ແນະນຳ 8 ເຄັດລັບກິນດື່ມແນວໃດໃຫ້ຮ່າງກາຍຫ່າງໄກຈາກມະເຮັງ!


ເຖິງແມ່ນວ່າໃນປັດຈຸບັນໂລກເຮົາຈະມີເທັກໂນໂລຢີໃນການປິ່ນປົວໂຣກໄພໄຂ້ເຈັບທີ່ລ້ຳໜ້າໄປຫຼາຍ ແຕ່ສຳລັບໂຣກມະເຮັງແລ້ວ ຍັງບໍ່ມີຢາຊະນິດໃດທີ່ສາມາດປິ່ນປົວໂຣກນີ້ໄດ້ 100% ດັ່ງນັ້ນການປ້ອງກັນການເກີດໂຣກຕັ້ງແຕ່ທຳອິດຈຶ່ງເປັນວິທີທີ່ດີທີ່ສຸດ ແລະ ເຮົາສາມາດເລີ່ມຕົ້ນດ້ວຍການກິນ. ນອກຈາກຈະເປັນອາຫານທີ່ດີຕໍ່ສຸຂະພາບໂດຍກົງແລ້ວ ຂໍ້ມູນຈາກ ຜູ້ຊ່ວຍສາສະດາຈານ ທ່ານໝໍ ນະຣີສອນ ລັກຂະນານຸຣັກ ຈາກໂຮງໝໍຈຸລາລົງກອນ ອົງການກາແດງແຫ່ງປະເທດໄທ ຍັງໄດ້ລະບຸວ່າ ອາຫານເຫຼົ່ານີ້ມີຫຼັກຖານທາງການແພດທີ່ພິສູດໄດ້ແທ້ວ່າຊ່ວຍລົດຄວາມສ່ຽງຂອງມະເຮັງບາງຊະນິດໄດ້ແທ້ອີກດ້ວຍ ແລະ ມື້ນີ້ເຮົາມີ 8 ເຄັດລັບທີ່ກິນດື່ມແນວໃດໃຫ້ຫ່າງໄກຈາກມະເຮັງມາແນະນຳ ເຊິ່ງຈະມີຫຍັງໜ້າສົນໃຈເຮົາມາຕິດຕາມອ່ານໄດ້ເລີຍ.

  1. ກິນອາຫານທີ່ສະອາດແລະຖືກສຸຂະອະນາໄມ ຫຼີກເວັ້ນອາຫານບາງຊະນິດເຊັ່ນ ປາແດກດິບທີ່ບໍ່ສະອາດ ເນື່ອງຈາກອາດມີແມ່ທ້ອງທີ່ສາມາດກໍ່ມະເຮັງ, ບັນດາຖົ່ວທີ່ເກັບໄວ້ບໍ່ດີເພາະອາດມີເຊື້ອຣາທີ່ສ້າງສານກໍ່ມະເຮັງໄດ້.
  2. ເນັ້ນກິນຜັກແລະໝາກໄມ້ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໂດຍໃຫ້ພະຍາຍາມກິນຜັກໃຫ້ໄດ້ຢ່າງໜ້ອຍ 2 ໃນ 4 ຂອງຄາບອາຫານໃນແຕ່ລະມື້ ແລະ ເພີ່ມໝາກໄມ້ເຂົ້າໄປຫຼັງຈາກກິນອາຫານອີກ 1 ສ່ວນ.
  1. ກິນອາຫານແຕ່ພໍດີ ບໍ່ຫຼາຍເກີນໄປຈົນເຮັດໃຫ້ນ້ຳໜັກ ໜັກເກີນມາດຕະຖານຫຼືຕຸ້ຍເກີນໄປ.
  1. ຫຼີກເວັ້ນອາຫານທີ່ມີໄຂມັນສູງ ໂດຍສະເພາະໄຂມັນອິ່ມຕົວ.
  1. ລົດເກືອ ອາຫານປະເພດດອງ ອາຫານທີ່ຜ່ານຂະບວນການຕ່າງໆ ລວມໄປຮອດອາຫານປະເພດປີ້ງ.
  2. ຫຼີກເວັ້ນເຂົ້າໜົມ ແລະ ເຄື່ອງດື່ມທີ່ມີຣົດຊາດຫວານ ເນັ້ນອາຫານທີ່ມີຄວາມຫວານໜ້ອຍ.
  1. ລົດການກິນຊີ້ນດິບເຊັ່ນ: ຊີ້ນໝູ, ຊີ້ນງົວ, ຊີ້ນແກະ ແລະ ຊີ້ນທີ່ຜ່ານຂະບວນການຕ່າງໆເຊັ່ນ: ເບຄອນ, ໄສ້ກອກ ເປັນຕົ້ນ.
  2. ງົດ ຫຼື ລົດເຄື່ອງດື່ມແອລກໍຮໍ ຜູ້ຊາຍໃຫ້ດື່ມບໍ່ເກີນ 2 ໜ່ວຍຕໍ່ມື້, ຜູ້ຍິງບໍ່ເກີນ 1 ໜ່ວຍຕໍ່ມື້ (1 ໜ່ວຍ=ໄວນ໌ 1 ຈອກ, ເຫຼົ້າ 1 ຈອກນ້ອຍ, ເບຍໜ້ອຍກວ່າ 5 ດີກຣີ 1 ກະປ໋ອງ).

