ແນະນຳ Feature Telegram ສຸດຍອດ App ສົ່ງຂໍ້ຄວາມທີ່ໜ້າໃຊ້ກວ່າ App ອື່ນໆ


ໃນຊ່ວງນີ້ Applications Telegram ເວົ້າໄດ້ວ່າເປັນ App Chat ທີ່ຮູ້ຈັກກັນຢ່າງກວ້າງຂວາງເພາະ Telegram ກໍຖືວ່າເປັນ Applications ສົ່ງຂໍ້ຄວາມທີ່ມີຜູ້ໃຊ້ງານຫຼາຍ ແຕ່ເພາະສາເຫດຫຍັງທີ່ເຮັດໃຫ້ Telegram ເປັນທີ່ນິຍົມ ແລະ ມີຄົນເລືອກໃຊ້ ນອກຈາກ Line, WhatsApp, ຫຼື  Messenger ມື້ນີ້ຈະມາເລົ່າໃຫ້ຟັງ.

ຖ້າອະທິບາຍໂດຍສັງລວມ App Telegram ກໍຄ້າຍຄື Applications ທີ່ເອົາໄວ້ໃຊ້ສົ່ງຂໍ້ຄວາມຕ່າງໆຄືກັນກັບ Line, WhatsApp ແລະ Facebook Messenger  ແຕ່ວ່າຈຸດເດັ່ນຫຼັກໆກໍຄື App Telegram ຖືກອອກແບບມາເພື່ອ ຄວາມໄວ, ຄວາມປອດໄພ ແລະ ເນັ້ນເລື່ອງຄວາມສະດວກເປັນທີໜຶ່ງນັ້ນເອງ ເຊິ່ງທາງຜູ້ພັດທະນາກໍເຄລມຢ່າງໝັ້ນໃຈຫຼາຍວ່າ App Telegram ຈະເປັນ Applications ສົ່ງຂໍ້ຄວາມທີ່ປອດໄພທີ່ສຸດໃນຕະຫຼາດ ແລະ ຈະເປີດໃຫ້ບໍລິການຟຣີຕະຫຼອດໄປເລື້ອຍໆໂດຍບໍ່ຫວັງຜົນກຳໄລ.

ສຸດຍອດລະບົບແຊັດພ້ອມ Feature ຄົບຖ້ວນ.

ຖ້າເຮົາຈະເບິ່ງວ່າ Applications ສົ່ງຂໍ້ຄວາມທີ່ດີເປັນແບບໃດ ເຮົາກໍຕ້ອງເລີ່ມເບິ່ງຈາກໜ້າແຊັດກັນກ່ອນເລີຍວ່າມີ Feature ການສົ່ງຂໍ້ຄວາມທີ່ຄົບຖ້ວນ ຫຼື ບໍ່? ເຊິ່ງ Telegram ກໍເປັນແອັບສົ່ງຂໍ້ຄວາມທີ່ເບິ່ງ Clean Simple ແຕ່ອັດແໜ້ນໄປດ້ວຍ Feature ການສົ່ງຂໍ້ຄວາມທີ່ຄົບຖ້ວນຫຼາຍ ເຊິ່ງໜ້າແອັບກໍຈະມາພ້ອມເຄື່ອງມືໃນການສົ່ງຂໍ້ຄວາມຄືແອັບທົ່ວໆໄປເຊັ່ນ: Text Box ເອົາໄວ້ພິມຂໍ້ຄວາມເພື່ອສົ່ງປຸ່ມແນບ File ເອົາໄວ້ສົ່ງ File ປະເພດຮູບພາບ, ສຽງ ຫຼື File ເອກະສານຕ່າງໆໄປຈົນຮອດການສົ່ງ Contact ຕິດຕໍ່ກໍມີມາພ້ອມບໍ່ຂາດເລີຍ.

Feature ກົດ EDIT CHAT ສາມາດແກ້ຄຳຜິດໄດ້.

