນທີ່ເອີ້ນວ່າ C5 ນັ້ນຍາກຕໍ່ການເຮັດໃຫ້ເປັນກາງດ້ວຍແອນຕິບໍດີ ແລະ ອາດເປັນໄພຄຸກຄາມຕໍ່ປະສິດທິພາບຂອງວັກຊີນໂຄວິດ-19.

ເດັນໝາກ, ເນເທີແລນ,​ ອາຟຣິກາໃຕ້, ສະວິດເຊີແລນ, ໝູ່ເກາະແຟໂຣ, ຣັດເຊຍ ແລະ ສະຫະລັດອາເມຣິກາ ແມ່ນ 7 ປະເທດທີ່ລາຍງານການພົບກໍລະນີການກາຍພັນຂອງໂຄວິດ-19 ທີ່ກ່ຽວກັບໂຕມິ້ງ ໂດຍມີພຽງເດັນໝາກທີ່ພົບມະນຸດຕິດເຊື້ອກາຍພັນນີ້.

ຟຣັງຊົວ ບັນລູ (Francois Balloux) ຜູ່ອຳນວຍການສະຖາບັນກຳມະພັນ University College Landon (UCL) ກ່າວວ່າ ການຄົ້ນພົບເຊື້ອໂຄວິດ-19 ສາຍພັນໃໝ່ໃນໂຕມິ້ງ ເປັນຂໍ້ບົ່ງຊີ້ເຖິງຄວາມຈຳເປັນໃນການກຳຈັດມິ້ງທີ່ລ້ຽງໃນຟາມຕ່າງໆ.

“ຈໍານວນພາຫະນໍາເຊື້ອທີ່ເພີ່ມຂຶ້ນ ໝາຍເຖິງໂອກາດການຕິດເຊື້ອໃນມະນຸດເພີ່ມຂຶ້ນ ຂ້ອຍຄິດວ່າປະເດັນຫຼັກແມ່ນ ເຖິງວ່າການກາຍພັນອາດຈະບໍ່ເປັນຕາຢ້ານ ແຕ່ກໍມີເຫດຜົນພຽງພໍໃນການກຳຈັດໂຕມິ້ງ” ບັນລູບອກ ແລະ ເສີມວ່າ ສະເພາະໃນເດັນໝາກ ປະຊາກອນໂຕມິ້ງມີຫຼາຍກວ່າມະນຸດ 3 ເທົ່າ ເຊິ່ງຖ້າພວກມັນສ່ວນໃຫຍ່ຕິດໂຄວິດ-19 ແລະ ແຜ່ມາສູ່ມະນຸດໄດ້ ຜົນລັບທີ່ເກີດຂຶ້ນນັ້ນເປັນຕາຢ້ານເກີນກວ່າຈະຄາດເດົາໄດ້.

ອາຈານ ເຊຊາດຣີ ວະສັນ ຈາກມະຫາວິທະຍາໄລນິວຢອກ ຜູ່ວິເຄາະຖານຂໍ້ມູນສຳຫຼັບສາຍພັນໂຄວິດ-19 ໃນມິ້ງກ່າວ່າ “ເຮົາພົບລຳດັບກຳມະພັນເຊື້ອໂຄວິດ-19 ສາຍພັນໃໝ່ໃນມິ້ງທີ່ເດັນໝາກ 329 ລຳດັບ, ເນເທີແລນ 6 ລຳດັບ, ອາຟຣິກາໃຕ້ ແລະ ສະວິດເຊີແລນແຫ່ງລະ 2 ລຳດັບ, ໝູ່ເກາະແຟໂຣ, ຣັດເຊຍ ແລະ ລັດຢູທາ ມີແຫ່ງລະ 1 ລຳດັບ”.

ເມື່ອຖາມວ່າ ການແຜ່ກະຈາຍອາດຈະເກີດຂຶ້ນໄດ້ແນວໃດ ວະສັນກ່າວວ່າ ຈາກຕົວຢ່າງທີ່ເກັບຮວບຮວມຈາກໂຕມິ້ງ ແລະ ມະນຸດໃນເດັນໝາກໃນເດືອນມິຖຸນາ ອາດຈະເປັນໄປໄດ້ວ່າ ການເຄື່ອນຍ້າຍຂອງຄົນ, ສັດ ຫຼື ສິນຄ້າ ອາດຈະເຮັດໃຫ້ລຳດັບເຊື້ອໄວຣັສໂຄວິດ-19 ທີ່ກາຍພັນແຜ່ກະຈາຍໄປຍັງປະເທດອື່ນ.

ເນື່ອງຈາກຖານຂໍ້ມູນ Gisaid ມີພຽງຂໍ້ມູນຜູ່ປ່ວຍພຽງສ່ວນໜຶ່ງ ແລະ ບໍ່ມີປະຫວັດການເດີນທາງຂອງປະຊາຊົນ ແລະ ເນື່ອງຈາກຕົວຢ່າງບາງສ່ວນບໍ່ມີວັນທີ່ເກັບຂໍ້ມູນ ຈຶ່ງເປັນໄປບໍ່ໄດ້ທີ່ຈະລະບຸວ່າ ການແຜ່ກະຈາຍເກີດຂຶ້ນແນວໃດ ແລະ ເມື່ອໃດ.

ເປັນທີ່ຮູ້ກັນດີວ່າ ໂດຍທຳມະຊາດ ໄວຣັສສາມາດກາຍພັນໄດ້ ອາຈານ ໂຈແອນ ແຊນຕິນີ ນັກຈຸລະຊີບວິທະຍາຂອງ UCL ກ່າວວ່າ ເຮົາຍັງບໍ່ຮູ້ວ່າການກາຍພັນນີ້ເກີດຂຶ້ນໃນໂຕມິ້ງຫຼືມະນຸດກ່ອນ ແຕ່ເບື້ອງຕົ້ນການກາຍພັນນີ້ບໍ່ໜ້າຈະເກີດຄວາມສ່ຽງຮ້າຍແຮງໃດໆຕໍ່ປະສິດທິພາບຂອງວັກຊີນໂຄວິດ-19 ໃນປັດຈຸບັນ ຫຼື ກໍ່ໃຫ້ເກີດໄພຄຸກຄາມຕໍ່ສຸຂະພາບຂອງປະຊາຊົນ.

ທີ່ມາ:​ https://www.pptvhd36.com/news/%E0%B8%95%E0%B9%88%E0%B8%B2%E0%B8%87%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%A8/136941