ນອກຈາກເຄັດລັບການກິນແລ້ວ ເຮົາມີເຄັດລັບການເບິ່ງແຍງສຸຂະພາບໃຫ້ຫ່າງໄກຈາກມະເຮັງອີກພ້ອມ.

ວິທີເບິ່ງແຍງສຸຂະພາບໃຫ້ຮ່າງໄກຈາກມະເຮັງນີ້ເຮົາສາມາເລີ່ມຕົ້ນດ້ວຍຕົນເອງງ່າຍໆ ໂດຍການອອກກຳລັງກາຍ ແລະ ການພັກຜ່ອນໃຫ້ພຽງພໍ ແນະນຳໃຫ້ອອກກຳລັງກາຍທຸກມື້ຫຼືຢ່າງໜ້ອຍ 3-5 ມື້/ອາທິດ ຄັ້ງລະ 30 ນາທີ – 1 ຊົ່ວໂມງ ເນັ້ນທັງການອອກກຳລັງກາຍແບບຄາດິໂອທີ່ເຮັດໃຫ້ເມື່ອຍໄວ ເຊັ່ນ: ແລ່ນ, ຂີ່ລົດຖີບ, ລອຍນ້ຳ, ຫຼິ້ນແອໂຣບິກ ແລະ ການອອກກໍາລັງກາຍແບບເວດເທຣນນິ່ງ ຄືການເສີມສ້າງກ້າມຊີ້ນໃຫ້ແຂງແຮງຂຶ້ນ ເຊັ່ນການໃຊ້ອຸປະກອນ ເພີ່ມແຮງຕ້ານທານໃຫ້ກັບແຂນຂາ ລວມໄປຮອດການອອກກຳລັງກ້າມຊີ້ນສ່ວນຕ່າງໆ ໃຫ້ແຂງແຮງຂຶ້ນ.

ໃນສ່ວນຂອງການພັກຜ່ອນ ຄວນນອນໃຫ້ໄດ້ 6-8 ຊົ່ວໂມງຕໍ່ມື້ ແລະ ຟື້ນຟູສຸຂະພາບຈິດໃຫ້ໄດ້ ເພື່ອບໍ່ໃຫ້ມີບັນຫາຕໍ່ການນອນຫຼັບໃນອະນາຄົດ.

ຖ້າເຮັດໄດ້ຕາມທີ່ກ່າວມາຂ້າງເທິງ ກໍສາມາດຊ່ວຍລົດຄວາມສ່ຽງໃນການເປັນໂຣກມະເຮັງໄດ້ຫຼາຍແລ້ວ ແຕ່ວ່າຖ້າຫາກໃຜກໍຕາມທີ່ມີພໍ່ແມ່ ຫຼື ຄົນໃນຄອບຄົວເປັນໂຣກມະເຮັງມາກ່ອນ ອາດມີຄວາມສ່ຽງຕໍ່ການເປັນໂລກມະເຮັງຫຼາຍກວ່າຄົນອື່ນໆ. ດັ່ງນັ້ນ ຈຶ່ງຄວນເຂົ້າຮັບການກວດຮ່າງກາຍ ກວດໂຣກມະເຮັງເປັນປະຈຳ ປີລະ 1 ຄັ້ງ ເພາະຖ້າກວດພົບໂຣກມະເຮັງຕັ້ງແຕ່ໄລຍະທຳອິດ ໂອກາດທີ່ຈະປິ່ນປົວແລ້ວຫາຍດີກໍມີສູງເຊັ່ນກັນ. ນອກຈາກນີ້ ຖ້າມີຂໍ້ສົງໄສ ຫຼື ມີຄວາມກັງວົນກ່ຽວກັບໂຣກດັ່ງກ່າວຄວນໄປພົບໝໍຜູ້ຊ່ຽວຊານໂດຍກົງ.

ທີ່ມາ: https://cutt.ly/HOUnoEJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/