ຊາຍ 22 ປີ ລວຍຈາກ Bitcoin ແລ້ວ ເລີຍເປີດທຸລະກິດໂທລະສັບແຂ່ງ Apple ກັບ Google


Erik Finman ຊາຍຊາວອາເມຣິກາ ອາຍຸ 22 ປີ ທີເບື່ອການຫຼິ້ນບິດຄອຍຈົນເປີດທຸລະກິດໂທລະສັບແຂ່ງກັບ Apple ແລະ Google. ຕົວ Erik ເຕີບໃຫຍ່ຢູ່ທີ່ລັດໄອດາໂຮ, ສະຫະລັດອາເມຣິກາ ແລະ ມີອ້າຍຢູ່ 3 ຄົນ. ລາວໄດ້ສຶກສາຫຼຽນສະກຸນດິຈິຕອນ ຫຼື Cryptocurrency ພ້ອມໃຊ້ເງິນຂອງແມ່ຕູ້ຕົນເອງ 1,000 ໂດລາສະຫະລັດ ທີ່ຕັ້ງໃຈມອບໃຫ້ Erik ເພື່ອສົ່ງເສີມການສຶກສາ ແຕ່ Erik ກໍເອົາລົງທຶນໃນເງິນດິຈິຕອນ ເຊິ່ງໃນເວລານັ້ນມູນຄ່າຂອງບິດຄອຍມີພຽງ 10 – 12 ໂດລາເທົ່ານັ້ນ ລາວຈຶ່ງສາມາດຊື້ໄດ້ເຖິງ 100 ຫຼຽນ. ປັດຈຸບັນ, ບິດຄອຍເປັນສະກຸນເງິນດິຈິຕອນທີ່ມີມູນຄ່າສູງທີ່ສຸດ.

ເມື່ອລາວອາຍຸ 15 ປີ ກໍໄດ້ຕັດສິນໃຈອອກຈາກໂຮງຮຽນມັດທະຍົມປາຍທີ່ຕົນເອງຮຽນຢູ່ ຫຼັງຈາກທີ່ລາວຂາຍບິດຄອຍມູນຄ່າ 100,000 ໂດລາ. ຕໍ່ມາລາວກໍໄດ້ເປີດບໍລິສັດສູນການສຶກສາຊື່ວ່າ Bontangle. ແຕ່ 2 ປີຫຼັງຈາກນັ້ນ Erik ກໍຂາຍບໍລິສັດໄປອີກດ້ວຍລາຄາ 300 ບິດຄອຍ ພ້ອມລຸຍທຸລະກິດຕໍ່ທີ່ Silicon Valley. ເມື່ອອາຍຸ 18 ປີ Erik ກໍໄດ້ກາຍເປັນມະຫາເສດຖີ ເມື່ອມູນຄ່າຂອງບິດຄອຍສູງເຖິງ 2,700 ໂດລາສະຫະລັດ ເຊິ່ງລາວກໍຍັງສືບຕໍ່ເທຣດເງິນດິຈິຕອນໃນເວລານັ້ນ.

ປັດຈຸບັນ, Erik ກໍໄດ້ປະກາດເປີດບໍລິສັດໃໝ່ຂອງຕົນເອງ ພາຍໃຕ້ຊື່ Freedom Phone ໂດຍມີຈຸດຂາຍເປັນໂທລະສັບ ດ້ວຍຄວາມສາມາດທີ່ຕາມຫາຜູ້ທີ່ບລັອກເບີເຮົາໄດ້ ແລະ ແອັບທີ່ບໍ່ມີການເຊັນເຊີຕາມນະໂຍບາຍ “ມີອິດສະຫຼະທາງການເວົ້າ ແລະ ຄວາມເປັນສ່ວນຕົວຕ້ອງມາກ່ອນ” ເພື່ອສ້າງອະນາຄົດທີ່ການສື່ສານຈະບໍ່ຖືກແບນໂດຍບໍລິສັດເທັກໂນໂລຢີຍັກໃຫຍ່. ໂທລະສັບດັ່ງກ່າວແມ່ນຂາຍໃນລາຄາ 499.99 ໂດລາສະຫະລັດ ແລະ ຈະເລີ່ມສົ່ງອອກໃນເດືອນສິງຫານີ້.

ອ້າງອີງຈາກ TechGuide, Erik Finman ເປັນໜຶ່ງໃນ 5 ມະຫາເສດຖີຄຣິບໂຕທີ່ລວຍທີ່ສຸດໃນໂລກ ເຊິ່ງນັບວ່າເປັນການປະສົບຜົນສຳເລັດທີ່ຍິ່ງໃຫຍ່ຫຼາຍ ດ້ວຍຊັບສິນທີ່ຄາດວ່າໜ້າຈະມີປະມານ 5 ລ້ານໂດລາສະຫະລັດ ຕອນອາຍຸພຽງແຕ່ 20 ກວ່າປີເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/