ດາວມະຍູລີ ນັກກິລາມວຍສີມືດີທີມຊາດລາວ ໄດ້ທັງແຊ້ມໄດ້ທັງຫຼຽນ ລະດັບເວທີສາກົນ


ດາວມະຍູລີ ຈັນທິລາດ ຫຼື ດີ້ ອາຍຸ 23 ປີ ນັກກິລາມວຍທີມຊາດລາວສີມືດີ ຍິງຄົນນີ້ມີຄວາມສາມາດຫຼາຍດ້ານໂດຍສະເພາະດ້ານກິລາ. ນ້ອງດີ້ ຜູ້ທີ່ມັກຮັກກິລາມວຍມາຕັ້ງແຕ່ຍັງນ້ອຍ ຈົນກາຍເປັນນັກກິລາຕົວແທນຂອງປະເທດລາວໄປແຂ່ງຂັນໃນເວທີຕ່າງໆ ບໍ່ວ່າຈະເປັນຊີເກມ, ລາຍການດັງລະດັບສາກົນ, ຜົນງານທີ່ຜ່ານມາໄດ້ຫຼຽນ ເປັນຈຳນວນຫຼາຍ ທັງຫຼຽນເງິນ-ຫຼຽນຄຳ ພ້ອມກັບໄດ້ແຊ້ມມີສາຍຄາດທີ່ແອວຈົນຕ້ອງໄດ້ຄາດອ້ອມຕົວເພາະມີຫຼາຍກວ່າໜຶ່ງ. ຄວາມສາມາດຂອງນ້ອງດີ້ຫຼາກຫຼາຍ ປະເພດຂອງມວຍກໍຫຼິ້ນເກືອບໄດ້ໝົດ ມີລາຍການກໍໄດ້ໄປແຂ່ງຂັນຢູ່ສະເໝີ ແລະ ໄດ້ໄຊຊະນະເປັນປະຈຳ. ໃນຕອນນີ້ ນ້ອງດີ້ກໍກຳລັງຝຶກຊ້ອມຢ່າງໜັກ ເພື່ອໄປແຂ່ງຂັນຊີເກມທີ່ປະເທດຫວຽດນາມ ຝາກທຸກຄົນເຊຍ ແລະ ໃຫ້ກຳລັງໃຈນ້ອງດີ້ໄດ້.

ມື້ນີ້ທາງທີມຂ່າວ LaoX ຈຶ່ງຢາກນຳສະເໜີໃນອີກມຸກມອງ ແລະ ຜົນງານທີ່ຜ່ານມາຂອງນ້ອງທີ່ຫຼາກຫຼາຍ ມາໃຫ້ທຸກຄົນໄດ້ຮັບຮູ້ດ້ວຍກັນ.

1.ກິລາມວຍທີ່ຫຼິ້ນແມ່ນປະເພດໃດ?

ມວຍທີ່ຫຼິ້ນຫຼັກໆແມ່ນປະເພດ ຄິກບັອກຊິ້ງ (Kick Boxing) ແລະ ມີ ອີກ 8 ປະເພດທີ່ຫຼິ້ນ ເພາະສ່ວນໃຫຍ່ຈະໄປແຂ່ງມວຍລະດັບສາກົນ ໃຫ້ກັບທີມຊາດ ແລະ ໄປໃນນາມຄ້າຍມວຍອີກພ້ອມ. ເພາະຢູ່ພາຍໃນປະເທດເຮົາຍັງບໍ່ມີການແຂ່ງຂັນຫຼາຍເທົ່າທີ່ຄວນ ຈຶ່ງຕ້ອງໄດ້ຫາໂອກາດໄປແຂ່ງຂັນໃນຕ່າງປະເທດເປັນສ່ວນໃຫຍ່ ເຊິ່ງຕ້ອງໄດ້ຫຼິ້ນຫຼາຍປະເພດ ເຊັ່ນ: ມວຍສາກົນ, ເທຄວັນໂດ, ຄາລາເຕ້, ມວຍປ້ຳ, BJJ , ມວຍ Judo ແລະ ມວຍ Wushu ສ່ວນປະເພດຫຼິ້ນເປັນຫຼັກຈະແມ່ນຄິກບັອກຊິ້ງ. ເປົ້າໝາຍແທ້ໆແມ່ນຢາກໄປແຂ່ງມວຍປະສົມ, ມວຍ MMA ເພື່ອເປັນການຊອກຫາປະສົບການໃໝ່ໆ ອີກຢ່າງໜຶ່ງໃນປະເທດເຮົາມີງານແຂ່ງຂັນ ຈຶ່ງຕ້ອງໄດ້ຫຼິ້ນໃຫ້ໄດ້ຫຼາຍໆປະເພດ ແລະ ສ່ວນຫຼາຍກໍໄປແຂ່ງໃນຕ່າງປະເທດ.

