ມາຮູ້ຈັກກັບ ພິສິດໄຊ ສະມາຊິກທີມຮູບເງົາໄວໜຸ່ມ The unlimitedfilm ເຈົ້າຂອງຮາງວັນຊະນະເລີດຮູບເງົາສັ້ນລ້ານຊ້າງປີ 2022 ນີ້!


ຜ່ານໄປແລ້ວກັບການປະກວດຮູບເງົາສັ້ນລ້ານຊ້າງປີ 2022 ອັນຄຶກຄື້ນນີ້ ເຊິ່ງວ່າຜູ້ເຂົ້າຮ່ວມແຂ່ງຂັນລ້ວນແລ້ວແຕ່ເປັນບັນດາໄວໜຸ່ມໄຟແຮງ ແລະ ມີຄວາມຄິດສ້າງສັນສົ່ງຜົນງານຂອງພວກເຂົາເຂົ້າມາໃນງານດັ່ງກ່າວຢ່າງຫຼາກຫຼາຍ. ທີ່ໜີບໍ່ພົ້ນຕາກຳມະການກໍຄົງຈະເປັນຜົນງານຂອງທີມ The unlimitedfilm ທີ່ໄດ້ກວາດເອົາຮາງວັນຊະນະເລີດຂອງງານມາໄດ້. LaoX ເຮົາກໍໄດ້ມີໂອກາດມາສຳພາດກັບສະມາຊິກໃນທີມຢ່າງ ທ້າວ ພິສິດໄຊ ແສງວົງຮັກ, ອາຍຸ 22 ປີ ທີ່ປັດຈຸບັນກຳລັງສຶກສາຢູ່ທີ່ສະຖາບັນສຸດສະກະ ນິເທດສາດ ປີ3 ແລ້ວ. ຕົວພິສິດໄຊກໍໄດ້ໃຫ້ທັງຂໍ້ມູນຂອງທີມ ພ້ອມກັບເລົ່າຄວາມຮູ້ສຶກຂອງຕົນຕໍ່ການຊະນະຄັ້ງນີ້ ຈະເປັນແນວໃດນັ້ນ, ມາເບິ່ງນຳກັນເລີຍ

1. ທີມ The unlimitedfilm ມີໃຜແດ່?
The unlimitedfilm ປະກອບມີ ທ.ທັນວາ ກຸນລະວົງ ,ນ.ວັນວິສາ ປັນຍາສິດ, ທ.ພູມີພົນ ພິມມະສອນ, ທ.ວິສຸນົນ ໄຊບຸນນຳ, ທ.ສິນນະສັກ ວົງໄຊ ,ທ.ພິລະເນດ ປະຄຳມາ, ທ.ສຸກທິລາດ ສິລິສັກ, ທ.ຈັນສະໝອນ ອັງຄະນາ, ທ.ເສກສັນ ຫຼວງລາດ, ທ.ພະນາກອນ ເພັດດາວັນ, ນ.ສຸດາລັກ ຈຳປາວິໄຊ, ທ.ຈິລານົນ ສິມມາລາວົງ, ທ.ມິກ ພັນນາມວົງ, ທ. ພອນປະສິດ ຫຼວງລາດ ແລະ ທ.ສຸວາທິນ ວັນນະວົງ.
ສຳລັບໜ້າທີ່ແຕ່ລະຄົນແມ່ນ ບໍ່ມີໜ້າທີ່ທີ່ເຈາະຈົງ ເພາະຖ້າຄົນໃດຄິດຢາກເຮັດຮູບເງົາ ຫຼື ສື່ຕ່າງໆ ແມ່ນພວກນ້ອງພ້ອມສະໜັບສະໜູນກັນຕະຫຼອດ ແລະ ມີການປ່ຽນໜ້າທີ່ກັນຮັບຜິດຊອບໃນແຕ່ລະຄັ້ງ.



2. ຜົນງານທີ່ສົ່ງໄປມີຫຍັງແດ່?
ຜົນງານຂອງທີມທີ່ສົ່ງໄປແມ່ນມີ 4 ເລື່ອງ ຄື: loser boy ຈາກ ທ.ທັນວາ ກຸນລະວົງ, Two of us ຈາກ ທ.ວິສຸນົນ ໄຊບຸນນຳ, mr det ,salang ຈາກ ນ້ອງເອງ
ໃນ 4 ເລື່ອງແມ່ນຈະກ່ຽວກັບການສູນເສຍຄົນທີ່ຮັກ ບໍ່ວ່າຈະໝູ່, ຄູ່ຮັກ ຫຼື ຄອບຄົວ
ເຊິ່ງ ມີ 2 ເລື່ອງທີ່ໄດ້ຮັບ ຮາງວັນຄື: salang ຮາງວັນຊະນະເລີດ ແລະ loser boy ຮາງວັນຮອງຊະນະເລີດອັນດັບ 2 ແລະ ຮາງວັນບົດຮູບເງົາດີເດັ່ນ ຈາກ ທ.ທັນວາ ກຸນລະວົງ


