5 ສິ່ງອໍານວຍຄວາມສະດວກສະບາຍ ເມື່ອທ່ານໃຊ້ບໍລິການລົດໄຟລາວ-ຈີນ


ຫຼັງຈາກເປີດໃຫ້ນຳໃຊ້ບໍລິການລົດໄຟລາວ-ຈີນ ກໍເຮັດໃຫ້ການເດີນທາງລະຫວ່າງປະເທດ ແລະ ການຂົນສົ່ງມີຄວາມສະດວກສະບາຍຫຼາຍຂຶ້ນ. ນອກຈາກນັ້ນ ຍັງມີສິ່ງທີ່ອຳນວຍຄວາມສະດວກຫຼາຍອັນທັງໃນສະຖານີ ແລະ ໃນລົດໄຟ ທີ່ຜູ້ໃຊ້ບໍລິການຈະໄດ້ພົບ, ເຊິ່ງມື້ນີ້ ເຮົາໄດ້ລວມເອົາ 5 ຢ່າງທີ່ອຳນວຍຄວາມສະດວກເວລາທີ່ໄປໃຊ້ບໍລິການລົດໄຟມາໄວ້ ຈະເປັນຢ່າງໃດນັ້ນ ມາເບິ່ງກັນເລີຍ!

  1. ມີນ້ຳຮ້ອນ ແລະ ນ້ຳເຢັນ

ຕູ້ກົດນໍ້າຮ້ອນ ມີທັງໃນສະຖານີ ແລະ ເທິງລົດໄຟ ຈະຕັ້ງຢູ່ໃກ້ກັບປະຕູທາງເຂົ້າໃກ້ກັບໜ້າຫ້ອງນ້ຳ ທຸກທ່ານສາມາດໄປກົດເອົາໄດ້ ມີຈອກເຈ້ຍໃຊ້ເທື່ອດຽວຖິ້ມໃຫ້ໃຊ້ຟຣີ, ແຕ່ຕ້ອງລະມັດລະວັງບໍ່ໃຫ້ເຫ່ຍເມື່ອເອົານ້ຳຮ້ອນ ແລະ ລະມັດລະວັງເມື່ອທ່ານມີເດັກນ້ອຍມານຳ.

  1. ມີປັກສຽບ ແລະ ປັກສຽບຫົວ USB

ບ່ອນນັ່ງຂອງແຕ່ລະຄົນ ຈະມີປັກສຽບຢູ່ 2 ບ່ອນຄື: ທາງລຸ່ມບ່ອນຕັ່ງນັ່ງ ແລະ ອີກບ່ອນແມ່ນໃກ້ກັບບ່ອນວາງແຂນ ເພື່ອໃຫ້ພຽງພໍກັບຜູໂດຍສານທີ່ຢູ່ບ່ອນນັ່ງຕິດກັນ.

ນອກຈາກມີປັກສຽບທີ່ອຳນວຍຄວາມສະດວກສະບາຍແລ້ວ ແຕ່ສະດວກຍິ່ງໄປກວ່ານັ້ນແມ່ນມີປັກສຽບແບບຫົວ USB ທີ່ຫຼາຍຄົນບໍ່ຕ້ອງກັງວົນວ່າຫົວສຽບຂອງຕົນເອງຈະຫຼົມເມື່ອຊາຈໂທລະສັບມືຖື.

  1. ມີໂຕະວາງເຄື່ອງ

ສຳລັບຄົນທີ່ເດີນທາງແລ້ວຕ້ອງເຮັດວຽກໄປນຳ ທຸກໆບ່ອນນັ່ງຈະມີໂຕະພັບທີ່ສາມາດເອົາອອກມາວາງເຄື່ອງໄດ້ ຈະວາງຄອມພິວເຕີ ໂນ໊ດບຸກເຮັດວຽກ ຫຼື ວາງເຄື່ອງ ວາງອາຫານກໍໄດ້ ແຕ່ຕ້ອງມີນ້ຳໜັກບໍ່ເກີນ 20 ກິໂລ.

  1. ມີຫ້ອງນ້ຳທີ່ສະອາດ ແລະ ພຽງພໍ

ປາສະຈາກບໍ່ໄດ້ເລີຍ ວ່າຫ້ອງນ້ຳເປັນສິ່ງທີ່ສຳຄັນ ແລະ ຈຳເປັນສຳລັບທຸກໆບ່ອນ ໂດຍສະເພາະຫ້ອງນ້ຳທີ່ສະອາດ ແລະ ພຽງພໍ. ທາງໃນສະຖານີລົດໄຟເອງກໍມີຫ້ອງນ້ຳທີ່ສະອາດ ແລະ ຫຼາກຫຼາຍ ແບ່ງແຍກຊາຍຍິງຊັດເຈນ ແຖມຍັງມີຫ້ອງນ້ຳສະເພາະຜູ້ພິການໃຫ້ໄດ້ໃຊ້ຢ່າງສະດວກສະບາຍອີກພ້ອມ.

  1. ມີຫ້ອງສຳລັບໃຫ້ນົມລູກ

ສຳລັບແມ່ໆ ທີ່ຕ້ອງການຄວາມເປັນສ່ວນຕົວເມື່ອຢາກໃຫ້ນົມລູກ ທາງສະຖານີກໍມີຫ້ອງທີ່ໄວ້ໃຫ້ບໍລິການ ແຖມຍັງຢູ່ຕິດກັບຕູ້ກົດນ້ຳຮ້ອນ ເຮັດໃຫ້ສະດວກໃນການຊົງນົມອີກພ້ອມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/