ເຫດຜົນທີ່ຄົນປະເທດຝຣັ່ງເຮັດວຽກໜ້ອຍຊົ່ວໂມງ ແຕ່ມີປະສິດທິພາບສູງລະດັບໂລກ


ທີ່ປະເທດຝຣັ່ງນັ້ນເປັນທີ່ຮູ້ຈັກດີວ່າມີມື້ພັກ ແລະ ເວລາເຮັດວຽກທີ່ໜ້ອຍທີ່ສຸດໃນຢູໂຣບ. ແຕ່ບໍ່ພຽງເທົ່ານັ້ນ ບຸກຄະລາກອນທີ່ເຮັດວຽກນັ້ນກໍຍັງເຮັດວຽກໄດ້ຢ່າງມີປະສິດທິພາບທີ່ສຸດເປັນອັນດັບທີ 8 ໃນໂລກອີກດ້ວຍ.

ອ້າງອີງຈາກກົດໝາຍແຮງງານໃນປະເທດຝຣັ່ງແລ້ວ ຄົນໜຶ່ງຈະເຮັດວຽກຕາມມາດຕະຖານເປັນເວລາ 35 ຊົ່ວໂມງຕໍ່ອາທິດ, ເມື່ອຄິດໄລ່ເບິ່ງແລ້ວ ຖ້າເຮັດວຽກ 5 ມື້ກໍຈະໃຊ້ເວລາພຽງ 7 ຊົ່ວໂມງຕໍ່ມື້ເທົ່ານັ້ນ. ຈາກລາຍງານສະຖິຕິໄດ້ສະແດງໃຫ້ເຫັນວ່າ ປະເທດຝຣັ່ງມີການເຮັດວຽກທີ່ເປັນປະສິດທິພາບສະເລ່ຍຕໍ່ຊົ່ວໂມງສູງກວ່າບັນດາປະເທດໃນສະຫະລາຊະອານາຈັກເຖິງ 27% – 31% ເຖິງແມ່ນວ່າຝຣັ່ງຈະມີບັນຫາຂາດແຮງງານສູງກວ່າກໍຕາມ.

ເຖິງວ່າປະເທດຝຣັ່ງນັ້ນມີເວລາເຮັດວຽກທີ່ໜ້ອຍກວ່າຫຼາຍປະເທດໃນໂລກ ແຕ່ພວກເຂົາກໍຍັງສາມາດຈັດການ ແລະ ເຮັດໃຫ້ກາຍເປັນປະເທດທີ່ມີປະສິດທິພາບສູງທີ່ສຸດໄດ້ ເຊິ່ງວ່າເຫດຜົນແຫ່ງຄວາມ Productivity ຫຼື ປະສິດທິພາບນີ້ອາດເກີດຈາກປັດໄຈຕ່າງໆ ບໍ່ວ່າຈະເປັນທາງດ້ານວັດທະນະທຳການເຮັດວຽກໄປຈົນຮອດການໃຫ້ຄວາມສຳຄັນຂອງຄຸນະພາບຊີວິດສ່ວນຕົວ.

ນັກລົງທຶນຊາວຝຣັ່ງ Thibault Fulchiron ເຊື່ອວ່າມັນບໍ່ແມ່ນການເຮັດວຽກໜ້ອຍລົງ, ແຕ່ແມ່ນການເຮັດວຽກໃຫ້ມີປະໂຫຍດໃຫ້ຫຼາຍກວ່າເກົ່າໃນເວລາທີ່ກຳນົດ. ຄວາມໝາຍກໍຄື ເວລາວຽກກໍຄືເຮັດວຽກຢ່າງດຽວ ໂດຍຈະບໍ່ມາໃຊ້ມັນໄປກັບການດື່ມກິນກາເຟ ຫຼື ເຂົ້າສັງຄົມລົມກັບໝູ່ ແລະ ຈະເລັ່ງເຮັດວຽກເທົ່ານັ້ນ ເຊິ່ງມັນກໍເປັນວັດທະນະທຳການເຮັດວຽກທີ່ແຕກຕ່າງອອກໄປກັບຫຼາຍປະເທດທົ່ວໂລກ ທີ່ພະນັກງານຈະໄດ້ໃຊ້ເວລາໄປກັບການເຂົ້າສັງຄົມກັບເພື່ອນຮ່ວມງານ. ແຕ່ສຳລັບຄົນຝຣັ່ງແລ້ວແມ່ນຈະແນໃສ່ໃນວຽກຢ່າງດຽວ, ເມື່ອກາຍເວລາວຽກ ພວກເຂົາຈະແນເຂົ້າໃສ່ເວລາສ່ວນຕົວຂອງຕົນເອງ ແລະ ຕັດຂາດອອກຈາກວຽກທັນທີ.

