ເຄີຍຕອບແນວໃດ ເວລາອາຈານຖາມວ່າ ສົງຄາມເຢັນແມ່ນຫຍັງ?


ສະໄໝເຮົາຮ່ຳຮຽນວິຊາປະຫວັດສາດ ມັກຈະໄດ້ຮຽນກ່ຽວກັບສົງຄາມຕ່າງໆ ທັງປະຫວັດສາດລາວ-ປະຫວັດສາດໂລກ ແລະ ເຄີຍພົບຄຳຖາມນີ້ ສົງຄາມເຢັນແມ່ນຫຍັງ? ບາງຄົນຕອບສົງຄາມເຢັນແມ່ນສົງຄາມບໍ່ຮ້ອນ, ສົງຄາມເຢັນແມ່ນສົງຄາມນ້ຳກ້ອນ, ສົງຄາມເຢັນແມ່ນສົງຄາມທີ່ໃຊ້ຄວາມຄິດໃນການກໍ່ສົງຄາມ, ສົງຄາມເຢັນແມ່ນສົງຄາມທີ່ເຮົາໄປສູ້ກັນໃນອາກາດໜາວ ຫຼື ມີຫິມະ ແລະ ອື່ນໆອີກຫຼາຍຄຳຕອບ.

ຫຼັງຈາກສົງຄາມໂລກຄັ້ງທີ 2 ສິ້ນສຸດລົງໃນປີ 1945 ໂລກຂອງເຮົາກໍໄດ້ກ້າວເຂົ້າສູ່ຂໍ້ຂັດແຍ້ງໃໝ່ ເປັນຕົ້ນແມ່ນສົງຄາມເຢັນ Cold War ເຊິ່ງເປັນຄວາມຂັດແຍ້ງທາງດ້ານອຸດສາຫະກຳຂອງສອງຊາດມະຫາອຳນາດຂອງໂລກ ລະຫວ່າງຝ່າຍເສລີປະຊາທິປະໄຕທີ່ນຳພາໂດຍສະຫະລັດອາເມຣິກາ ກັບ ຝ່າຍຄອມມູນິດທີ່ນຳພາໂດຍສະຫະພາບໂຊວຽດ.

ເມື່ອເຮົາຮຽນວິຊາປະຫວັດສາດອາຈານຈະຖາມເຮົາຢູ່ສະເໝີ ແລະ ກໍໄດ້ຮຽນກ່ຽວກັບປະຫວັດຂອງຄາມໂລກ ແລະ ອື່ນໆ. ພ້ອມກັບເຮັດໃຫ້ເຮົາສົງໄສວ່າແມ່ນມີທີ່ມາແນວໃດ ໃຜເປັນຄົນທຳອິດທີ່ໃຊ້ຄຳນີ້? ເຊິ່ງເຮົາຈະອະທິບາຍເຖິງ 2 ທິດສະດີດ້ວຍກັນ.

ທິດສະດີທີ 1: ຄຳວ່າ ສົງຄາມເຢັນ ເລີ່ມຈາກທິດສະດີທຳອິດ ຜູ້ທີ່ຄິດຄົ້ນກໍຄືນັກຂຽນຊື່ດັງປະເທດອັງກິດຊື່ວ່າ George Orwell ໂດຍມີທີ່ມາຈາກບົດຄວາມທີ່ມີຊື່ວ່າ You and the Atomic Bomb ທີ່ George Orwell ຂຽນໄວ້ໃນປຶ້ມ Tribune ສະບັບວັນທີ 19 ຕຸລາ 1945 ໂດຍບົດຄວາມໄດ້ປາກົດຄຳວ່າ Cold War ຂຶ້ນເປັນຄັ້ງທຳອິດ.

ທິດສະດີທີ 2: ໄດ້ບອກວ່າ ຜູ້ທີ່ຄິດຄົ້ນຄຳວ່າ ສົງຄາມເຢັນ ກໍຄື Bernard Baruch ນັກທຸລະກິດຊາວອາເມຣິກາ ແລະ ເປັນທີ່ປຶກສາຂອງ Harry S. Truman ປະທານາທິບໍດີຂອງສະຫະລັດ ໃນເວລານັ້ນ. ໂດຍວັນທີ 16 ເມສາ 1947 ບາລຸດໄດ້ຂຶ້ນກ່າວຄຳປາໄສ ແລະ ມີໃຈຄວາມກ່າວຂຶ້ນວ່າ Let us not be deceived: we are today in the midst of a cold war.

ຄວາມໝາຍຂອງສົງຄາມເຢັນ ເປັນໜຶ່ງໃນສົງຄາມທີ່ຖືກບັນທຶກໄວ້ໃນໜ້າປະຫວັດສາດໂລກ ເຖິງສົງຄາມເຢັນຈະເປັນສົງຄາມທີ່ເກີດຈາກຄວາມຂັດແຍ້ງອຸດົມການທາງດ້້ານການເມືອງ ແຕ່ມັນກໍໄດ້ລຸກລາມ ແລະ ແຜ່ຂະຫຍາຍ ຈົນສ້າງຄວາມຕຶງຄຽດໄປທົ່ວໂລກ. ສຳລັບ ສົງຄາມເຢັນເປັນການຕໍ່ສູ້ລະຫວ່າງກຸ່ມປະເທດ 2 ກຸ່ມ ທີ່ມີອຸດົມການທາງການເມືອງ ແລະ ລະບອບການເມືອງຕ່າງກັນລະຫວ່າງກຸ່ມປະເທດໂລກເສລີ ນຳໂດຍສະຫະລັດອາເມຣິກາ ແລະ ກຸ່ມປະເທດຄອມມູນິດນຳໂດຍສະຫະພາບໂຊວຽດ ເຊິ່ງເກີດຂຶ້ນໃນໄລຍະຫຼັງສົງຄາມໂລກຄັ້ງທີ 2 ປະມານ ຄ.ສ 1945-1991.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/