ແບບນີ້ກໍມີ! ຊາຍເສດຖີຟ້ອງຄາສິໂນໃນຂໍ້ຫາ “ບໍ່ຫ້າມກັນ” ຫຼັງຈາກເສຍເງິນເກືອບ 4 ລ້ານປອນຈາກການຫຼິ້ນພະນັນ


ການພະນັນນັ້ນມັນເປັນເລື່ອງບໍ່ເຂົ້າໃຜອອກໃຜຢ່າງແນ່ນອນ ແລະ ມັນກໍສ້າງຄວາມຫຼົ້ມຈົມໃຫ້ຫຼາຍຕໍ່ຫຼາຍຄົນແລ້ວ ເຊິ່ງກໍໄດ້ເຮັດໃຫ້ເສດຖີຊາວມາເລເຊຍຄົນໜຶ່ງຕັດສິນໃຈຍື່ນຟ້ອງດຳເນີນຄະດີກັບຄາສິໂນແຫ່ງໜຶ່ງຢູ່ອັງກິດ ໃນຂໍ້ຫາ “ບໍ່ມີການຫ້າມ” ປ່ອຍໃຫ້ຕົນເອງຫຼິ້ນການພະນັນຈົນເສຍເງິນໄປ 3.9 ລ້ານປອນ ພາຍໃນເວລາພຽງແຕ່ 72 ຊົ່ວໂມງ.
ທາງເວັບໄຊ Daily Mail ລາຍງານວ່າ Han Joeh Lim ມະຫາເສດຖີຊາວມາເລເຊຍ ອາຍຸ 62 ປີ ໄດ້ຟ້ອງເອົາຄ່າເສຍຫາຍຈາກຄາສິໂນສ່ວນຕົວທີ່ມີຊື່ວ່າ Aspinalls ໂດຍອ້າງວ່າທາງຄາສິໂນຝ່າຝືນຄວາມຮັບຜິດຊອບພາຍໃຕ້ກົດໝາຍວ່າດ້ວຍ ການພະນັນປີ 2005.

Lim ໄດ້ເຮັດທຸລະກຳກ່ຽວກັບອະສັງຫາລິມະຊັບ, ເຫຼັກກ້າ ແລະ ຊິບຄອມພິວເຕີ; ມີຊັບສິນປະມານ 40 ລ້ານປອນ ເຊິ່ງລາວໄດ້ເຂົ້າເປັນສະມາຊິກຄາສິໂນແຫ່ງນີ້ໃນປີ 2014 ແລະໄດ້ຮັບວົງເງິນທີ່ສາມາດຖອນໄດ້ສູງສຸດເຖິງ 600,000 ປອນ.

Lim ເລົ່າວ່າເມື່ອປີ 2015 ໄດ້ເຂົ້າໄປຫຼິ້ນການພະນັນຈົນເສຍເງິນໝົດ ແຕ່ທາງ Aspinalls ໄດ້ໃຫ້ເຄຣດິດເພີ່ມເປັນ 1.9 ລ້ານປອນ ແລະຕໍ່ມາກໍເພີ່ມໃຫ້ອີກ 2 ລ້ານປອນເຊິ່ງຜົນສຸດທ້າຍແມ່ນລາວຫຼິ້ນຈົນໝົດຕົວ.

ນອກຈາກນີ້ມີຂໍ້ມູນຈາກສານລະບຸວ່າ Lim ຫຼິ້ນການພະນັນຕໍ່ເນື່ອງຮອດ 72 ຊົ່ວໂມງ ໂດຍເກືອບຈະບໍ່ໄດ້ຢຸດພັກ ແລະ ຄະດີກໍໄດ້ດຳເນີນມາອີກ 4ປີ ໂດຍມີຜົນການຕັດສິນໃຫ້ Aspinalls ເປັນຝ່າຍຊະຍະຄະດີ ແລະ Lim ຍັງຖືກສານສັ່ງປັບເງິນອີກ 100,000 ປອນ ໃນຂໍ້ຫາ “ໝິ່ນສານ” ເນື່ອງຈາກຈົງໃຈໃຫ້ການເທັດລະຫວ່າງການສອບສວນ.
ຢ່າງໃດກໍຕາມ Lim ຍັງມີຄວາມພະຍາຍາມທີ່ຈະສູ້ຄະດີ ແລະ ໄດ້ຍື່ນຟ້ອງຕໍ່ສານສູງສຸດໃນລອນດອນ ເພື່ອທວງເອົາເງິນຈຳນວນ 3.9 ລ້ານປອນທີ່ເສຍໄປ ໃຫ້ໄດ້ຄືນຈາກ Aspinalls.

ເຫດຜົນທີ່ເສດຖີຄົນນີ້ອ້າງກໍຄື ຕົນເອງເປັນຜູ້ສູງອາຍຸຢູ່ໃນ “ກຸ່ມຄົນບອບບາງທີ່ສົມຄວນໄດ້ຮັບການປົກປ້ອງຈາກອັນຕະລາຍຫຼືການຖືກລໍ້ລວງໂດຍການພະນັນ” ຕາມກົດໝາຍວ່າດ້ວຍການພະນັນປີ 2005 ແລະເນື່ອງຈາກ Aspinalls ລະເມີດຄວາມຮັບຜິດຊອບໃນຈຸດນີ້ ໜີ້ຊິນທັງໝົດຈຶ່ງຖືວ່າເປັນ ”ໂມຄະ”.
ທາງດ້ານຄາສິໂນ Aspinalls ຜູ້ເປັນຄູ່ກໍລະນີກໍຢືນຢັນວ່າພ້ອມທີ່ຈະຕໍ່ສູ້ຄະດີຢ່າງເຕັມທີ່ ແລະປະຕິເສດທີ່ຈະໃຫ້ຄຳເຫັນເພີ່ມຕື່ມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/