ສະກັອດແລນໃຫ້ປະຊາຊົນທີ່ອາຍຸຕ່ຳກວ່າ 22 ປີຂຶ້ນລົດເມຟຣີຕັ້ງແຕ່ມື້ນີ້ເປັນຕົ້ນໄປ!


ທີ່ປະເທດສະກັອດແລນໄດ້ປະກາດໃຫ້ຄົນທີ່ມີອາຍຸບໍ່ເກີນ 22 ປີ ຂຶ້ນລົດເມຟຣີແລ້ວຕັ້ງແຕ່ວັນທີ 31 ມັງກອນເປັນຕົ້ນໄປ ເຊິ່ງແຜນການດັ່ງກ່າວຈະຊ່ວຍຄົນກວ່າ 930,000 ຄົນ. ແຕ່ເຖິງຢ່າງໃດກໍຕາມ ເນື່ອງຈາກການລະບາດຂອງເຊື້ອໂຄວິດ-19 ໃນປັດຈຸບັນ ລັດຖະບານຈຶ່ງປະກາດໃຫ້ຜູ້ທີ່ມີຄວາມຈຳເປັນຕ້ອງເດີນທາງຍື່ນສະໝັກກ່ອນ 31 ມັງກອນ. ໂດຍບັນດາເຫດຜົນທີ່ຈຳເປັນແມ່ນຈະມີຄື: ໄປວຽກ, ໄປຮຽນ, ໄປໂຮງໝໍ…

ຄົນທີ່ມີອາຍຸຕ່ຳກວ່າ 22 ປີໃນປະເທດສະກັອດແລນຈະສາມາດໄປສະໝັກເຮັດບັດ ເພື່ອໄດ້ຮັບສິດຂຶ້ນລົດເມຟຣີ. ບັດດັ່ງກ່າວຈະເປັນຮູບແບບໃໝ່ ເຊິ່ງຈະເປັນແບບອັດສະລິຍະ ມີຊື່ວ່າ ITSO ທີ່ສາມາດນຳໃຊ້ໄດ້ກັບລົດເມທີ່ໃຫ້ບໍລິການທຸກຮູບແບບໃນປະເທດ. ຜູ້ໂດຍສານຈະໃຊ້ບັດແຕະໃສ່ເຄື່ອງອ່ານແລະບອກສະຖານທີ່ທີ່ຕົນຈະໄປໃຫ້ຄົນຂັບຮູ້.

ລັດຖະບານກ່າວວ່າມີຫຼາຍໝື່ນຄົນໄດ້ສະໝັກ ແລະ ໄດ້ຮັບບັດໄປຮຽບຮ້ອຍ ແຕ່ກໍມີບາງຈຳນວນທີ່ພົບບັນຫາໃນການສະໝັກ ເຊິ່ງສ່ວນໃຫຍ່ຈະເປັນຂັ້ນຕອນບັນຫາທີ່ການລະບຸຕົວຕົນ ເຊັ່ນ: ເດັກທີ່ອາຍຸຕ່ຳກວ່າ 16 ປີ ແມ່ນຈະຕ້ອງໃຫ້ພໍ່ແມ່ສະໝັກໃຫ້, ສ່ວນຜູ້ທີ່ອາຍຸເກີນ 16 ຂຶ້ນໄປ ແມ່ນຈະສາມາດສະໝັກໄດ້ເອງ. ເອກະສານໃນການສະໝັກສາມາດແບ່ງອອກເປັນຫຼາກຫຼາຍຮູບແບບແຕ່ກໍຂຶ້ນກັບຜູ້ສະໝັກ ເຊິ່ງຄວາມຈຳເປັນຕໍ່ເອກະສານຈະແຕກຕ່າງອອກໄປ. ເອກະສານມີຕັ້ງແຕປຶ້ມຜ່ານແດນ, ໃບຢັ້ງຢືນການເກີດ, ຮູບ ແລະ ສະຖານທີ່ພັກອາໄສ. ຂັ້ນຕອນທີ່ຫຍຸ້ງຍາກ ແລະ ຫຼາກຫຼາຍນີ້ອາດຈະເຮັດໃຫ້ຫຼາຍຄົນບໍ່ພໍໃຈ ແຕ່ມັນກໍເພື່ອຢືນຢັນຕົວຕົນ ແລະ ເພື່ອຢືນຢັນຄວາມປອດໄພຂອງເດັກ. ບໍ່ພຽງເທົ່ານັ້ນ ຍັງມີການກະກຽມລໍຖ້າຟັງຜົນຕອບຮັບຈາກບັນດາຜູ້ປົກຄອງ ເພື່ອຈະພັດທະນາຂັ້ນຕອນການສະໝັກ ແລະ ໄດ້ຕິດຕໍ່ກັບບັນດາໂຮງຮຽນເພື່ອໃຫ້ຕາງໜ້າຊ່ວຍເຫຼືອນັກຮຽນໃນການສະໝັກ.

ໃນປັດຈຸບັນ ປະຊາກອນ 1 ສ່ວນ 3 ຂອງປະເທດຕ່າງກໍໄດ້ຮັບສິດທິຂຶ້ນລົດເມຟຣີຮຽບຮ້ອຍແລ້ວ  ສຳລັບຜູ້ທີ່ອາຍຸສູງ, ຜູ້ພິການ ແລະ ເດັກອາຍຸຕ່ຳກວ່າ 5 ປີກໍສາມາດຂຶ້ນລົດເມຟຣີຢູ່ແລ້ວ ເມື່ອລວມກັບລາຍການໃໝ່ທີ່ອະນຸຍາດໃຫ້ເດັກອາຍຸຕ່ຳກວ່າ 22 ຈະເທົ່າກັບວ່າປະຊາກອນກວ່າ 2.3 ລ້ານ ຄົນຈະສາມາດນຳໃຊ້ລົດໄຟໄດ້ຟຣີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/