ໄວໆນີ້ປະເທດລາວ ຈະມີການປັບຄ່າແຮງງານຂັ້ນຕ່ຳຂຶ້ນສູງກວ່າເກົ່າ


ລັດຖະບານພິຈາລະນາ ປັບຂຶ້ນເງິນເດືອນຂັ້ນຕ່ຳຂຶ້ນພາຍໃນປີນີ້ ສຳລັບຄ່າແຮງງານຂັ້ນຕ່ຳຢູ່ ສປປ ລາວ ໃນໄລຍະຜ່ານມາ ໄດ້ປັບຂຶ້ນມາແລ້ວ 8 ຄັ້ງ, ໃນນີ້ຄັ້ງຫຼ້າສຸດແມ່ນ ປັບຂຶ້ນຈາກ 900,000 ກີບ ຂຶ້ນເປັນ 1,100,000 ກີບ ເຊິ່ງເລີ່ມຈັດຕັ້ງປະຕິບັດ ໃນວັນທີ 1 ພຶດສະພາ ປີ 2018 ຈົນຮອດປັດຈຸບັນນີ້. ເງິນເດືອນຂັ້ນຕ່ຳ ເປັນຄ່າຕອບແທນທີ່ຕ່ຳສຸດ ເຊິ່ງນາຍຈ້າງຕ້ອງຈ່າຍໃຫ້ລູກຈ້າງເປັນຊົ່ວໂມງ, ເປັນລາຍວັນ, ເປັນລາຍເດືອນ ຕາມກົດໝາຍທີ່ກຳນົດ ເພື່ອເພີ່ມມາດຕະຖານຊີວິດຂອງລູກຈ້າງ ແລະ ຄວາມຍາກຈົນ ໂດຍໃນວົງເງິນທີ່ກຳນົດໄວ້ ຈະເປັນມາດຕະການບັງຄັບສຳລັບຜູ້ຈ້າງງານ ເງິນເດືອນພະນັກງານຂັ້ນຕ່ຳສຸດຕ້ອງຢູ່ໃນເກນນີ້ ເພື່ອຄຸນະພາບຊີວິດຂອງຜູ້ມີລາຍໄດ້ໜ້ອຍ.

ທາງສະຫະພັນກຳມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງສະຫວັດດີການສັງຄົມ ແລະ ສະພາການຄ້າ ອຸດສາຫະກຳແຫ່ງຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕ່ຳພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງ ຕາມທີ່ 3 ຝ່າຍ ໄດ້ຕົກລົງກັນ.

ທ່ານ ພອນສານ ວິໄລເມັງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໃຫ້ສຳພາດວ່າ: ຄ່າແຮງງານຂັ້ນຕ່ຳຢູ່ລາວ ປັດຈຸບັນແມ່ນ 1,100,000 ກີບຕໍ່ຄົນຕໍ່ເດືອນ ໂດຍເລີ່ມປະຕິບັດນັບແຕ່ກາງປີ 2018 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດໄດ້ 3 ປີກວ່າ ຍອດຄ່າຄອງຊີບກໍຄືລາຄາສິນຄ້າຕາມທ້ອງຕະຫຼາດ ມີການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ກຳມະກອນ ແລະ ຜູ້ອອກແຮງງານ ທີ່ມີເງິນເດືອນຕ່ຳ. ດັ່ງນັ້ນ ສູນກາງສະຫະພັນກຳມະບານລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ສຳຫຼວດກ່ຽວກັບຄວາມຈຳເປັນໃນການດຳລົງຊີວິດປະຈຳວັນ ຂອງກຳມະກອນ ແລະ ຜູ້ອອກແຮງງານ ຫຼາຍກວ່າ 3,600 ຄົນ ພາຍໃນ 18 ແຂວງທົ່ວປະເທດ. ກວມເອົາ 4 ຂົງເຂດຄື: ກະສິກຳ, ອຸດສາຫະກຳ, ບໍລິການ, ກໍ່ສ້າງ ເຊິ່ງທຸກແຂວງລ້ວນແຕ່ສະເໜີປັບປຸງຄ່າແຮງງານຂັ້ນຕ່ຳຄືນໃໝ່.

ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລືກັນຫຼາຍຄັ້ງແລ້ວ ແລະ ເຫັນດີໂດຍພື້ນຖານປັບຂຶ້ນຄ່າແຮງງານຂັ້ນຕ່ຳຂຶ້ນອີກ. ແຕ່ຍັງບໍ່ທັນໄດ້ກຳນົດເປັນເອກະພາບ ຫຼື ຕົກລົງກັນຢ່າງລະອຽດເທື່ອ ວ່າຈະເພີ່ມຂຶ້ນຈຳນວນເທົ່າໃດ. ທາງສູນສະຫະພັນກຳມະບານລາວ ສະເໜີປັບຂຶ້ນຈາກ 1,100,000 ກີບ ເປັນ 1,500,000 ກີບຕໍ່ຄົນຕໍ່ເດືອນ. ກອງປະຊຸມປຶກສາຫາລືຈະຈັດຂຶ້ນພາຍໃນເດືອນມີນາ 2022 ເພື່ອຕົກລົງຄັ້ງສຸດທ້າຍໃຫ້ຊັດເຈນ.

ຂອບໃຈຂໍ້ມູນຈາກ: https://fb.watch/aVEDD48X-5/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/