2.ຈຸດເລີ່ມຕົ້ນສູ່ນັກກິລາມວຍມີທີ່ມາແບບໃດ?

ປົກກະຕິຕອນນັ້ນຈະໃຊ້ຊີວິດກັບຄອບຄົວ ພໍ່-ແມ່ ບາງຄັ້ງກໍກັບມາແຕ່ໂຮງຮຽນແລ້ວເຮັດສວນນຳພໍ່ແມ່, ໃນຄອບຄົວມີອ້າຍເຂີຍທີ່ໄດ້ເປີດຄ້າຍມວຍ (ເປັນຄູສອນມວຍ) ເຊິ່ງໄດ້ເຫັນວ່າກັບມາແຕ່ໂຮງຮຽນແຕ່ບໍ່ມີກິດຈະກຳຫຍັງເຮັດ ກໍເລີຍຊວນມາອອກກຳລັງກາຍ, ຟິດເນັດ, ອອກກຳລັງປ້ອງກັນຕົວ ຈາກນັ້ນກໍຕົກລົງໄດ້ລອງຊ້ອມລອງອອກກຳລັງກາຍ ເຊິ່ງຊ້ອມໄປມາກໍເປັນເວລາ 3 ປີກໍວ່າໄດ້ ເຊິ່ງຕອນນັ້ນອາຍຸໄດ້ 14 ປີ. ເມື່ອຊ້ອມມາເປັນເວລາດົນນານ ຈຶ່ງຄິດປ່ຽນໃຈມາຊ້ອມແບບຈິງຈັງ ພ້ອມກັບຢາກປ່ຽນອາຊີບເປັນນັກມວຍແບບເຕັມຕົວ ແລະ ຮູ້ສຶກມັກ ແລ້ວກໍສືບຕໍ່ຊ້ອມມາເລື້ອຍໆ.

3.ຜ່ານມາໄດ້ໄປແຂ່ງເວທີໃດ? ເຄີຍໄດ້ຫຼຽນໄດ້ສາຍແອວຈັກອັນ ຈັກແຊ້ມ?

ທີ່ຜ່ານກໍໄດ້ໄປແຂ່ງມາຫຼາຍເວທີພໍສົມຄວນ ເຊິ່ງຈະມີຢູ່ 2 ນາມໃນການໄປແຂ່ງຂັນ ເຊັ່ນ: ໃນນາມຕົວແທນປະເທດ (ທີມຊາດ), ໄປໃນນາມປະເທດ (ໄປກັບຄ້າຍມວຍ ນາມສ່ວນຕົວ) ໃນການໄປໃນນາມປະເທດສ່ວນຫຼາຍຈະໄປແຂ່ງມວຍສາກົນເປັນມືສະໝັກຫຼິ້ນ, ສ່ວນໃນນາມທີມຊາດຈະໄປແຂ່ງຊີເກມ, ເອຊຽນເກມ ແລະ ໃນການໄປແຂ່ງເອຊຽນເກມແມ່ນເປັນນັກກິລາມວຍຍິງຄົນທຳອິດຮຸ່ນ 84 ກິໂລ ທີ່ໄດ້ໄປແຂ່ງ. ນອກຈາກນີ້ ກໍໄດ້ໄປແຂ່ງຊິງແຊ້ມເອເຊຍ ແລະ ໄທແລນ ໂອເພັນ ພ້ອມໄດ້ເຂົ້າຮ່ວມກັບທີມຊາດມວຍສາກົນສະໝັກຫຼິ້ນ, ໃນປີ 2019 ກໍໄດ້ໄປຊິງແຊ້ມໂລກມວຍໄທ ກໍໄດ້ແຊ້ມກັບຄືນມາ ເຊິ່ງໄດ້ພົບກັບນັກມວຍປະເທດແມັກຊິໂກ. ຖ້າເປັນປະເພດອື່ນ ຊິງແຊ້ມທົ່ວປະເທດ ປີ 2018 ແມ່ນໄດ້ຫຼຽນຄຳ, ເທຄວັນໂດ້ (ຫຼຽນເງິນ) ປີ 2020, ຄາລາເຕ້ (ຫຼຽນເງິນ) ປີ 2020 ແລະ ມວຍປໍ້າ (ຫຼຽນເງິນ 2019), ມີມວຍສາກົນ ໄດ້ຫຼຽນເງິນ ປີ 2017 ເຊິ່ງແມ່ນຮຸ່ນເຍົາວະຊົນ, ພ້ອມກັນນີ້ກໍມີຄິກບັອກຊິ້ງ ທີ່ປະເທດສິງກະໂປ ປີທຳອິດທີ່ໄດ້ຕີມວຍປະເພດຄິກບັອກຊິ້ງ. ນອກຈາກນີ້ ກໍຍັງມີອີກຫຼາຍຫຼຽນທອງແດງ.