ເຊື່ອວ່າຫຼາຍໆຄົນໜ້າຈະມີບັນຫານິ້ວມືໃຫຍ່ໄປມັກພິມຜິດຫຼາຍໆຄັ້ງໂດຍບໍ່ໄດ້ຕັ້ງໃຈແມ່ນບໍ່ ເຊິ່ງແຕ່ລະຄົນກໍຈະມີການແກ້ບັນຫາບ່ອນນີ້ແຕກຕ່າງກັນໄປເຊັ່ນ: ພິມ**ຕາມດ້ວຍຄຳທີ່ຖືກຕ້ອງ ໂດຍຕົວຈິງແລ້ວມັນກໍແກ້ບັນຫາໄດ້ ແຕ່ມັນກໍໃຊ້ເວລາຫຼາຍແຖມໜ້າແຊັດກໍເບິ່ງບໍ່ຮຽບຮ້ອຍອີກດ້ວຍ. Telegram ກໍເລີຍເພີ່ມ Feature ໃນການກົດ “Edit” ຂໍ້ຄວາມທີ່ຕ້ອງການໄດ້ພຽງແຕະບ່ອນຂໍ້ຄວາມ ແລ້ວກົດ Edit ເພື່ອແກ້ໄຂ ຫຼັງຈາກນັ້ນທາງດ້ານລຸ່ມຂອງ Chat Balloon ກໍຈະມີຄຳວ່າ “Edited” ຂຶ້ນໄວ້ເພື່ອບອກວ່າປະໂຫຍກນີ້ເຄີຍມີການແກ້ໄຂມາກ່ອນແລ້ວ.

ສົ່ງຂໍ້ຄວາມແບບບໍ່ແຈ້ງເຕືອນ SILENT MASSAGE  ແລະ SCHEDULE MESSAGE ສາມາດຕັ້ງເວລາສົ່ງໄດ້.

Telegram ຍັງມາພ້ອມ Feature ໃນການສົ່ງຂໍ້ຄວາມແບບບໍ່ແຈ້ງເຕືອນເພື່ອບໍ່ໃຫ້ເປັນການລົບກວນຜູ້ຮັບເຊັ່ນ: ຜູ້ໃຊ້ງານອາດຕ້ອງການສົ່ງຂໍ້ຄວາມສ່ວນຕົວຫາຫົວໜ້າທີ່ປະຊຸມຢູ່ແຕ່ບໍ່ຢາກໃຫ້ແຈ້ງເຕືອນລົບກວນຫົວໜ້າກໍສາມາດໃຊ້ Feature Silent Message ເພື່ອສົ່ງຂໍ້ຄວາມແບບບໍ່ໃຫ້ແຈ້ງເຕືອນໄດ້ ອີກທັງໃນໜ້າເມນູດຽວກັນຍັງມີ Feature Schedule Message ທີ່ໃຫ້ຜູ້ໃຊ້ງານສາມາດສົ່ງຂໍ້ຄວາມແບບຕັ້ງເວລາໄວ້ໄດ້ເຊັ່ນ: ຕ້ອງການຈະສົ່ງ ອວຍພອນວັນເກີດໃຫ້ຄົນພິເສດຕອນກາງຄືນວັນເກີດຄົນນັ້ນພໍດີ ຖ້າບໍ່ໄຫວກໍສາມາດກົດຕັ້ງເວລາເພື່ອໃຫ້ Telegram ສົ່ງໃຫ້ຕອນກາງຄືນເປະໆໄດ້ສະດວກສະບາຍກັນເລີຍ.

ລະບົບຈັດ FOLDER CHAT ໃຫ້ເປັນລະບຽບຫາເບິ່ງງ່າຍ.

