WHO ເຕືອນການລະບາດຂອງໂຄວິດ-19 ສາຍພັນ Omicron ໃນຫຼາຍໆປະເທດແມ່ນຍັງບໍ່ຮອດຈຸດສູງສຸດເທື່ອ


ຕາມການລາຍງານຂອງສຳນັກຂ່າວ Reuter ໄດ້ລະບຸວ່າ ໃນວັນອັງຄານທີ່ຜ່ານມາ ອົງກອນອະນາໄມໂລກ (WHO) ເຕືອນວ່າ ການລະບາດຂອງໂຄວິດ-19 ສາຍພັນ Omicron ໃນຫຼາຍໆ ປະເທດແມ່ນຍັງບໍ່ຮອດຈຸດສູງສຸດ ດັ່ງນັ້ນຈຶ່ງແນະນຳໃຫ້ການຜ່ອນຜັນມາດຕະການຄວບຄຸມການລະບາດຄວນເຮັດຢ່າງລະມັດລະວັງ ແລະ ຄ່ອຍເປັນຄ່ອຍໄປ.

“ເຮົາຂໍເຕືອນໃຫ້ລະວັງ ເພາະວ່າຫຼາຍປະເທດຍັງບໍ່ຜ່ານຈຸດສູງສຸດຂອງການລະບາດຂອງເຊື້ອ Omicron ໃນຂະນະທີ່ຫຼາຍປະເທດມີການຄອບຄຸມໃນການສັກວັກຊີນທີ່ຢູ່ໃນລະດັບຕ່ຳ ແລະ ມີບຸກຄົນທີ່ມີຄວາມສ່ຽງສູງໃນກຸ່ມປະຊາກອນຂອງພວກເຂົາ” Maria Van Kerkhove ເຈົ້າໜ້າທີ່ໃນ WHO ກ່າວໃນການບັນຍາຍສະຫຼຸບອອນລາຍຂອງ WHO.

“ດັ່ງນັ້ນ ໃນຕອນນີ້ຈຶ່ງບໍ່ແມ່ນເວລາທີ່ຈະມາຍົກເລີກມາດຕະການທຸກຢ່າງພ້ອມກັນ” Maria ກ່າວເສີມ.

ທາງດ້ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ລະບຸວ່າ ອົງກອນອະນາໄມໂລກມີຄວາມກັງວົນວ່າການລະບາດທີ່ມີຫຼາຍຂຶ້ນຂອງເຊື້ອໂຄວິດ-19 ສາຍພັນ Omicron ອາດຈະໝາຍເຖິງການເສຍຊີວິດທີ່ເພີ່ມຂຶ້ນ, ແຕ່ຂໍເນັ້ນວ່າ WHO ບໍ່ໄດ້ໃຫ້ບັນດາປະເທດຕ່າງໆ ກັບເຂົ້າສູ່ການລັອກດາວ ແຕ່ຮຽກຮ້ອງໃຫ້ທຸກປະເທດປົກປ້ອງປະຊາຊົນໂດຍໃຊ້ເຄື່ອງມືທັງໝົດ ບໍ່ສະເພາະແຕ່ວັກຊີນຢ່າງດຽວ.

Tedros ຍັງໄດ້ແນະນໍາອີກວ່າ ບາງປະເທດບໍ່ຄວນເຂົ້າໃຈຜິດວ່າເຊື້ອ Omicron ລະບາດງ່າຍ ແຕ່ມີຄວາມຮຸນແຮງຕ່ຳ ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງຫາທາງປ້ອງກັນ.

“ມັນຍັງໄວເກີນໄປສຳລັບປະເທດຕ່າງໆ ໃນການຍອມຈຳນົນຫຼືປະກາດໄຊຊະນະ” Tedros ຜູ້ອໍານວຍການໃຫຍ່ WHO ກ່າວເສີມ.

ທັງນີ້ Mike Ryan ຫົວໜ້າພະແນກສຸກເສີນຂອງ WHO ກໍໄດ້ກ່າວໃນການບັນຍາຍສະຫຼຸບແບບດຽວກັນ ຮຽກຮ້ອງໃຫ້ປະເທດຕ່າງໆ ກຳນົດເສັ້ນທາງຂອງຕົນເອງໃຫ້ຫຼຸດພົ້ນຈາກການແຜ່ລະບາດແລະຢ່າເຮັດຕາມປະເທດອື່ນແບບບໍ່ມີຫຼັກການໃນມາດຕະການຜ່ອນຄາຍ.

“ຂ້ອຍຄິດວ່າມັນເປັນໄລຍະປ່ຽນຜ່ານສຳລັບຫຼາຍໆປະເທດ ບໍ່ແມ່ນທຸກປະເທດທີ່ຈະມີສະຖານະການດຽວກັນ ເຊິ່ງປະເທດເຫຼົ່ານັ້ນກຳລັງຕັດສິນໃຈເປີດກວ້າງຫຼາຍຂຶ້ນກໍຈະຕ້ອງໝັ້ນໃຈວ່າມີຄວາມສາມາດໃນການນຳມາດຕະການກັບມາໃຊ້ໃໝ່ ດ້ວຍການຍອມຮັບຂອງສັງຄົມຫາກຈຳເປັນ ດັ່ງນັ້ນຖ້າເຮົາເປີດປະຕູໄດ້ແບບວ່ອງໄວ ເຈົ້າກໍສາມາດປິດປະຕູໄດ້ຢ່າງວ່ອງໄວເຊັ່ນດຽວກັນ” Mike Ryan ໄດ້ກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/