4.ປັດຈຸບັນກຳລັງເຮັດຫຍັງ?

ປັດຈຸບັນແມ່ນເປັນນັກກິລາມວຍຢ່າງເຕັມຕົວ ຈົບການສຶກສາລະດັບ ມ.ປາຍ ແຕ່ກໍບໍ່ໄດ້ສາຍຮຽນອາຊີບ ສ່ວນໃນເລື່ອງການສື່ສານພາສາອັງກິດແມ່ນພໍໄດ້ ໂອ້ລົມກັບໝູ່ເພື່ອນຕ່າງປະເທດຄົນພໍເຂົ້າໃຈ ເພາະໄດ້ມີການຮຽນດ້ວຍຕົນເອງຢູ່ເປັນປະຈຳ. ໃນຕອນນີ້ແມ່ນກຳລັງຝຶກຊ້ອມຢ່າງໜັກ ເພື່ອຈະໄປແຂ່ງຂັນຊີເກມຫວຽດນາມ 2022 ທີ່ຈະຮອດໄວໆນີ້; ປົກກະຕິຊ້ອມມື້ໜຶ່ງ 4 ຊົ່ວໂມງ, ຕອນເຊົ້າ 2 ຊົ່ວໂມງ ແລະ ຕອນແລງ 2 ຊົ່ວໂມງ. ເວລາຈະມີແຂ່ງກໍຕ້ອງຈັດຕາຕະລາງຝຶກຊ້ອມຢ່າງໜັກ ເພື່ອໃຫ້ມີຄວາມພ້ອມຢູ່ຕະຫຼອດ.

5.ອະນາຄົດມີແຜນຫຍັງບໍ?

      ໃນອະນາຄົດ ຄິດໄວ້ວ່າຢາກຈະມີການເປີດສູນ ຫຼື ຄ້າຍມວຍ ຮ່ວມມືກັບອາຈານ ເພື່ອເປັນການສົ່ງເສີມຄົນຍຸກໃໝ່ຜູ້ທີ່ຮັກໃນກິລາມວຍ ພ້ອມທັງຢາກເສີມສ້າງພັດທະນາກິລາມວຍໃຫ້ກ້າວໄກໄປຍິ່ງຂຶ້ນ, ຕື່ມແຕ່ງສີມືນັກກິລາໃຫ້ມີຄວາມສາມາດເກັ່ງກ້າ. ຖ້າໃນອະນາຄົດກໍຢາກຈະມີການຈັດການແຂ່ງຂັນຂຶ້ນມາ ຢາກໃຫ້ມີຜູ້ສະໜັບສະໜູນກິລາມວຍປະເທດລາວໃຫ້ໄດ້ຫຼາຍຂຶ້ນ, ຢາກຈະສ້າງເດັກຮຸ່ນໃໝ່ຂຶ້ນມາ ແລະ ຢາກຈະດຶງເອົາມວຍປະສົມ MMA ເຂົ້າມາໃນປະເທດ ເປີດປະສົບການໃໝ່ໃຫ້ກັບກິລາມວຍລາວ ແລະ ມີນັກກິລາລາວເຂົ້າແຂ່ງຂັນເຂົ້າຮ່ວມ.

ຂອບໃຈບົດສຳພາດໂດຍ: ດາວມະຍູລີ
ເຟສບຸກ: Dee Sao Lao – ດີ້ ສາວລາວ

ສຳພາດໂດຍ: Cat_Meo_ManU ຈາກທີມຂ່າວLaoX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/