Telegram ເປັບແອັບທີ່ໃຫ້ຄວາມສຳຄັນກ່ຽວກັບຄວາມສະດວກສະບາຍເລື່ອງການສົ່ງຂໍ້ຄວາມເປັນທີ່ສຸດ ເພາະສະນັ້ນຈຶ່ງໄດ້ມີ Feature ການແບ່ງ Folder ແຊັດທີ່ໃຫ້ຜູ້ໃຊ້ງານສາມາດແບ່ງໜ້າແຊັດເປັນສ່ວນໆໄດ້ຕາມຕ້ອງການ. ຍົກຕົວຢ່າງ ເຮົາສາມາດແຍກໜ້າແຊດເປັນໄປຕາມຄວາມເປັນສ່ວນໂຕໄດ້ ເຊັ່ນ: ເລື່ອງວຽກ, ໝູ່ເພື່ອນ ແລະ ຄອບຄົວ ຫຼື ຈະຕັ້ງຊື່ແບ່ງໝວດໝູ່ແບບໃດກໍໄດ້ຕາມສະດວກຂອງທ່ານເລີຍ, ໝົດບັນຫາເລື່ອງສົນທະນາກັບໝູ່ແລ້ວສົ່ງແຊດຜິດຫາລູກຄ້າແນ່ນອນ ເຊິ່ງວິທີຕັ້ງຄ່າ Folder  ກໍງ່າຍຫຼາຍພຽງແຕ່ໄປທີ່ໜ້າ Setting ແລ້ວກົດໄປທີ່ Folder  ຫຼັງຈາກນັ້ນຜູ້ໃຊ້ງານກໍສາມາດປັບແຕ່ງໜ້າ Folder ໄດ້ຕາມທີ່ທ່ານສະດວກເລີຍ.

ສຳຫຼັບໃຜທີ່ມັກສົ່ງ Emoji ຫຼື ສະຕິກເກີ້ກໍບໍ່ຕ້ອງຫ່ວງເພາະ Telegram ກໍມາພ້ອມກັບ Feature ສົ່ງຮູບພາບປະເພດ Emoji, GIF ຫຼື Sticker ທີ່ຖືກສ້າງ ແລະ ແບ່ງປັນກັນໃນ  Community ຫຼາກຫຼາຍທັງແບບເຄື່ອນໄຫວ ແລະ ແບບທຳມະດາໃຫ້ເຮົາສາມາດໄດ້ເລືອກໂຫລດມາໃຊ້ຟຣີໄດ້ຕາມສະດວກ.

ສາມາດ LOG-IN ໄດ້ຫຼາຍ ACCOUNT ແລະ 1 ACCOUNT ກໍ LOG-IN ໄດ້ຫຼາຍເຄື່ອງພ້ອມກັນ.

ເປັນອີກໜຶ່ງ Feature ທີ່ຄົນໃຊ້ມືຖືຫຼາຍເຄື່ອງຕ້ອງການຫຼາຍໆຢ່າງ Feature ໃນການ LOG-IN App ສົ່ງຂໍ້ຄວາມຫຼາຍໆເຄື່ອງພ້ອມກັນເຊິ່ງກ່ອນນີ້ Line ສາມາດ Log-in 1 Account ໄດ້ພຽງຄອມ 1 ໜ່ວຍ ແລະ ມືຖື 1 ໜ່ວຍເທົ່ານັ້ນ ແຖມມືຖືເຄື່ອງໜຶ່ງຍັງບໍ່ສາມາດໃຊ້ Line ຫຼາຍກວ່າ 1 account ໄດ້ອີກ. ແຕ່ Telegram ກໍມາພ້ອມກັບ Feature ທີ່ສາມາດໃຫ້ຜູ້ໃຊ້ງານໃຊ້ບັນຊີ Telegram ກັບມືຖື ຫຼື Tablet ຫຼາຍໆເຄື່ອງພ້ອມກັນໄດ້ ແຖມຂໍ້ມູນທຸກເຄື່ອງຈະຖືກອັບໂຫລດຂຶ້ນ Cloud server ແບບ Real-time ເຮັດໃຫ້ສາມາດຫຼິ້ນຫຼາຍໆມືຖືສະຫຼັບໄປມາໄດ້ຢ່າງສະດວກສະບາຍແຖມ 1 ເຄື່ອງສາມາດໃຊ້ງານໄດ້ຫຼາຍກວ່າ 1 ບັນຊີໄດ້ອີກພ້ອມ.

