Justin Bieber ຊື້ຜົນງານ NFT ໂຕລີງໃນລາຄາ 1.3 ລ້ານໂດລາ


Justin Bieber ສິລະປິນເພງປັອບສັນຊາດແຄນນາດາໄດ້ຊື້ຜົນງານ NFT ໂຕລິງ ຊື່ວ່າ Bored Ape Yacht Club ດ້ວຍລາຄາ 500 ETH ຫຼື ລາຄາປະມານ 1.3 ລ້ານໂດລາສະຫະລັດ. ການຊື້ຜົນງານສິລະປະດັ່ງກ່າວແມ່ນຫຼັງຈາກທີ່ໄດ້ມີຂ່າວວ່າ ແຣັບເປີດັງ Eminem ຊື້ຜົນງານລີງຂອງ Bored Ape ເຊັ່ນກັນ ໃນຊື່ EminApe ທີ່ໜ້າຕາຄືກັນກັບແຣັບເປີດ້ວຍລາຄາ 123.45 ETH ຫຼື ເທົ່າກັບ 450,000 ໂດລາສະຫະລັດ.

ບັນຊີທີ່ຊື້ໄປແມ່ນບັນຊີ Opensea ທີ່ຂຽນວ່າ JustinBieberNFTS ເຊິ່ງເປັນທີ່ເຊື່ອວ່າແມ່ນຂອງສິລະປິນດັ່ງກ່າວ ນອກຈາກນີ້ເມື່ອເຂົ້າໄປເບິ່ງແລ້ວຈະເຫັນວ່າບັນຊີນີ້ໄດ້ມີການຊື້ຜົນງານ NFT ຫຼາຍກວ່າ 100 ຜົນງານ ບໍ່ວ່າຈະເປັນ Doodles, CloneX ແລະ World of Woman ທີ່ຊື້ໄປຫຼ້າສຸດນີ້.

ລີງທີ່  Justin Bieber ຊື້ນີ້ ຫຼື ເລກລະຫັດ #3001 ມີຮູບພື້ນຫຼັງເປັນສີຟ້າ ແລະ ຕົວລະຄອນເປັນລີງທີ່ມີຂົນສີນ້ຳຕານເຂັ້ມ ພ້ອມກັບໃສ່ເສື້ອຢືດສີເທົາ. ມັນໄດ້ກາຍເປັນຜົນງານໜຶ່ງໃນຜົນງານ NFT ທີ່ແພງທີ່ສຸດໃນໂລກ ແລະ ເປັນອັນດັບ 7 ຂອງບັນດາຜົນງານ Bored Ape.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/