ທີມຊາດອີຣານ ເປັນຊາດທຳອິດຈາກເອເຊຍ ທີ່ຜ່ານການຄັດເລືອກໄປ ບານໂລກ 2022


ການຄັດເລືອກ ບານໂລກ 2022 ຂົງເຂດເອເຊຍ ຮອບທີ 3 ຫຼື ຮອບ 12 ທີມສຸດທ້າຍ ນັດທີ 7 ຂອງກຸ່ມ A ໃນວັນທີ 27 ມັງກອນຜ່ານມາ, ທີມຊາດອີຣານ ອັນດັບ 1 ຂອງເອເຊຍ ເປີດບ້ານຊະນະຄູ່ປັບຕະຫຼອດການ ທີມຊາດອີຣັກ 1-0 ຈາກປະຕູຂອງ ເມດີ້ ຕາເຣມີ້ ກອງໜ້າຈາກ ເອຟຊີ ປໍຣໂຕ້ ທີມດັງຈາກລີກໂປຕູເກດ ນາທີ 48′.

ໄຊຊະນະນັດນີ້ ເຮັດໃຫ້ ອີຣານ ຄວ້າສິດໄປບານໂລກ 2022 ຮອບສຸດທ້າຍ ແນ່ນອນແລ້ວ ມີ 19 ຄະແນນຈາກ 7 ນັດ ຫ່າງຈາກອັນດັບທີສາມ 10 ຄະແນນ ເຫຼືອການແຂ່ງຂັນພຽງ 3 ນັດ.

ອີຣານ ຜ່ານການຄັດເລືອກໄປບານໂລກຮອບສຸດທ້າຍ 3 ຄັ້ງຕິດຕໍ່ກັນ ລວມເປັນຄັ້ງທີ 6, 5 ຄັ້ງຜ່ານມາຕົກຮອບແບ່ງກຸ່ມທັງໝົດ.

ຕາຕະລາງຄະແນນປັດຈຸບັນຜ່ານໄປ 7 ນັດ ອີຣານ ມີ 19 ຄະແນນ, ທີ 2 ສາທາລະນະລັດເກົາຫຼີ ມີ 17 ຄະແນນ, ທີ 3 UAE ມີ 9 ຄະແນນ, ຮອງລົງມາ ເລບານອນ ມີ 5 ຄະແນນ, ອີຣັກ 4 ຄະແນນ ແລະ ຊີເຣຍ ມີ 2 ຄະແນນ.

ຂອບໃຈທີ່ມາຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/