ຄືກັບ Applications Line ຕົວ Telegram ກໍສາມາດເປີດກຸ່ມແຊດໃຫ້ຜູ້ໃຊ້ງານຫຼາຍໆຄົນເຂົ້າໄປສົນທະນາພ້ອມກັນໄດ້ອີກ. ແຕ່ຕ່າງກັນບ່ອນທີ່ວ່າ 1 ກຸ່ມສາມາດມີຜູ້ໃຊ້ງານເຂົ້າກຸ່ມໄດ້ສູງສຸດເຖິງ 200,000 ຄົນພ້ອມກັນໂດຍຄົນທີ່ຄົນສ້າງກຸ່ມກໍສາມາດໂພດຫຍັງກໍໄດ້ຕາມສະດວກ ຫຼື ເມື່ອຮອດຈຸດຈຸດໜຶ່ງທີ່ຄົນຫຼາຍເກີນໄປເຈົ້າຂອງກຸ່ມກໍສາມາດຈຳກັດຄົນທີ່ມີສິດໃນກຸ່ມເພື່ອບໍ່ໃຫ້ໜ້າແຊັດຖືກດັນຂຶ້ນດ້ານເທິງໄວເກີນໄປ.

Feature ກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພ.

ນອກຈາກ Feature ໃນການສົ່ງຂໍ້ຄວາມຕ່າງໆທີ່ມີມາຄົບຖ້ວນສະດວກສະບາຍແລ້ວອີກສິ່ງໜຶ່ງທີ່ Telegram ຕ້ອງການໂຟກັດຫຼາຍທີ່ສຸດຄືຄວາມເປັນສ່ວນຕົວ ແລະ ຄວາມປອດໄພໃນການໃຊ້ງານນັ້ນເອງ ເຊິ່ງ Telegram  ກໍໄດ້ນຳເອົາ Feature ທີ່ກ່ຽວກັບຄວາມເປັນສ່ວນຕົວຫຼາກຫຼາຍມາໃສ່ໃຫ້ Telegram ເພື່ອໃຫ້ຜູ້ໃຊ້ງານສາມາດປັບແຕ່ງຕາມຄວາມຕ້ອງການໄດ້ເລີຍ.

Feature ລັອກ Applications ຜ່ານລະຫັດ ແລະ ລາຍນິ້ວມື.

ການລັອກ Applications ສໍາຫຼັບສົ່ງຂໍ້ຄວາມນັ້ນກໍບໍ່ແມ່ນເລື່ອງໃໝ່ໆປານໃດເພາະຕົວຢ່າງ Line  ກໍມີ Feature ນີ້ເຂົ້າມາໃຊ້ຄືກັນໂດຍຈະໃຊ້ເປັນລະຫັດຕົວເລກ 4 ຕົວແຕ່ວ່າ Telegram ກໍມາພ້ອມກັບ Feature ຄວາມປອດໄພທີ່ລ້ຳໜ້າກວ່າເກົ່ານັ້ນຄືລະບົບລັອກແອບຜ່ານລາຍນິ້ວມືນັ້ນເອງ  ເຊິ່ງຜູ້ໃຊ້ງານກໍສາມາດເລືອກໄດ້ເລີຍວ່າຈະໃຊ້ Feature ໃດໃນໜ້າ Setting, ອີກທັງ Telegram ບໍ່ໄດ້ລັອກໂຕເອງທຸກຄັ້ງທີ່ອອກຈາກແອບ ແຕ່ເຮົາສາມາດລັອກໄດ້ຢູ່ທີ່ມຸມເບື້ອງຂວາຂອງໜ້າແຊດໄດ້ເພື່ອກົດລັອກ ຈາກນັ້ນກົດເຄຍແອບເພື່ອໃຫ້ລະບົບເຮັດການເລືອກແອບຕໍ່ນັ້ນເອງ ຫຼື ເຮົາຈະຕັ້ງເວລາໃຫ້ແອບລັອກຕົວເອງຫຼັງຈາກທີ່ບໍ່ໄດ້ໃຊ້ງານເປັນເວລາໜຶ່ງກໍສາມາດເຮັດໄດ້.

ສາມາດລຶບປະຫວັດໃນການສົນທະນາໄດ້ທັງຜູ້ສົ່ງ ແລະ ຜູ້ຮັບ.

