21 ກຸມພາ 2021 ວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II


ນັບຖອຍຫຼັງ ອີກສາມເດືອນໃນຕໍ່ໜ້າ ສປປ ລາວ ກໍຈະມີວາລະສຳຄັນລະດັບຊາດ ເຊິ່ງເປັນມື້ທີ່ປະຊາຊົນລາວຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງເອົາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນໃນການປະຕິບັດສິດອຳນາດຂອງປະຊາຊົນລາວບັນດາເຜົ່າ.

ອີງຕາມ ລັດຖະດໍາລັດຂອງປະທານປະເທດວ່າດ້ວຍການປະກາດວັນເລືອກຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ສະບັບເລກທີ 187/ປປທ, ລົງວັນທີ 21 ຕຸລາ 2020 ເພິ່ນໄດ້ປະກາດເອົາ ວັນທີ 21 ກຸມ​ພາ 2021 ຊຶ່ງກົງກັບວັນອາທິດ ເປັນ​ວັນ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II.

ສະພາແຫ່ງຊາດແມ່ນຫຍັງ?

ສະພາແຫ່ງຊາດແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ ແລະ ເປັນອົງການນິຕິບັນຍັດ. ສະພາແຫ່ງຊາດມີພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ.

ສະພາແຫ່ງຊາດ ໃນເມື່ອກ່ອນມີຊື່ວ່າ ສະພາປະຊາຊົນສູງສຸດ ຖືກສ້າງຕັ້ງຂຶ້ນພ້ອມກັບການສະຖາປະນາ ສປປ ລາວ ໃນວັນທີ 02 ທັນວາ 1975 ໂດຍສະພາປະຊາຊົນສູງສຸດ ຊຸດທີ I ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ. ສະພາແຫ່ງຊາດແຕ່ລະຊຸດມີອາຍຸການ 5 ປີ. ປັດຈຸບັນ ສະພາແຫ່ງຊາດ ຊຸດທີ VIII ປະກອບດ້ວຍ 148 ສສຊ ຈາກ 18 ເຂດເລືອກຕັ້ງ.  

ສະພາປະຊາຊົນຂັ້ນແຂວງ ແມ່ນຫຍັງ?

ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການອຳນາດລັດຂັ້ນທ້ອງຖິ່ນ, ປະຕິບັດພາລະບົດບາດພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ຕົກລົງບັນຫາພື້ນຖານສຳຄັນຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ   ກົດໝາຍຂອງອົງການລັດຂັ້ນທ້ອງຖິ່ນ. ສະພາປະຊາຊົນຂັ້ນແຂວງມີອາຍຸການ 5 ປີ ເທົ່າກັບສະພາແຫ່ງຊາດ. ວັນສ້າງຕັ້ງ ສະພາປະຊາຊົນຂັ້ນແຂວງ ແມ່ນໃຫ້ຖືເອົາ ວັນທີ 4 ສິງຫາ 1978 ເຊິ່ງແມ່ນວັນປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງສະພາປະຊາຊົນຂັ້ນຕ່າງໆ.

ເວົ້າລວມແລ້ວ ການເລືອກຕັ້ງໃນ ສປປ ລາວ ແມ່ນການເລືອກເອົາ ສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຊິ່ງເປັນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານເຂົ້າໄປຢູ່ໃນສະພາ ເພື່ອເປັນຕົວແທນປະຕິບັດສິດອຳນາດຂອງປະຊາຊົນບັນດາເຜົ່າ.

ສະພາແຫ່ງຊາດມີສິດ ແລະ ໜ້າທີ່ດ້ານນິຕິບັນຍັດ ຄື ພິຈາລະນາ, ຮັບຮອງເອົາ ລັດຖະທຳມະນູນ, ກົດໝາຍ, ສິດ ແລະ ໜ້າທີ່ ໃນການຕົກລົງບັນຫາສຳຄັນຂອງປະເທດທັງທາງດ້ານການເມືອງ-ການປົກຄອງ, ດ້ານເສດຖະກິດ-ສັງຄົມ ແລະ ດ້ານການຈັດຕັ້ງ ແລະ ບຸກຄະລາກອນ ກໍຄື ພິຈາລະນາຮັບຮອງເອົາກົງຈັກການຈັດຕັ້ງຂອງລັດຖະບານ (ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ) ແລະ ການເລືອກຕັ້ງ ຫຼື ປົດຕຳແໜ່ງບັນດາບຸກຄົນສຳຄັນຂອງປະເທດເຊັ່ນ: ປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ອື່ນໆ ຕາມການສະເໜີຂອງບຸກຄົນ ຫຼື ພາກສ່ວນທີ່ກ່ຽວຂ້ອງ ດັ່ງທີ່ກຳນົດໄວ້ໃນກົດໝາຍ. ສ່ວນສະພາປະຊາຊົນຂັ້ນແຂວງ ແມ່ນມີສິດ ແລະ ໜ້າທີ່ຄ້າຍຄືກັບສະພາແຫ່ງຊາດ ແຕ່ໃນລະດັບທ້ອງຖິ່ນຂອງຕົນ.

ອ້າງອີງ: