ພ້ອມແລ້ວຫຼືຍັງ? ນັບຖອຍຫຼັງອີກ 2 ມື້ Olympics ລະດູໜາວທີ່ປັກກິ່ງ


ໃກ້ເຂົ້າມາແລ້ວ Olympics ລະດູໜາວ ຄັ້ງທີ 24 ທີ່ປັກກິ່ງ ປະເທດຈີນ (Olympic Winter Games) ກຳນົດຈັດຂຶ້ນລະຫວ່າງວັນທີ 4-20 ກຸມພາ 2022 ປີນີ້ຈີນຈັດໜັກຈັດເຕັມ ຍິ່ງໃຫຍ່ກຽງໄກ.

ປັກກິ່ງຂອງຈີນ ກຳລັງຈະກາຍເປັນເມືອງທຳອິດຂອງໂລກ ທີ່ໄດ້ເປັນເຈົ້າພາບຈັດແຂ່ງຂັນທັງ Olympics ລະດູໜາວ ແລະ ລະດູຮ້ອນ ເຊິ່ງມີຫຼາຍຢ່າງທີ່ປ່ຽນແປງ ຕັ້ງແຕ່ປີ 2008 ຈົນມາຮອດປີ 2022 ທີ່ໄດ້ເປັນເຈົ້າພາບ.

ໃນວັນທີ 4 ກຸມພາ 2022 ນີ້ ມະຫະກຳກິລາ Olympics ລະດູໜາວປະຈຳປີ 2022 ຈະເປີດສາກຂຶ້ນຢ່າງຍິ່ງໃຫຍ່ ເຖິງຈະໄດ້ຮັບຜົນກະທົບຈາກໂຄວິດກໍຕາມ ແຕ່່ການກຽມຄວາມພ້ອມຂອງຄະນະກຳມະການຜູ້ຈັດການແຂ່ງຂັນ ຍັງຄົງຂັບເຄື່ອນງານຕ່າງໆໄດ້ຢ່າງໝັ້ນຄົງບໍ່ຫວັ່ນໄຫວ ແຜນການອອກແບບຢ່າງຮັດກຸມ.

ສ່ວນໃນດ້ານກິລາຈະເນັ້ນແຂ່ງປະເພດກິລາທີ່ແຂ່ງລະດູໜາວເຊັ່ນ: Alpine skiing, Biathlon, Bobsleigh, Cross-country skiing, Curling, Figure skating, Freestyle skiing, Ice hockey, Luge, Nordic combined, Short track speed skating, Skeleton, Ski jumping, Snowboarding, Speed skating.

ຂໍ້ມູນຈາກ: https://bit.ly/3L5Q9of

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/