ປົກກະຕິແລ້ວໃນການໃຊ້ງານແອບແຊດທົ່ວໄປກໍຈະມີ Feature ໃນການກົດ Unsend ເພື່ອຍົກເລິກການສົ່ງຂໍ້ຄວາມອອກໄດ້ ຫຼື ເຮົາຈະລຶບປະໂຫຍກນັ້ນອອກຈາກຝັ່ງເຮົາຝ່າຍດຽວກໍສາມາດເຮັດໄດ້ຄືກັນແຕ່ Telegram ເຮັດໄດ້ຫຼາຍກວ່ານັ້ນຄືສາມາດໃຫ້ຜູ້ໃຊ້ງານທັ້ງ 2 ຝັ່ງສາມາດລຶບຂໍ້ຄວາມໃນໜ້າແຊັດຂອງທັ້ງຄູ່ໄດ້ເລີຍ.

Feature SELF-DESTRUCT ສາມາດສົ່ງຮູບ ຫຼື ວີດີໂອແລ້ວຈຳກັດເວລາລຶບໄດ້.

Telegram ກໍມີໜຶ່ງ Feature ທີ່ໜ້າສົນໃຈທີ່ໃຫ້ຜູ້ໃຊ້ງານສາມາດສົ່ງຮູບ ຫຼື ວີດີໂອໃຫ້ອີກຝັ່ງແລ້ວຈຳກັດເວລາໃນການເບິ່ງໃຫ້ຝ່າຍກົງກັນຂ້າຍໄດ້ ຍົກຕົວຢ່າງ ທ່ານຕ້ອງການສົ່ງຮູບມືຖືຕົ້ນແບບ Prototype ໃຫ້ລູກຄ້າເບິ່ງພຽງໜ້ອຍດຽວເທົ່ານັ້ນ ເຮົາກໍສາມາດກົດເລືອກຮູບທີ່ຕ້ອງການສົ່ງ ແລ້ວເລືອກໄປທີ່ໄອຄອນໂມງເພື່ອເລືອກເວລາທີ່ຕ້ອງການໃຫ້ອີກຝ່າຍເບິ່ງຮູບ ແລະ ສາມາດປັບໄດ້ສັ້ນສຸດ 1 ວິນາທີ ຫຼື ດົນສຸດ 1 ນາທີ ບໍ່ຕ້ອງຫ່ວງວ່າຈະມີເລື່ອງຮູບຮົ່ວໄຫຼແນ່ນອນ.

Feature SECRET CHAT ເພື່ອຄວາມປອດໄພຂັ້ນສູງສຸດ.

 ສຳຫຼັບໃຜທີ່ຕ້ອງການຄວາມເປັນສ່ວນໂຕຂັ້ນສຸດໃນການສົ່ງຂໍ້ຄວາມກັບໃຜຈັກຄົນ ໂຫມດ Secret Chat ທີ່ຈະມາຕອບໂຈດໃຫ້ທ່ານໄດ້ແນ່ນອນເພາະ Secret Chat ຈະໃຊ້ລະບົບຮັກສາຄວາມປອດໄພແບບ end-to-end encryption ໝາຍຄວາມວ່າມີພຽງຄົນສົ່ງ ແລະ ຜູ້ຮັບເທົ່ານັ້ນທີ່ຈະສາມາດອ່ານຂໍ້ຄວາມທີ່ສົນທະນາກັນໄດ້ຕໍ່ໃຫ້ຂໍ້ມູນທີ່ສົ່ງໆກັນຖືກ Intercept (ເຊິ່ງເກືອບເປັນໄປບໍ່ໄດ້ເລີຍ) ຄົນທີ່ໄດ້ຂໍ້ມູນໄປກໍຈະບໍ່ສາມາດອ່ານຂໍ້ຄວາມໄດ້ຢູ່ດີເພາະຂໍ້ຄວາມຖືກເຂົ້າລະຫັດສະເພາະເຄື່ອງຄົນສົ່ງ ແລະ ຄົນຮັບເທົ່ານັ້ນ.

