ພໍ່ດື່ມຢາຂ້າແມງໄມ້ເພື່ອຈົບຊີວິດ! ສາເຫດຍ້ອນຜິດຫວັງນໍາລູກຊາຍທີ່ອາຍຸຫຼາຍແລ້ວແຕ່ຫາເມຍບໍ່ໄດ້


ເມື່ອອາຍຸເລີ່ມຫຼາຍຂຶ້ນພໍ່ແມ່ຂອງເຮົາກໍລ້ວນແລ້ວແຕ່ຄາດຫວັງຢາກໃຫ້ເຮົາມີແຟນ ຫຼື ມີຄອບຄົວເພື່ອທີ່ຈະມີຄົນເບິ່ງແຍງໃນເວລາທີ່ເຮົາແກ່ເຖົ້າລົງ. ແຕ່ວ່າຖ້າເຮົາອາຍຸຫຼາຍຂຶ້ນແລ້ວຍັງຫາຄູ່ບໍ່ໄດ້ ພໍ່ແມ່ເຮົາຈະຮູ້ສຶກຜິດຫວັງນຳເຮົາຄືກັນກັບກໍລະນີຂອງຊາຍຄົນນີ້ຫຼືບໍ່ ທີ່ດື່ມຢາຂ້າແມງໄມ້ເພື່ອຈົບຊີວິດ! ສາເຫດຍ້ອນຜິດຫວັງນໍາລູກຊາຍທີ່ອາຍຸຫຼາຍແລ້ວແຕ່ຫາເມຍບໍ່ໄດ້.

ເຫດການນີ້ເກີດເມື່ອວັນທີ 22 ມັງກອນ 2022 ທີ່ຜ່ານມາ ໂດຍມີລາຍງານລະບຸວ່າພົບຊາຍຊາວຈີນພະຍາຍາມຂ້າຕົວຕາຍ ຫຼັງຈາກທີ່ຮູ້ສຶກຜິດຫວັງໃນຕົວຂອງລູກຊາຍທີ່ອາຍຸໃກ້ເຂົ້າ 30 ປີແລ້ວ ແຕ່ກໍຍັງໂສດພ້ອມບໍ່ມີທ່າທີວ່າຈະແຕ່ງງານສ້າງຄອບຄົວຈັກເທື່ອ.

ຈາກການກວດສອບກ້ອງວົງຈອນປິດພົບວ່າ ຜູ້ເປັນພໍ່ໄດ້ຍື່ນຈົດໝາຍລາຕາຍໃຫ້ກັບຕຳຫຼວດໃກ້ກັບສະຖານີລົດໄຟໃນນະຄອນຊ່ຽງໄຮກ່ອນທີ່ລາວຈະລົ້ມໝົດສະຕິລົງໄປກອງກັບພື້ນໃນທັນທີ.

ຕາມການລາຍງານລະບຸວ່າລາວດື່ມຢາຂ້າແມງໄມ້ໄປຈຳນວນໜຶ່ງ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ເອີ້ນລົດພະຍາບານມາເພື່ອປິ່ນປົວໃນຂັ້ນເບື້ອງຕົ້ນ ແລະ ໄດ້ນຳຕົວສົ່ງໂຮງໝໍເພື່ອເຂົ້າໄປປິ່ນປົວດ່ວນ.

ຈຸດເລີ່ມຕົ້ນຂອງເລື່ອງລາວນີ້ແມ່ນມາຈາກການທີ່ພໍ່ໄດ້ເດີນທາງໄປຫາລູກຊາຍທີ່ເຮັດວຽກຢູ່ໃນນະຄອນຊ່ຽງໄຮ ແຕ່ເມື່ອພໍ່ໄດ້ຮັບຮູ້ວ່າລູກຊາຍຂອງຕົນຍັງບໍ່ທັນໄດ້ແຕ່ງງານມີຄອບຄົວທັ້ງທີ່ອາຍຸໃກ້ຮອດ 30 ປີແລ້ວ ຈາກນັ້ນພໍ່ກໍໄດ້ດື່ມຢາຂ້າແມງໄມ້ເພື່ອປະຊົດຊວິດ ເພາະຜິດຫວັງໃນຕົວລູກຊາຍ.

ຢ່າງໃດກໍຕາມ ຕອນນີ້ອາການຂອງຜູ້ເປັນພໍ່ແມ່ນພົ້ນຂີດອັນຕະລາຍແລ້ວ ແຕ່ຍັງຢູ່ໃນໂຮງໝໍເພື່ອເບິ່ງອາການຕໍ່ໄປ.

ຊາວເນັດຈີນບາງສ່ວນໄດ້ລະບຸເຖິງສາເຫດທີ່ລູກຊາຍບໍ່ແຕ່ງງານ ໃນຈົດໝາຍລາຕາຍຂອງພໍ່ໂດຍໄດ້ລະບຸເອົາໄວ້ວ່າ:

“ເຈົ້າຍັງຫາເງິນບໍ່ໄດ້ ທັ້ງທີ່ເຮັດວຽກໃນຊ່ຽງໄຮ ແຖມຍັງໃຊ້ເງິນພໍ່ແມ່ໄປຫຼາຍເພື່ອຫາເມຍແຕ່ກໍຍັງບໍ່ມີຈັກເທື່ອ ຄົນໃນບ້ານທີ່ອາຍຸເທົ່າກັນມີລູກມີຫຼານເຕັມບ້ານເຕັມເມືອງແລ້ວ”

“ພໍ່ຮູ້ສຶກອາຍຊາວບ້ານທີ່ຈະມີຊີວິດຢູ່ຕໍ່ໄປ ເຈົ້າເປັນຜູ້ໃຫຍ່ອາຍຸ 29 ປີ ແຕ່ຍັງບໍ່ປະສົບຄວາມສຳເລັດໃນຊີວິດເລີຍ ຍ່າເຈົ້າກໍຈະອາຍຸ 90 ປີ ໃນປີນີ້ແລ້ວ…”

ຈາກເນື້ອໃນທີ່ໄດ້ອ່ານໃນຈົດໝາຍ ເລີຍເຮັດໃຫ້ຊາວເນັດຫຼາຍຄົນເຂົ້າໃຈວ່າຜູ້ເປັນພໍ່ຮູ້ສຶກຜິດຫວັງໃນຕົວລູກຊາຍນັ້ນກໍເພາະອາຍຸຫຼາຍແລ້ວຍັງຢູ່ເປັນໂສດ ແລະ ບໍ່ປະສົບຜົນສຳເລັດໃນຊີວິດຕັ້ງແຕ່ມາເຮັດວຽກຢູ່ໃນເມືອງໃຫຍ່ ແຖມຍັງໃຊ້ເງິນທີ່ພໍ່ແມ່ສົ່ງມາໃຫ້ຫາເມຍບໍ່ໄດ້ອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/