ສຸດຫົດຫູ່! ຊາວອັບການິສຖານ ຕ້ອງຈຳໃຈຂາຍ ອະໄວຍະວະ ແລະ ລູກຫຼານ ເພື່ອເອົາຊີວິດລອດຈາກວິກິດທາງເສດຖະກິດ


ເມື່ອບໍ່ດົນມານີ້ ສຳນັກຂ່າວ Skynews ໄດ້ລາຍງານເລື່ອງສຸດສະເທືອນໃຈ ຂອງຊາວອັບການິສຖານຫຼາຍໆຄອບຄົວທີ່ໄດ້ຈຳໃຈພາກັນນຳອະໄວຍະວະໃນຮ່າງກາຍໄປຂາຍ ເຊັ່ນ: ໝາກໄຂ່ຫຼັງ ທີ່ມີລາຄາຢູ່ປະມານ 1,500 ປອນ ຕໍ່ໜຶ່ງອັນ ເພື່ອນຳເງິນທີ່ໄດ້ ມາໃຊ້ຈ່າຍພາຍໃນຄອບຄົວ. ຍິ່ງໄປກວ່ານັ້ນ ຫາກການຂາຍໝາກໄຂ່ຫຼັງແລ້ວຍັງມີເງິນບໍ່ພໍໃນການລ້ຽງຄົນໃນຄອບຄົວ ເຮັດໃຫ້ບາງຄອບຄົວເຖິງຂັ້ນຕ້ອງໄດ້ຂາຍລູກຫຼານເພື່ອໃຫ້ສະມາຊິກສ່ວນໃຫຍ່ໃນຂອບຄົວບໍ່ອຶດຫິວ ແຕ່ພວກເຂົາໃຫ້ເຫດຜົນວ່າ: “ເພາະວ່າບໍ່ມີຫຍັງເຫຼືອໃຫ້ຂາຍອີກຕໍ່ໄປແລ້ວ” ໃນຂະນະທີ່ເສດຖະກິດຂອງອັບການິສຖານກຳລັງຢູ່ໃນສະຖານະການທີ່ເອນອຽງໄປທາງທີ່ຈະຫຼົ້ມສະຫຼາຍ.

ນັກຂ່າວໄດ້ລົງພີ້ນທີ່ໄປໂອ້ລົມກັບຊາວບ້ານໃນໝູ່ບ້ານແຫ່ງໜຶ່ງໃນເມືອງ Herat ໂດຍໄດ້ປິດບັງຂໍ້ມູນຂອງແຫຼ່ງຂ່າວເພື່ອຄວາມປອດໄພຂອງຊາວບ້ານ ແລະ ພົບວ່າພວກເຂົາອາໄສຢູ່ໃນເຮືອນທີ່ສ້າງດ້ວຍດິນແລະເຕັ້ນ, ສະພາບແວດມີຄວາມແຫ້ງແລ້ງ, ບໍ່ມີແຫຼ່ງນ້ຳແລະຕົ້ນໄມ້ໃນບໍລິເວນນັ້ນ, ຊາວບ້ານຫຼາຍຄົນມີອາການປ່ວຍຊຳເຮື້ອແລະພິການ ຂະນະທີ່ສິ່ງທີ່ມີຄ່າຂອງພວກເຂົາມີພຽງອະໄວຍະວະ ເຊິ່ງຫຼາຍຄອບຄົວກໍໄດ້ຂາຍມັນເພື່ອເອົາຊີວິດລອດໄປແຕ່ລະມື້.

ມີກໍລະນີຂອງສາມີ-ພັນລະຍາຄູ່ໜຶ່ງ ເຊິ່ງໄດ້ຂາຍໝາກໄຂ່ຫຼັງຂອງພວກເຂົາໄປແລ້ວເພື່ອຫາເງິນມາລ້ຽງລູກ 8 ຄົນ ເປີດເຜີຍວ່າ ກໍາລັງພິຈາລະນາຂາຍລູກໜຶ່ງຄົນຕໍ່ຈາກນີ້ ຫຼັງຈາກລູກຊາຍອາຍຸ 3 ປີ ຂອງພວກເຂົາຫາກໍຕາຍຈາກຄວາມອຶດຫິວເມື່ອ 6 ເດືອນກ່ອນ, ຢ່າງໜ້ອຍການຂາຍລູກໃຫ້ຄົນອື່ນອາດຈະດີກວ່າການທີ່ລູກຂອງພວກເຂົາ ທັງໝົດຕ້ອງມາອົດຕາຍ ແລະ ລູກທີ່ຖືກຂາຍຍັງໄດ້ຮັບການລ້ຽງດູຈາກຄົນອື່ນ ໂດຍພໍ່ຂອງເດັກບອກວ່າ ອາດຈະຕ້ອງຍອມຂາຍລູກໃນລາຄາ 150 ປອນ ຫຼື ປະມານ 200 ໂດລາ ເພາະລາວອາດນອນຫຼັບບໍ່ລົງໃນຂະນະທີ່ລູກໆຍັງອຶດຫິວຢູ່.

ນອກນີ້ ຍັງມີອີກກໍລະນີໜຶ່ງ ທີ່ມີ ອ້າຍນ້ອງ 5 ຄົນ ໄດ້ບອກກັບນັກຂ່າວວ່າ ພວກເຂົາຕ້ອງຂາຍອະໄວຍະວະສຳຄັນໃນລາຄາປະມານ 1,150 ປອນຕໍ່ໜຶ່ງອັນ ເພື່ອຊື້ອາຫານໃຫ້ຄົນໃນຄອບຄົວທີ່ເຫຼືອ.

ຂະນະດຽວກັນ ທ່ານ ດຣ. Mohammad Aqel ທ່ານໝໍໃນໂຮງໝໍເມືອງ Herat ໄດ້ກ່າວທັງນ້ຳຕາວ່າ ທີ່ໂຮງໝໍບໍ່ມີຮອດຜ້າພັນບາດແຜທີ່ພຽງພໍໃນການໃຊ້ພັນແຜໃຫ້ກັບເດັກນ້ອຍ ທີ່ຖືກໄຟລວກຈາກອຸບັດຕິເຫດທີ່ຄອບຄົວຊາວອັບການິສຖານ ມັກຈູດໄຟຜິງເພື່ອບັນເທົາຄວາມໜາວເຢັນ.

ລາຍງານລະບຸຕື່ມອີກວ່າ ນັບຕັ້ງແຕ່ກຸ່ມຕາລີບັນ ຍິດອຳນາດໃນອັບການິສຖານ ໃນເດືອນສິງຫາ ປີ 2021 ເສດຖະກິດຂອງປະເທດກໍຕົກຢູ່ໃນສະຖານະການສຸ່ມສ່ຽງ ໂດຍລັດຖະບານແຫ່ງຊາດສ່ວນໃຫຍ່ຂອງໂລກຍັງບໍ່ໃຫ້ການຍອມຮັບລັດຖະບານຕາລີບັນ. ນອກຈາກນີ້ ຍັງໄດ້ມີການອາຍັດຊັບສິນ ແລະ ເງິນສໍາຮອງຂອງອັບການິສຖານທີ່ຢູ່ໃນທະນາຄານຕ່າງປະເທດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳຈາກຕ່າງປະເທດກໍຖືກລະງັບໄປ ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍເດືອດຮ້ອນໄປຕາມໆກັນ ຈົນຮອດຂັ້ນບໍ່ມີເງິນຊື້ອາຫານເພື່ອໃຫ້ມີຊີວິດຢູ່ລອດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/