7 ລາຍການແຂ່ງຂັນໃໝ່ທີ່ຈະມາເປີດຕົວໃນ Olympics ລະດູໜາວປີ 2022 ນີ້


ເຂົ້າເດືອນກຸມພາມາແລ້ວ ແນ່ນອນວ່າກໍໃກ້ຈະຮອດເວລາທີ່ທຸກຄົນລໍຖ້າກັນ, ນັ້ນກໍຄືການແຂ່ງຂັນກິລາ Olympics ລະດູໜາວຂອງປີ 2022 ທີ່ຈະມາເປີດໃນນະຄອນຫຼວງປັກກິ່ງ ສປ ຈີນ ຕັ້ງແຕ່ວັນທີ 4 ກຸມພາ 2022 ຈົນເຖິງ 20 ກຸມພາ 2022 ນີ້! ບໍ່ພຽງເທົ່ານັ້ນ ເພື່ອເສີມຄວາມສົມດຸນທາງດ້ານສິດທິຄວາມເທົ່າທຽມທາງເພດ ການແຂ່ງຂັນຄັ້ງນີ້ຍັງມີລາຍການເພີ່ມເຂົ້າມາ ແລະ ຈະມາເປີດຕົວໃນປີນີ້ເປັນຄັ້ງທຳອິດເຖິງ 7 ລາຍການພ້ອມ! ລາຍການທັງ 7 ທີ່ຈະມາເພີ່ມໃສ່ແມ່ນຈະຕື່ມເຂົ້າໄປໃນລາຍການກິລາລະດູໜາວທີ່ມີຢູ່ແລ້ວ ໂດຍຈະເພີ່ມປະເພດເຊັ່ນການແຂ່ງຂັນຍິງດ່ຽວ ຫຼື ການແຂ່ງຂັນປະສົມ. ຈະມີກິລາໃດແດ່ມາເບິ່ງກັນເລີຍ!

  1. Bobsled: ລາຍການປະເພດແມ່ຍິງດ່ຽວ
Olympic bobsled team does not include medalist push athletes, Lolo Jones

ແມ່ນການແຂ່ງຂັນຂັບຂີ່ລົດລໍ້ຕາມທາງນ້ຳແຂງ ກິລາດັ່ງກ່າວຖືກນຳເຂົ້າໄປໃນການແຂ່ງຂັນ Olympics ເມື່ອປີ 1924. ສ່ວນໃຫຍ່ແມ່ນການແຂ່ງຂັນເປັນຄູ່ ຫຼື ເປັນ 4 ຄົນ. ແຕ່ສຳລັບ monobob ແມ່ນຈະເປັນການແຂ່ງຂັນດ່ຽວສຳລັບແມ່ຍິງ. ສຳລັບການແຂ່ງຂັນຂອງຜູ້ຊາຍແມ່ນຈະສືບຕໍ່ແບບ 4 ຄົນ ແລະ ແບບຄູ່.

  1. Freestyle skiing: ລາຍການປະເພດທີມປະສົມ
Freestyle Skiing | Olympic Sport | Beijing 2022

ການແຂ່ງຂັນ Freestyle Skiing ລາຍການປະເພດທີມປະສົມ ແມ່ນຈະເປັນການປະສົມໃນທີມຂອງນັກກິລາ 3 ຄົນ ໂດຍຢ່າງໜ້ອຍຈະຕ້ອງມີເພດທີ່ແຕກຕ່າງກັນ ແຕ່ກໍບໍ່ໄດ້ເຈາະຈົງວ່າຈະຕ້ອງເປັນ ຍິງ 2 ຊາຍ 1 ຫຼື ຊາຍ 1 ຍິງ 2. ພວກເຂົາຈະໄດ້ສະແດງການຫຼິ້ນສະກີແບບ Freestyle ແຕ່ລະຄົນແລ້ວຮວມຄະແນນກັນ, ທີມທີ່ມີຄະແນນລວມສູງສຸດຈະແມ່ນຜູ້ຊະນະ.

  1. Freestyle skiing: ລາຍການປະເພດຊາຍ

ການແຂ່ງຂັນກິລາ Freestyle Skiing ລາຍການປະເພດຊາຍ ແມ່ນຈະໃຫ້ນັກກິລາໄດ້ຂີ່ສະກີໄຕ່ໄປຕາມທາງ ທີ່ງໍຂຶ້ນເທິງ ເພື່ອທີ່ພວກເຂົາຈະໄດ້ລອຍຢູ່ອາກາດ ແລະ ສະແດງການຊົງຕົວພ້ອມດ້ວຍທ່າທາງຕ່າງໆ

  1. Freestyle skiing: ລາຍການປະເພດແມ່ຍິງ

ສຳລັບການແຂ່ງຂັນກິລາ Freestyle Skiing ລາຍການປະເພດແມ່ຍິງ ກໍເປັນແບບດຽວກັນທີ່ໄດ້ກ່າວມາໃນລາຍການຊາຍ.

  1. Short-track speedskating: ລາຍການປະເພດທີມປະສົມ relay
What is the new short track speed skating mixed relay?

ການແຂ່ງການ Short-Track Speedskating ແມ່ນການແຂ່ງຂັນແບບທີມປະສົມ ໃນການຂີ່ສະເກັດ

  1. Ski jumping: ລາຍການປະເພດທີມປະສົມ
What is the new ski jumping mixed team event?

ການແຂ່ງຂັນສະກີສຳລັບລາຍການປະເພດທີມປະສົມ ແມ່ນຈະຕ້ອງປະກອບມີຍິງ 2 ແລະ ຊາຍ 2 ຄົນຢ່າງໜ້ອຍໃນທີມໜຶ່ງ ໂດຍຈະຈັດໃຫ້ແຕ່ລະຄົນໃນທີມໄດ້ໂດດ.

  1. Snowboarding: ລາຍການປະເພດທີມປະສົມ
Mixed team SBX event added to Beijing 2022 Olympic programme

ການແຂ່ງຂັນ snowboard ສຳລັບທີມປະສົມຂອງຊາຍ ແລະ ແມ່ຍິງແມ່ນໄດ້ເປີດຕົວຄັ້ງທຳອິດໃນປີ 1998 ທີ່ Olympic Nagano Games ເຊິ່ງມັນໄດ້ຮັບຜົນສຳເລັດທັນທີ ແລະ ໄດ້ກັບມາແຂ່ງອີກຄັ້ງທີ່ Salt Lake City ໃນ Olympics ປີຕໍ່ມາ. ໃນປີ 2022 ນີ້, ກໍຈະໄດ້ເປີດຕົວການແຂ່ງຂັນແບບທີມປະສົມເປັນຄັ້ງທຳອິດ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/