3. ຄວາມຮູ້ສຶກຕອນສົ່ງຜົນງານເຂົ້າປະກວດເປັນແນວໃດ? ແລະ ຄາດຫວັງແນວໃດ?
ຮູ້ສຶກຕື່ນເຕັ້ນທີ່ຈະໄດ້ໄປເບິ່ງຜົນງານຕ່າງໆ ຂອງນັກສ້າງຮູບເງົາທົ່ວປະເທດໃນລາວ, ສ່ວນຜົນງານໃນຄັ້ງນີ້ຄາດຫວັງວ່າຈະໄດ້ມີສຽງຕົບມືຈາກຫຼາຍໆຄົນທີ່ເຂົ້າມາເບິ່ງ ແລະ ໄດ້ເຫັນຮູບເງົາດີໆຂອງເຫຼົ່າ filmmakers ທຸກໆຄົນນັ້ນເອງ.

4. ຄວາມຮູ້ສຶກຫຼັງຮູ້ວ່າຜົນງານຕົນເອງໄດ້ຮາງວັນເດ?
ຮູ້ສຶກຕື່ນຕົກໃຈ ແລະ ດີໃຈຫຼາຍທີ່ໄດ້ຍິນສຽງຊື່ຮູບເງົາຕົນເອງ ແລະ ທີມໄດ້ຮັບຮາງວັນ



5. ບັນຫາທີ່ມັກພົບຕອນຖ່າຍທຳມີຫຍັງແດ່?
ບັນຫາໃນການຖ່າຍທຳຕອນທຳອິດແມ່ນເລື່ອງຝົນຕົກ ມັນໄດ້ສົ່ງຜົນເຖິງຖະໜົນຫົນທາງທີ່ຈະຖ່າຍທຳ ແລະ ເວລາບໍ່ເປັນໄປຕາມໄດ້ທີ່ກຳນົດໄວ້. ແຕ່ລວມໆແລ້ວແມ່ນບໍ່ມີບັນຫາຫຍັງ.

6. ຫຼັງຈາກນີ້ແມ່ນວາງແຜນຈະເຮັດຫຍັງຕໍ່ໄປ?
ແຜນທີ່ທີມວາງໄວ້ແມ່ນຈະພາກັນສ້າງຜົນງານໄປເລື້ອຍໆ ລອງຜິດລອງຖືກກັນຕໍ່ໄປເພື່ອຫາປະສົບການແລະໃຫ້ເປັນທີ່ຮູ້ຈັກຂຶ້ນຕື່ມ.



7. ຢາກກ່າວບອກຫຍັງຖິ້ມທ້າຍບໍ່?
ກ່ອນອື່ນໝົດພວກນ້ອງຢາກຈະຂອບໃຈງານລ້ານຊ້າງທີ່ຈັດງານດີໆ ໃຫ້ນັກສ້າງຮູບເງົາໄດ້ມາພັດທະນາ ແລະ ໄດ້ຮັບຊົມຜົນງານດີໆນຳກັນ. ນອກຈາກນີ້ຍັງເຮັດໃຫ້ນັກສ້າງຮູບເງົາທັງໝົດໄດ້ມາພົບປະທຳຄວາມຮູ້ຈັກກັນ ເຊິ່ງເຮັດໃຫ້ຮູ້ສຶກອົບອຸ່ນຫຼາຍ, ຂອບໃຈຜູ້ສະໜັບສະໜູນຕ່າງໆພາຍໃນງານແລະພາກສ່ວນກ່ຽວຂ້ອງ, ຂອບໃຈອ້າຍເອື້ອຍຈາກ Lnwc ບໍ່ວ່າຈະເປັນອ້າຍແກ້ວໃຈ, ທີ່ມາຊ່ວຍໃຫ້ຄວາມຮູ້ໃຫ້ຄຳແນະນຳພວກນ້ອງໃນການກຳກັບພາບ ອ້າຍຊ້າງ ແລະ ເອື້ອຍແປັກກີ້ຊ່ວຍການສະແດງຂອງເລື່ອງ salang ❤️🙏🏼
ຂອບໃຈທີມ The unlimitedfilm ທີ່ຮ່ວມກັນສ້າງຜົນງານອອກມາ ແລະ ຊຸກຍູ້ກັນໃຫ້ມີຜົນງານໃນມື້ຕໍ່ໜ້າ
ແລະ ຂໍຂອບໃຈ ທາງທີມງານ LaoX ທີ່ໃຫ້ພວກນ້ອງໄດ້ມີໂອກາດໄດ້ສຳພາດ.


ຂອບໃຈຜູ້ໃຫ້ສຳພາດ: ທ້າວ ພິສິດໄຊ ແສງວົງຮັກ
ຜູ້ສຳພາດ: ນາງ ວາດສະໜາ ນົງວິໄລ
ສາມາດຕິດຕາມຜົນງານໄດ້ທີ່ເພຈ facebook: The unlimitedfilm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/