ສະຫະລັດອາເມຣິກາຕ້ອງການເຈລະຈາກັບເກົາຫຼີເໜືອ ເນື່ອງຈາກເກົາຫຼີເໜືອໄດ້ທົດສອບລູກສອນໄຟຄັ້ງໃຫຍ່ຕັ້ງແຕ່ປີ 2017 ເຖິງປັດຈຸບັນ


ວັນທີ 30 ມັງກອນທີ່ຜ່ານມາ ທາງການຂອງສະຫະລັດອາເມຣິກາໄດ້ມີການເປີດພື້ນທີ່ໃຫ້ເກົາຫຼີເໜືອໂອ້ລົມຫາລືກັນໂດຍກົງກັບທາງຄະນະລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ, ຫຼັງຈາກເກົາຫຼີເໜືອໄດ້ເຮັດການທົດສອບລູກສອນໄຟນິວເຄຼຍຄັ້ງໃຫຍ່ ເຊິ່ງເປັນຄັ້ງທີ 7 ໃນຮອບເດືອນ ນັບຕັ້ງແຕ່ໃນໄລຍະຕົ້ນປີ 2022 ແລະ ການທົດສອບດັ່ງກ່າວກໍມີມານັບຕັ້ງແຕ່ປີ 2017.

ໂດຍ ໄບເດັນ ໄດ້ເນັ້ນເຖິງຄວາມສຳຄັນຂອງການເຈລະຈາທາງການທູດ ເພື່ອຫາທາງອອກຮ່ວມກັນ ແລະ ລົດຄວາມເຄັ່ງຕຶງທີ່ອາດຈະທະວີຄູນຄວາມຮຸນແຮງຫຼາຍຂຶ້ນອີກໃນເຂດມະຫາສະໝຸດເກົາຫຼີ ເຖິງວ່າຄວາມພະຍາຍາມໃນການເຈລະຈາສຸດຍອດຜູ້ນຳລະຫວ່າງຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ ແລະ ອະດີດປະທານາທິບໍດີຂອງສະຫະລັດ ໂດນັລ ທຣັມ ແມ່ນມີຂຶ້ນ 3 ຄັ້ງກ່ອນໜ້ານີ້ ແຕ່ການເຈລະຈາ ແມ່ນເປັນໄປບໍ່ດີເທົ່າທີ່ຄວນ.

ທາງການສະຫະລັດອາເມຣິກາ ລະບຸວ່າການທົດສອບລູກສອນໄຟດັ່ງກ່າວແມ່ນເລີ່ມເພີ່ມລະດັບຄວາມເຄັ່ງຕຶງ ແລະ ໃກ້ຄຽງກັບການທົດສອບລູກສອນໄຟຂ້າມທະວີບຍິ່ງຂຶ້ນໄປອີກ ໂດຍທາງການຍັງຢືນຢັນວ່າ ການເຈລະຈາທາງການທູດຍັງເປັນທາງເລືອກທີ່ສຳຄັນຂອງປະເດັນບັນຫາດ້ານຄວາມໝັ້ນຄົງນີ້.

ຈາກສະຖານະການດັ່ງກ່າວທາງນັກວິເຄາະເບິ່ງວ່າ ຜູ້ນຳສູງສຸດຂອງເກົາຫຼີເໜືອບໍ່ໄດ້ສະແດງຄວາມຕ້ອງການທີ່ຈະຍຸຕິການພັດທະນາ ແລະ ລູກສອນໄຟນິວເຄຼຍ ອີກທັງຕ້ອງການໃຫ້ສະຫະລັດ ຍອມຮັບເກົາຫຼີເໜືອໃນຖານະລັດນິວເຄຼຍ ແລະປ່ຽນຈາກການປົດອາວຸດເກົາຫຼີເໜືອມາສູ່ການເຈລະຈາເພື່ອລົດອາວຸດກັນທັງສອງຝ່າຍ. 

ຈາກການທົດສອບລູກສອນໄຟໃນຄັ້ງນີ້ ທ່ານ ມຸນ ແຈອິນ ປະທານາທິບໍດີຂອງເກົາຫຼີໃຕ້ກໍໄດ້ອອກມາສະແດງຄຳຄິດເຫັນ ໂດຍໄດ້ກ່າວວ່າ ການກະທຳຂອງເກົາຫຼີເໜືອໃນຄັ້ງນີ້ ແມ່ນມີສະຖານະການເລີ່ມຈະຄ້າຍຄືກັບການທົດສອບລູກໄຟຄັ້ງໃຫຍ່ໃນປີ 2017 ທີ່ເປັນການແລກປ່ຽນໄພຄຸກຄາມຂອງສົງຄາມລະຫວ່າງ ທຣັມ ແລະ ຄິມ.

ຕາມລາຍງານ ການທົດສອບລູກສອນໄຟທີ່ຖືກປ່ອຍອອກມາໃນວັນອາທິດທີ່ຜ່ານມາ ແມ່ນມີຄວາມຮຸນແຮງທີ່ສຸດນັບຕັ້ງແຕ່ໄບເດັນໄດ້ຄອງຕຳແໜ່ງປະທານາທິບໍດີ ໂດຍທາງກອງທັບຍີ່ປຸ່ນ ແລະ ເກົາຫຼີໃຕ້ກ່າວວ່າ ລູກສອນໄຟກັ່ງກ່າວ ຖືກປ່ອຍໃນວິຖີໂຄຈອນສູງເພື່ອຫຼີກເວັ້ນການເຂົ້າໄປໃນພີື້ນທີ່ປະເທດເພື່ອນບ້ານ ເຊິ່ງລູກສອນໄຟນັ້ນມີລະດັບຄວາມໄວສູງສຸດເຖິງ 2,000 ກິໂລແມັດ ແລະ ເດີນທາງໄປໄດ້ອີກ 800 ກິໂລແມັດ ກ່ອນທີ່ຈະຕົກລົງທະເລ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/