ນອກຈາກນີ້ແລ້ວ, ເມື່ອປີ 2017 ຝຣັ່ງຍັງມີກົດໝາຍຄຸ້ມຄອງແຮງງານທີ່ລ້ຳໜ້າຫຼາຍປະເທດທົ່ວໂລກ ກໍຄື “Right to Disconnect” ສິດທິໃນການຕັດຂາດເຊັ່ນ ການຫ້າມບໍ່ໃຫ້ນາຍຈ້າງຈາກບໍລິສັດທີ່ມີພະນັກງານເກີນ 50 ຄົນຂຶ້ນໄປ ຕິດຕໍ່ພະນັກງານເດັດຂາດຫຼັງຈາກໂມງວຽກ ບໍ່ວ່າຈະເປັນການໂທ, ສົ່ງຂໍ້ຄວາມ ຫຼື ອີເມວ. ການມີສິດທີ່ຈະຕັດອອກຈາກວຽກງານນີ້ກໍເພື່ອຈະຮັບປະກັນວ່າ ພະນັກງານຈະໄດ້ຮັບຄ່າຕອບແທນຢ່າງສົມເຫດສົມຜົນ ຄຽງຄູ່ໄປກັບການມີ ຄຸນະພາບໃນຊີວິດສ່ວນຕົວເພື່ອສົມດຸນວຽກ-ຊີວິດ Work-Life Balance.

ຄົນຝຣັ່ງນັ້ນໃຫ້ຄວາມສຳຄັນແກ່ຄຸນະພາບຂອງຊີວິດຫຼາຍ, ດ້ວຍການທີ່ມີ Work-Life Balance ທີ່ດີກວ່າຫຼາຍປະເທດນັ້ນເອງ ມັນກໍສະແດງໃຫ້ເຫັນວ່າພວກເຂົາໄດ້ເຕັມທີ່ໄປກັບຊີວິດດ້ານອື່ນຂອງຕົນເອງ ແລະ ມີຄວາມສຸກກັບມັນ, ການມີຄວາມສຸກກັບຊີວິດກໍເປັນສິ່ງທີ່ກະຕຸ້ນໃຫ້ພວກເຂົາມີຄວາມສຸກຂຶ້ນໃນການເຮັດວຽກເຊັ່ນກັນ.

ປະເທດຝຣັ່ງມີສຸພາສິດທີ່ວ່າ “ຖ້າເຮັດວຽກໜັກແລ້ວເຮັດໃຫ້ເຈົ້າລວຍ, ປານນີ້ສັດຢ່າງໂຕລາກໍຄົງຈະເຕັມໄປດ້ວຍກ້ອນຄຳແລ້ວ” ເຊິ່ງມັນກໍເປັນຄຳຖາມກັບມາຖາມແກ່ຫຼາຍບໍລິສັດຈາກຫຼາຍປະເທດວ່າ ການເຮັດວຽກພ້ອມທັງໃຊ້ເວລາດົນນັ້ນ ແນ່ໃຈແລ້ວຫຼືບໍ່ວ່າມີປະສິດທິຜົນແທ້? ແລະຄຸນຄ່າຂອງການເຮັດວຽກທີ່ມີປະສິດທິພາບແມ່ນຂຶ້ນຢູ່ກັບເວລາເທົ່ານັ້ນບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/