ອິນເດຍກຽມເກັບພາສີ Cryptocurrency 30% ພ້ອມປະກາດເປີດຕົວສະກຸນເງິນ Rupee Digital ໃນປີໜ້າ


ປັດຈຸບັນ ກະແສຂອງ ຊັບສິນດິຈິຕອນ ຫຼື Cryptocurrency ເອີ້ນວ່າມີອິດທິພົນໃນທາງເສດຖະກິດໄປທົ່ວໂລກ, ດ້ວຍເຫດນີ້ ລັດຖະບານຈາກຫຼາຍປະເທດເລີ່ມຫັນມາສົນໃຈ ແລະ ພະຍາຍາມຫາທາງພັດທະນາຕະຫຼາດຊັບສິນດິຈິຕອນເຫຼົ່ານີ້ ເຊິ່ງນັ້ນກໍເຮັດໃຫ້ອິນເດຍເລີ່ມອອກກົດເກນກ່ຽວກັບ Cryptocurrency ໂດຍປະກາດເກັບພາສີລາຍໄດ້ຈາກຊັບສິນດິຈິຕອນໃນອັດຕາ 30%.

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ Nirmala Sitharaman ລັດຖະມົນຕີກະຊວງການເງິນຂອງອິນເດຍ ໄດ້ກ່າວໃນການປາໄສງົບປະມານໃນວັນທີ 1 ກຸມພາທີ່ຜ່ານມາ ວ່າດ້ວຍການປະກາດແຜນການທີ່ຈະເລີ່ມເກັບພາສີສະກຸນເງິນດິຈິຕອນ (Cryptocurrency) ແລະພາສີຊັບສິນດິຈິຕອນ ເນື່ອງຈາກຕະຫຼາດໃນປະເທດກຳລັງເຕີບໃຫຍ່ຢ່າງວ່ອງໄວເພື່ອກ້າວທັນກະແສໂລກ ແຕ່ລາຍໄດ້ຈາກການໂອນຊັບສິນ ແມ່ນຈະຖືກຫັກພາສີ 30%.

ເຊິ່ງການຈ່າຍພາສີ Cryptocurrency ແມ່ນບໍ່ອະນຸຍາດໃຫ້ຫັກຄ່າໃຊ້ຈ່າຍຫຼືຄ່າໃດໆ ໃນການຄຳນວນລາຍໄດ້ຈາກຊັບສິນດິຈິຕອນຍົກເວັ້ນຕົ້ນທຶນການໄດ້ມາ ສ່ວນການຂາດທຶນຈາກການຮັບໂອນສິນຊັບດິຈິຕອນຈະບໍ່ສາມາດນຳມາຫັກລົບກັບລາຍໄດ້ອື່ນໄດ້ ແລະສຳລັບຂອງຂວັນໃນຮູບແບບຊັບສິນດິຈິຕອນ ຜູ້ທີ່ໄດ້ຮັບຂອງຂວັນແມ່ນຈະຕ້ອງເສຍພາສີດ້ວຍເຊັ່ນກັນ. 

Nirmala ຍັງໄດ້ສະເໜີໃຫ້ມີການຫັກພາສີທີ່ຕົ້ນທາງ ໂດຍຈະເອີ້ນເກັບຈາກການຊໍາລະເງິນສໍາລັບການໂອນຊັບສິນດິຈິຕອນໃນອັດຕາ 1% ສຳລັບທຸລະກຳທີ່ເກີນເກນກຳນົດ.

“ການເຮັດທຸລະກຳໃນຊັບສິນດິຈິຕອນເພີ່ມຂຶ້ນຢ່າງຫຼາຍ ຈົນຕອນນີ້ມູນຄ່າແລະຄວາມຖີ່ຂອງການເຮັດທຸລະກຳເຫຼົ່ານີ້ຈຳເປັນຕ້ອງຈັດໃຫ້ມີລະບົບພາສີສະເພາະ” Nirmala Sitharaman ລັດຖະມົນຕີກະຊວງການເງິນ ໄດ້ກ່າວ.

Chainalysis ເຊິ່ງເປັນບໍລິສັດວິໄຈອຸດສາຫະກໍາໄດ້ລະບຸໄວ້ໃນລາຍງານສະບັບເດືອນຕຸລາວ່າ ໃນໄລຍະພຽງ1 ປີຢ້ອນຫຼັງ (ເດືອນມິຖຸນາ 2020 – ເດືອນມິຖຸນາ 2021) ຕະຫຼາດ Cryptocurrency ໃນອິນເດຍເຕີບໃຫຍ່ 641%.

ແຕ່ເຖິງຢ່າງນັ້ນ ລະບົບນິເວດຂອງ Cryptocurrency ຂອງອິນເດຍແມ່ນມີຫຼາກຫຼາຍ ເຊິ່ງຍັງຕ້ອງຖ້າຄວາມຊັດເຈນໃນຫຼາຍມິຕິ ໂດຍປັດຈຸບັນຄວາມຊັດເຈນໃນການຈັດເກັບພາສີ ແລະ ກອບການກຳກັບດູແລແມ່ນເລີ່ມປາກົດຂຶ້ນແລ້ວ ແຕ່ການຈຳແນກປະເພດ Cryptocurrency ທີ່ຊັດເຈນຍັງເປັນສິ່ງທີ່ຕະຫຼາດຈັບຕາຢູ່.

ຂະນະດຽວກັນ Nirmala ກໍໄດ້ປະກາດເປີດຕົວສະກຸນເງິນດິຈິຕອນຂອງທະນາຄານກາງອິນເດຍ (Digital Rupee) ໃນປີງົບປະມານ 2022-2021 ເຊິ່ງນັບເປັນຄັ້ງທຳອິດທີ່ລັດຖະບານໄດ້ກຳນົດໄລຍະເວລາໃນການເປີດຕົວສະກຸນເງິນດິຈິຕອນຂອງທະນາຄານກາງ (CBDC).

“Rupee Digital ຈະອອກໂດຍໃຊ້ blockchain ແລະເທັກໂນໂລຢີອື່ນໆ ເຊິ່ງຄວາມສຳເລັດຂອງ Rupee Digital ຈະຊ່ວຍສ້າງມູນຄ່າເພີ່ມທາງເສດຖະກິດໄດ້ຢ່າງຫຼາຍ” Nirmala ກ່າວ.

ການສຶກສາ ແລະ ພັດທະນາຈົນມາຮອດການເປີດຕົວ Rupee Digital ຄັ້ງນີ້ ເກີດຂຶ້ນຫຼັງຈາກທີ່ຈີນເລີ່ມທົດລອງໃຊ້ CBDC ໃນຫຼາຍເມືອງແລ້ວ ໃນຂະນະທີ່ທະນາຄານກາງຂອງສະຫະລັດ ແລະທະນາຄານກາງອັງກິດກຳລັງຊອກຫາຄວາມເປັນໄປໄດ້ທີ່ຈະອອກສະກຸນເງິນດັ່ງກ່າວເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/