ຊາວເປຣູຍອມບໍລິຈາກຜົມຕົນເອງເພື່ອຊ່ວຍກັນສ້າງກະບອກກຳຈັດນ້ຳມັນອອກຈາກທະເລ


ຊາວເປຣູໄດ້ຮ່ວມໃຈກັນບໍລິຈາກຜົມຕົນເອງ ລວມໄປເຖິງບັນດາຮ້ານເສີມສວຍທີ່ອອກມາຊ່ວຍເຫຼືອ ໂດຍຈະນຳຜົມນັ້ນໄປສ້າງກະບອກສູບນ້ຳມັນອອກຈາກທະເລໃຫ້ໄວທີ່ສຸດ ເພື່ອຊ່ວຍເຫຼືອສິ່ງມີຊີວິດໃນນ້ຳ ແລະ ຜູ້ທີ່ອາໄສຢູ່ໃກ້ກັບທະເລ.

ວັນທີ 15 ມັງກອນທີ່ຜ່ານມາໄດ້ມີເຫດການນ້ຳມັນຈຳນວນກວ່າ 12,000 ບາເຣລ ຮົ່ວໄຫຼອອກມາທີ່ທະເລເວັນທານິລລາ (Ventanilla) ເຊິ່ງເປັນອ່າວໃນແຂວງລິມາ, ປະເທດເປຣູ. ເຈົ້າໜ້າທີ່ໄດ້ລາຍງານວ່ານ້ຳມັນທີ່ໄຫຼນັ້ນກະຈາຍອອກໄປກວ້າງດ້ວຍຂອບເຂດເຖິງ 3 ກິໂລຕາແມັດ ຕັ້ງແຕ່ຊາຍຫາດ ແລະ ທະເລ. ຫຼັງຈາກນັ້ນ ກະຊວງແຫ່ງສິ່ງແວດລ້ອມໄດ້ປະກາດສະພາວະສຸກເສີນເປັນເວລາ 90 ວັນ ຕໍ່ຂົງເຂດທີ່ຖືກຜົນກະທົບ. ເຫດການດັ່ງກ່າວເລີ່ມເກີດຂຶ້ນຫຼັງຈາກທີ່ມີພູໄຟລະເບີດຮຸນແຮງທີ່ປະເທດທອງກາ ເຊິງເປັນຄື້ນໃນທະເລຕາມມາກະທົບໃສ່ອ່າງເກັບນ້ຳມັນ ຂອງບໍລິສັດສັນຊາດສະເປນ Repsol. ທາງໄອຍະການໄດ້ມີການເປີດການສືບສວນສອບສວນ ພ້ອມເບິ່ງສະຖານະຂອງບໍລິສັດດັ່ງກ່າວຕໍ່ເຫດການນີ້. ສານເອງກໍໄດ້ຕອບຮັບຄຳຂໍໂດຍຕັດສິນໃຫ້ຜູ້ບໍລິຫານທັງ 4 ຄົນໃນບໍລິສັດອອກຈາກປະເທດເປຣູເປັນເວລາ 18 ເດືອນ.

ລັດຖະບານເປຣູໄດ້ອອກມາປະກາດວ່ານ້ຳມັນໄດ້ກ່າວໄດ້ຂ້າຊີວິດຂອງປາທ້ອງຖິ່ນ ແລະ ນົກທະເລໃນຂົງເຂດທີ່ເກີດເຫດໄປຢ່າງຫຼວງຫຼາຍ. ທາງບໍລິສັດ Repsol ກໍກ່າວວ່າພວກເຂົາພະຍາຍາມກຳຈັດນ້ຳມັນອອກໃຫ້ໄວເທົ່າທີ່ຈະເຮັດໄດ້ ເຊິ່ງວ່າປັດຈຸບັນ ນ້ຳມັນຈຳນວນ 1 ໃນ 3 ໄດ້ຖືກກຳຈັດອອກຈາກທະເລແລ້ວ.

ຜົນກະທົບນີ້ຍັງສົ່ງໄປຮອດຊາວປະມົງໃນຂົງເຂດດັ່ງກ່າວ, ພວກເຂົາພາກັນອອກມາປະທ້ວງເນື່ອງຈາກບໍ່ສາມາດໄປຕຶກປາໃນພື້ນທີ່ເກົ່າໄດ້. ເມື່ອວັນທີ 22 ມີແຄມເປນ Hair Boom Peru ອອກມາໃຫ້ຊາວເປຣູໃນປະເທດຕ່າງກໍພາກັນອອກມາບໍລິຈາກຜົມຕົນເອງເພື່ອກຳຈັດນ້ຳມັນອອກຈາກທະເລ ເຊິ່ງກໍໄດ້ດຶງຄວາມສາມັກຄີຈາກປະຊາຊົນໄດ້ດີ.

ເທັກນິກດັ່ງກ່າວນີ້ແມ່ນເປັນວິທີດົນນານມາແລ້ວ, ທີ່ເສັ້ນຜົມຂອງມະນຸດເຮົານັ້ນສາມາດດູດຊຶມນ້ຳມັນໄດ້. ພວກເຂົາຈະເກັບກຳເສັ້ນຜົມໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອມາປະກອບເປັນກະບອກ ຈາກນັ້ນກໍຮວມກັນເປັນຮົ້ວເພື່ອດູດຊຶມເອົາໄຮໂດຣຄາບອນ ຫຼື ນ້ຳມັນດິບໃນທະເລເວັນທານິລລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/