ທີ່ສຳຄັນ  Secret Chat ນັ້ນຈະບໍ່ຖືກສົ່ງຂຶ້ນ Cloud Server ເຮັດໃຫ້ມືຖືເຄື່ອງອື່ນທີ່ບັນຊີນີ້ເຊື່ອມຕໍ່ຢູ່ກໍບໍ່ສາມາດອ່ານໄດ້ເພາະ Secret Chat ຈະເຂົ້າລະຫັດເຄື່ອງທີ່ເປິດໃຊ້ງານໂຫມດນີ້ເທົ່ານັ້ນ ອີກທັງຕົວແອັບຈະເຮັດການລັອກ Feature ແຄັບໜ້າຈໍເວລາເປີດ Secret Chat ເພື່ອກັນຂໍ້ມູນຮົ່ວໄຫຼໄດ້ນັ້ນເອງ.

ລະບົບ Cloud ຂອງ TELEGRAM ປອດໄພເທົ່າໃດ ?

ດ້ວຍຄວາມທີ່  Telegram ເປັນແອັບສົ່ງຂໍ້ຄວາມທີ່ເຊື່ອມຕໍ່ກັບ Cloud Server ໂດຍກົງເຮັດໃຫ້ຫຼາຍໆຄົນອາດມີຂໍ້ສົງໄສວ່າ Telegram ຮັກສາຂໍ້ມູນຂອງເຮົາໄດ້ດີເທົ່າໃດ  ?  ເຊິ່ງທາງ Telegram ກໍໄດ້ອອກມາໃຫ້ຂໍ້ມູນເພິ່ມເຕີມໃນສ່ວນ FAQ ວ່າ ຂໍ້ມູນທີ່ເກັບຢູ່ໃນ Server Cloud ຈະຖືກເຂົ້າລະຫັດຢ່າງແໜ້ນໜາ ແລະ ຕົວລະຫັດທີ່ເອົາໄວ້ເຂົ້າ Server ເຫຼົ່ານີ້ກໍຖືກເກັບແຍກໄວ້ທີ່ Data Center  ແຫ່ງອື່ນຫຼາຍໆທີ່ແຍກກັນ, ຕໍ່ໃຫ້ເປັນວິສະວະກອນທີ່ເຮັດວຽກຢູ່ໃນ Server ໂດຍກົງ ຫຼື ຈະເປັນນັກໂຈລະກຳຂໍ້ມູນເຂົ້າໄປໃນ Server ກໍບໍ່ສາມາດເຂົ້າເຖິງຂໍ້ມູນຜູ້ໃຊ້ງານໄດ້ແນ່ນອນ”.

ຫຼື ຖ້າໃຜຍັງບໍ່ໝັ້ນໃຈກໍຕ້ອງລອງເບິ່ງເຄສຕົວຢ່າງຂອງທາງຝັ່ງປະເທດຣັດເຊຍທີ່ພະຍາຍາມໄລ່ແບນ Telegram ມາຕະຫຼອດ 2 ປີສາເຫດເພາະ Telegram ປະຕິເສດທີ່ຈະໃຫ້ຂໍ້ມູນຂອງກຸ່ມຜູ້ປະທ້ວງຢ່າງຮຸນແຮງໃນຣັດເຊຍໃຫ້ກັບລັດຖະບານເຮັດໃຫ້ເຮົາໄດ້ເຫັນຈຸດຢືນ ແລະ ຄວາມຕັ້ງໃຈຂອງ Telegram  ວ່າຄວາມເປັນສ່ວນຕົວ ຫຼື ຄວາມປອດໄພຂອງຜູ້ໃຊ້ງານຄືທີ່ 1 ແນ່ນອນ.

ສຳຫຼັບໃຜທີ່ຕ້ອງການຢາກລອງໃຊ້ແອັບດີໆແບບນີ້ກໍສາມາດລອງດາວໂຫລດແລ້ວຊວນໝູ່ເພື່ອນມາຫຼິ້ນເປັນແອບສົນທະນາສຳຮອງກໍໄດ້.

ທີ່ມາ: https://droidsans.com/reasons-why-telegram-might-be-one-of-the-best-messenger-app-in-the-market-right-now/