ວັນທີ 2 ກຸມພາ ວັນພື້ນທີ່ຊຸ່ມນ້ຳໂລກ


ວັນພື້ນທີ່ຊຸ່ມນ້ຳໂລກ ຫຼື World Wetland Day ກົງກັບວັນທີ 2 ກຸມພາ ຂອງທຸກໆປີ ເພື່ອລະນຶກເຖິງ ແລະ ສະເຫຼີມສະຫຼອງການລົງນາມອະນຸສັນຍາວ່າດ້ວຍພື້ນທີ່ຊຸ່ມນ້ຳ ທີ່ມີຄວາມສຳຄັນລະຫວ່າງປະເທດ ຫຼື ອະນຸສັນຍາແຣມຊາ (Ramsar Convention) ໃນເມືອງແຣມຊາ ປະເທດອີຣານ ໃນວັນທີ 2 ກຸມພາ ປີ 1971.

ບົດບາດຄວາມສຳຄັນຂອງພື້ນທີ່ຊຸ່ມນ້ຳ ແມ່ນເປັນແຫຼ່ງກັກເກັບ ແລະ ຜະລິດນ້ຳສະອາດ, ເປັນແຫຼ່ງຜະລິດອາຫານໃນການປະມົງຕ່າງໆ, ເປັນແຫຼ່ງທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດຫຼາກຫຼາຍສາຍພັນເຖິງ 40% ຂອງໂລກ, ພື້ນທີ່ດັ່ງກ່າວຍັງສາມາດປ້ອງກັນນ້ຳຖ້ວມ ແລະ ຊ່ວຍດູດຊຶມຄາບອນເປັນຈຳນວນມະຫາສານ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/